ຫວຽດນາມ ໄດ້ສະເໜີສ້າງຕັ້ງສາງສຳຮອງອຸປະກອນການແພດ ໃນອາຊຽນ ໂດຍໄວ

11:29 | 03/09/2020

ຍສໝ - ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ຫວຽດນາມ ໄດ້ສະເໜີໃຫ້ສຳເລັດລະບຽບການຕ່າງໆໂດຍໄວ ເພື່ອສາມາດປະກາດຢ່າງເປັນທາງການໃນການສ້າງຕັ້ງສາງອຸປະກອນການແພດໃນພາກພື້ນອາຊຽນ ໃນກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27 (ກັນຍາ 2020).

ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ ເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມືລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ
ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະໂຮນລັງ

ໃນວັນທີ່ 2 ກັນຍາ, ໃນບົດບາດເປັນປະທານຄະນະປະຕິບັດງານລະຫວ່າງຂະແໜງການ ທີ່ຂຶ້ນກັບສະພາປະສານງານອາຊຽນ ກ່ຽວກັບການຮັບມືກັບບັນດາກໍລະນີການແພດຢ່າງສຸກເສີນ ໃນຊຸມຊົນ( ACCWG - PHE ), ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ຫວຽດນາມ ໄດ້ຮຽກໂຮມກອງປະຊູມ ACCWG - PHE ຄັ້ງທີ່ 3.

ກ່ອງປະຊູມໄດ້ຈັດຕັ້ງດ້ວຍຮູບການຖ່າຍທອດສົດ ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາຊຽນ ກ່ຽວກັບ 3 ຂົງເຂດຫຼັກແຫຼ່ງ, ຄື: ການເມືອງ - ປ້ອງກັນຄວາມສະຫງົບ; ເສດຖະກິດ ແລະວັດທະນະທຳ - ສັງຄົມ; ບັນດາຊອ່ງທາງສະເພາະຂະແໜງງານ, ເຊັ່ນ: ການແພດ, ການຄົມມະນາຄົມ ແລະ ຂົນສົ່ງ, ການສື່ສານ, ຂາອອກ-ຂາເຂົ້າ.

ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ
ກອງປະຊູມ ACCWG - PHE ຄັ້ງທີ່ 3 ດ້ວຍຮູບການຖ່າຍທອດສົດ. (ພາບ: baoquocte)

ກອງປະຊູມໄດ້ຕົກລົງກັນຂູກຍູ້ການຮ່ວມມືເຈົ້າໜ້າທີ່ຂັ້ນສູງ, ຜູ້ຊ່ຽວຊານ ກັບບັນດາປະເທດທີເປັນຄູ່ຮ່ວມມືຊັ້ນສູງໃນພາກພື້ນອາຊີຕາເວັນອອກ ກ່ຽວກັບການຮັບມືກັບ COVID-19, ສະໜັບສະໜູນຂໍ້ສະເໜີຂອງ ອິນໂດເນເຊຍ ກ່ຽວກັບການຈັດຕັ້ງແລວທາງໄປມາໃນອາຊຽນ...

ໃນກອງປະຊູມຄັ້ງນີ້, ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ - ຫວຽດນາມ ໄດ້ຕ່າງໜ້າໃຫ້ປະທານອາຊຽນ ແລະ ຄະນະເລຂາທິການອາຊຽນ ກ່າວວ່າ ອາຊຽນຕ້ອງການສຶບຕໍ່ການຮ່ວມມືຢ່າງໜັກແໜ້ນ ເພື້ອຊຸກຍຸ້, ປະຕິບັດບັນດາຫົວຄິດປະດິດສ້າງໃນການຮັບມື, ປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ທ່ານຫງວຽນກວກຢຸງ ກໍ່ໄດ້ສະເໜີໃຫ້ສຳເລັດລະບຽບການຕ່າງໆໂດຍໄວ ໃນການສ້າງຕັ້ງສາງອຸປະກອນການແພດໃນພາກພື້ນອາຊຽນ ໃນກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27 (ກັນຍາ 2020); ສຳເລັດລະບຽບການຮັບມືຂອງອາຊຽນກ່ຽວກັບການຮັບມືກັບບັນດາກໍລະນີການແພດຢ່າງສຸກເສີນ ເພື່ອແຈ້ງການ ແລະ ຮັບຮອງເອົາໂດຍກອງປະຊູມຂັ້ນສູງອາຊຽນ ຄັ້ງທີ 37.

ສຳລັບກອບຟື້ນຟູຮອບດ້ານອາຊຽນ, ທ່ານຫົວໜ້າ SOM - ຫວຽເນາມ ຫງວຽນກວກຢຸງ ໄດ້ສະເໜີກັບຄະນະເລຂາທິການອາຊຽນ ຕ້ອງການສຳເລັດເອກະສານ, ສູມໃສ່ການແກ້ໄຂຜົນກະທົບຂອງພະຍາດCOVID-19, ໜູນຊ່ວຍປະຊາຄົມວິສາຫະກິດ, ປະຊາຊົນ ສາມານດຳລົງຊີວິດຢ່າງປົກກະຕິ ແລະ ຊຸກຍຸ້ການຟຶ້ນຟູຮອບດ້ານ ແລະ ໝັ້ນຄົງ.

ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ ປະທານສະພາແຫ່ງຊາດ ລາວເຂົ້າຮ່ວມ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ ຢູ່ລາວ

ຍ​ສ​ໝ - ຕອນເຊົ້າວັນທີ 02 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ, ອຳນາດການປົກຄອນນະຄອນຫຼວງວຽງຈັນ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງ ຫາ ແລະ ວັນຊາດແຫ່ງປະເທດສສ.ຫວຽດນາມ (02 ກັນຍາ ...

ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕຂອງຕົນ ສຳລັບໝູ່ເກາະຮ່ວາງຊາ (Paracel - Hoang Sa) ແລະ ເຈື່ອງຊາ (Spratly – Truong Sa)

ຍສໝ - ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ທຸກໆການເຄື່ອນໄຫວຢູ່ໝູ່ເກາະຮ່ວາງຊາ (Paracel - Hoang Sa) ແລະ ເຈື່ອງຊາ (Spratly – Truong Sa) ຂອງຫວຽດນາມ ໂດຍບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມ.

ຫວຽດນາມ ໄດ ສະເໜ ສ າງຕ ງສາງສຳຮອງອ ປະກອນການແພດ ໃນອາຊຽນ ໂດຍໄວ ຫວຽດນາມ ມອບຂອງຂວັນໜູນຊ່ວຍໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອຕ້ານການລະບາດ COVID-19

ຍສໝ - ທີ່ນະຄອນຫຼວງ Colombo ຂອງປະເທດສີລັງກາ, ທ່ານນາງ ຟ້າມຖິບິກຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສີລັງກາ ໄດ້ມອບເງິນຈຳນວນ 20.000 USD ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.