ຈີນຕີລາຄາສູງບົດບາດເປັນປະທານອາຊຽນຂອງຫວຽດນາມ

10:00 | 16/09/2020

ຍ​ສ​ໝ - ປີ 2021 ຈະ​ສ້າງ​ຂີດ​ໝາຍ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ຈີນ - ອາ​ຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ຢ່າງ​ແໜ້ນ​ແຟ້ນ.

ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ ຫວຽດນາມ - ຈີນ ເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮ່ວມມືພ້ອມກັນພັດທະນາບົນທະເລ
ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ ທ່ານ ສະຖານກົງສຸນໃຫຍ່ຈີນ ປະຈຳ ນະຄອນໂຮ່ຈີມິນ: ຈະຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນວັດທະນະທຳ ຢູ່ ເກີ່ນເທີ
ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ
ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນ (ພາບ: TTXVN)

ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ຕີລາຄາວ່າ ຫວຽດນາມໄດ້ແບກຫາບພາລະໜ້າທີ່ປະທານອາຊຽນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໂດຍຫວຽດນາມວາງອອກໃນປີນີ້ແມ່ນເໝາະສົມທີ່ສຸດ.

ນັກການທູດຈີນ ໄດ້ເນັ້ນໜັກວ່າ ປັກກິ່ງ ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ໃນການປະຕິບັດຄວາມເຫັນດີເຫັນພ້ອມຂອງບັນດາການນຳກ່ຽວກັບຄວາມສາມັກຄີກັນຕ້ານຄືນໂລກລະບາດ Covid – 19 ເພື່ອຜົນປະໂຫຍດລວມຂອງປະຊາຊົນ, ພ້ອມທັງສະແດງໃຫ້ເຫັນຄວາມານະພະຍາຍາມລວມຂອງບັນດາປະເທດໃນພາກພື້ນ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນພາກພື້ນ ແລະ ຊຸກຍູ້ການຟື້ນຟູເສດຖະກິດ ໃນພາກພື້ນ. ສອງຝ່າຍຈະຍົກສູງລັດທິຫຼາຍຝ່າຍ ແລະ ການຄ້າເສລີ, ພ້ອມທັງສະໜັບສະໜູນການຮ່ວມມືຢ່າງເປີດເຜີຍ, ກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈີນຈະສະໜັບສະໜູນຢ່າງແຮງການສ້າງປະຊາຄົມອາຊຽນ, ບົດບາດເປັນໃຈກາງຂອງອາຊຽນໃນການຮ່ວມມືອາຊີຕາເວັນອອກ ແລະ ຄວາມສາມັກຄີຂອງອາຊຽນ, ພ້ອມທັງຈະຮ່ວມມືກັບອາຊຽນເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.

ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອາ​ຊຽນ ແລະ ຈີນ​ຈະ​ສຸມ​ໃສ່​ເຂົ້າ 4 ຂົງ​ເຂດ. ທີ​ 1 ​ແມ່ນ​ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ເພື່ອ​ແນ​ໃສ່​ເອົາ​ໄຊ​ຊະ​ຍະ​ໂລກ​ລະ​ບາດ. ທີ 2 ​ແມ່ນ​ຈີນ ແລະ ອາ​ຊຽ​ນ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ. ທີ 3 ແມ່ນ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ທີ 4 ແມ່ນ ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ແຜນ​ການ​ໄລ​ຍະ​ຍາວ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ ຈີນ ແລະ ອາ​ຊຽນ.

ປີ 2021 ຈະ​ສ້າງ​ຂີດ​ໝາຍ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ຈີນ - ອາ​ຊຽນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ຢ່າງ​ແໜ້ນ​ແຟ້ນ.

ສອງ​ຝ່າຍ​ຫວັງ​ວ່າ​ຈະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ແຜນ​ການ​ກະ​ທຳ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອ​າ​ຊຽນ - ຈີນ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ (ໄລ​ຍະ 2021 - 2025) ໂດຍ​ໄວ, ໃນ​ນັ້ນ​ນັ້ນ​ໄດ້​ຍົກ​ອອກ​ມາ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃຫ້​ແກ່ 5 ປີ​ຈະ​ມາ​ເຖິງ.

ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ ຫວຽດນາມ - ຈີນ ເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮ່ວມມືພ້ອມກັນພັດທະນາບົນທະເລ

ຍສໝ - ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການທະເລຕາເວັນອອກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ.

ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ ທ່ານ ສະຖານກົງສຸນໃຫຍ່ຈີນ ປະຈຳ ນະຄອນໂຮ່ຈີມິນ: ຈະຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນວັດທະນະທຳ ຢູ່ ເກີ່ນເທີ

ຍສໝ - ປະທານສະຫະພັນ ເກີ່ນເທີ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກ ທ່ານກົງສຸນໃຫຍ່ ສຳລັບ ເກີ່ນເທີ ໃນອະນາຄົດອັນໃກ້ນີ້; ຫວັງວ່າມິດຕະພາບຫວຽດນາມ - ຈີນ ເວົ້າລວມ ແລະ ຈີນ - ເກີ່ນເທີ ເວົ້າສະເພາະ ແມ່ນນັບມື້ນັບຮັດແໜ້ນ ແລະ ເໝັ້ນແກ່ນ.

ຈ ນຕ ລາຄາສ ງບ ດບາດເປ ນປະທານອາຊຽນຂອງຫວຽດນາມ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ສະເໜີໃຫ້ບັນດາຝ່າຍ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ພາຍຫລັງຖືກຕັດຕອນມາໄດ້ໄລຍະໜຶ່ງ ຍ້ອນໂລກລະບາດໂຄວິດ-19.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.