ເດືອນກໍລະກົດ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າບັນລຸ 790 ລ້ານກວ່າໂດລາ

06:30 | 02/09/2020

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ກໍລະກົດ 2020 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ, ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ.

ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ
ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ ກົມພົວພັນຕ່າງປະເທດ ສປປ.ລາວ ອວຍພອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ.ຫວຽດນາມ
ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ
ພາບ​ປະ​ກອບ

ອີງ​ຕາມ​ຂໍ້​ມູນ​ ຈາກ​ສູນຂໍ້​ມູນ​ຂ່າວສານ ທາງ​ດ້ານ​ການ​ຄ້າ​ຂອງ ສປປ ລາວ ​ໃຫ້​ຮູ້​ວ່າ: ສິນຄ້າສົ່ງອອກຫລັກຂອງ ສປປ ລາວ ລວມມູນ​ຄ່າປະມານ 372 ລ້ານໂດລາສະຫະລັດ ​ໃນ​ນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາສະຫະລັດ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ) ມູນຄ່າປະມານ 17 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມູນຄ່າປະມານ 63 ລ້ານໂດລາ, ເຄື່ອງນຸ່ງ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ​ເຄື່ອງ​ໃຊ້​ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ຢາງພາລາ ມູນຄ່າປະມານ 13 ລ້ານໂດລາສະຫະລັດ ​ເຊິ່ງ​ປະ​ເທດ​ທີ່ສົ່ງອອກຫລັກ ​ແມ່ນ ສປ ຈີນ ມີມູນຄ່າປະມານ 123 ລ້ານໂດລາສະຫະລັດ, ຫວຽດນາມ 90 ລ້ານໂດລາສະຫະລັດ, ໄທ 86 ລ້ານໂດລາສະຫະລັດ, ອິນເດຍ 9 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 7 ລ້ານໂດລາສະຫະລັດ.

ສ່ວນ​ສິນຄ້ານໍາເຂົ້າ ລວມມູນ​ຄ່າປະມານ 419 ລ້ານໂດລາສະຫະລັດ ​ໃນ​ນັ້ນມີ ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 12 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມູນຄ່າປະມານ 30 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມູນຄ່າປະມານ 40 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມູນຄ່າປະມານ 32 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ມູນຄ່າປະມານ 16 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) ມູນຄ່າປະມານ 18 ລ້ານໂດລາ, ເຫລັກເສັ້ນ ແລະ ເຫລັກຮູບປະພັນຕ່າງໆ ມູນຄ່າປະມານ 10 ລ້ານໂດລາສະຫະລັດ, ໄຟຟ້າ ມູນຄ່າປະມານ 25 ລ້ານໂດລາສະຫະລັດ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມູນຄ່າປະມານ 13 ລ້ານໂດລາສະຫະລັດ. ​ໃນ​ນັ້ນ, ນຳ​ເຂົ້າຫລັກ ​​ແມ່ນປະ​ເທດ​ໄທ ມີມູນຄ່າປະມານປະມານ 253 ລ້ານໂດລາສະຫະລັດ, ຈີນ 91 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 7 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 5 ລ້ານໂດລາສະຫະລັດ.

ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ ກະຊວງປ້ອງກັນປະເທດຣັດເຊຍ ໄດ້ປະດັບຫຼຽນກາເສີມສ້າງມິດຕະພາບ ໃຫ້ແກ່ກອງທັບປະຊາຊົນລາວ

ໃນວັນທີ 29 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຮ່ວມກັບກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ຈັດພິທີປະດັບຫຼຽນກາ ເສີມສ້າງມິດຕະພາບທາງດ້ານການທະຫານຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ - ນັກຮົບກອງທັບປະຊາຊົນລາວ.

ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ ກົມພົວພັນຕ່າງປະເທດ ສປປ.ລາວ ອວຍພອນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ.ຫວຽດນາມ

ໃນຕອນເຊົ້າຂອງວັນທີ 30 ສິງຫາ 2020 ນີ້, ກົມພົວພັນຕ່າງປະເທດ ສປປ.ລາວ ນຳໂດຍສະຫາຍ ພັນເອກ ທອງວັນ ແສງວົງຈິດ - ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍພັນເອກ ຕາວວັນຖາຍ - ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນໂອກາດວັນຊາດແຫ່ງ ສສ ຫວຽດນາມ ...

ເດ ອນກ ລະກ ດ ລາວ ນ າເຂ າ ສ ງອອກ ສ ນຄ າບ ນລ 790 ລ ານກວ າໂດລາ ສະມາຄົມ​ມິດຕະພາບ ​ລາວ-​ຫວຽດນາມ ຂັ້ນ​ສູນກາງ ​​ຈັດ​ພິທີ​ມອບ-​ຮັບໜ້າທີ່ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

ຍສໝ - ໃນວັນທີ 28 ສິງຫາ 2020, ສະມາຄົມ​ມິດຕະພາບ ​ລາວ-​ຫວຽດນາມ ຂັ້ນ​ສູນກາງ ​ໄດ້​ຈັດ​ພິທີ​ມອບ-​ຮັບໜ້າທີ່ ລະຫວ່າງ ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ແຂວງ​ຈຳປາ​ສັກ, ປະທານ​ສະມາຄົມ​ມິດຕະພາບ ​ລາວ-​ຫວຽດນາມ ຂັ້ນ​ສູນ​ກາງ ຜູ້​ເກົ່າ ​ແລະ ທ່ານ ຄຳ​ໃບ ດຳລັດ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະທານ​ສະມາ​ຄົມມິດຕະພາບ ລາວ-​ຫວຽດນາມ ຜູ້​​ໃໝ່.

kpl.gov.la/

ເຫດການ
302 Found

Found

The document has moved here.