ກອງທຶນສັນຕິພາບ ແລະ ການພັດທະນາຫວຽດນາມ: ສຸມໃສ່ 5 ເປົ້າໝາຍໃນໄລຍະຈະມາເຖິງ

12:23 | 13/08/2020

ຍສໝ - ໃນ 7 ເດືອນຕົ້ນປີ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຍ້ອນສະຖານະການຂອງ COVID-19, ແຕ່ກອງທຶນໄດ້ມີຄວາມມານະພະຍາຍາມບາງຢ່າງເຊັ່ນ: ສະຖຽນລະພາບການຈັດຕັ້ງ, ສ້າງກົນໄກການດຳເນີນງານຂອງໄລຍະໃໝ່, ບັນດາສະມາຊິກຂອງກອງທຶນຍັງມີການຄົ້ນຄ້ວາ ແລະ ວິເຄາະກ່ຽວກັບບັນດາບັນຫາຂອງຫວຽດນາມ ແລະ ໂລກ; ເວບໄຊຂອງກອງທຶນກໍ່ໄດ້ຮັບການເຂົ້າຫາໂດຍປະຊາຊົນຫຼາຍຄົນ. ໃນຊຸມເດືອນສຸດທ້າຍຂອງປີ, ກອງທຶນຈະເລືອກເອົາເປົ້າໝາຍບຸລິມະສິດດ້ວຍວິທີແກ້ໄຂການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.    

ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ ກອງປະຊຸມທາງອອນລາຍ ການເຄືອຂ່າຍປະຕິບັດກົດລະບຽບ ອາຊຽນ - OECD
ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17
ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ

ກອງທຶນສັນຕິພາບ ແລະ ການພັດທະນາຫວຽດນາມ ສຸມໃສ່ 5 ເປົ້າໝາຍໃນໄລຍະຈະມາເຖິງ.

ເມື່ອບໍ່ດົນມານີ້, ກອງປະຊຸມຄະນະປະຈຳສະພາກອງທຶນພັດທະນາສັນຕິພາບ ແລະ ການພັດທະນາ ຫວຽດນາມ ໄດ້ຈັດຂຶ້ນ ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່ານ ດົງຫີວເກືອງ ເລຂາທິການໃຫຍ່ກອງທຶນ ໃຫ້ຮູ້ວ່າໃນໄລຍະຈະມາເຖິງກອງທຶນຈະສຸມໃສ່ບັນດາການເຄື່ອນໄຫວຄື: ຄົ້ນຄ້ວາບັນດາບັນຫາສາກົນ ແລະ ຫວຽດນາມ, ປັບປຸງຄຸນນະພາບເວບໄຊ, ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການກະກຽມ ແລະ ການຈັດຕັ້ງເວທີປະຊາຊົນອາຊຽນ 2020...

ລາຍງານໂດຍສະເພາະກ່ຽວກັບການເຄື່ອນໄຫວຂອງກອງທຶນ, ທ່ານ ດົງຫີວເກືອງ, ເລຂາທິການໃຫຍ່ກອງທຶນກ່າວວ່າ, ໃນສະພາບການໃໝ່ທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ກອງທຶນໄດ້ມີຄວາມພະຍາຍາມໃນການປະຕິບັດວຽກງານທຸກດ້ານຢ່າງຮອບດ້ານຕາມຫລັກການ, ຈຸດປະສົງ ແລະ ບັນລຸຜົນໄດ້ຮັບຈຳນວນໜຶ່ງໃນກິດຈະກຳວຽກງານການທູດຂອງປະຊາຊົນ, ການພັດທະນາຄູ່ຮ່ວມງານ, ການຄົ້ນຄວ້າ, ຂໍ້ມູນການພົວພັນຕ່າງປະເທດ ແລະ ການສ້າງອົງກອນ.

ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ
ການປະຊຸມອອນລາຍ ຂອງຄະນະປະຈຳສະພາກອງທຶນສັນຕິພາບ ແລະ ການພັດທະນາຫວຽດນາມ.

ໃນ 7 ເດືອນ, ການເຄື່ອນໄຫວການພົວພັນຕ່າງປະເທດຂອງກອງທຶນ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຖືກຕ້ອງຕາມແນວທາງ, ນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ສວຍໃຊ້ຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີ, ການສະໜັບສະໜູນຂອງປະຊາຊົນທຸກປະເທດສຳລັບຫວຽດນາມ, ເຂົ້າຮ່ວມຢ່າງຕັ້ງໜ້າການປົກປ້ອງສິດຜົນປະໂຫຍດຂອງປະເທດຊາດ ແລະ ຊົນຊາດ, ເສີມຂະຫຍາຍທີ່ຕັ້ງຂອງຫວຽດນາມໃນບັນດາເວທີປາໄສປະຊາຊົນພາກພື້ນ ແລະ ສາກົນ, ປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີເພື່ອສັນຕິພາບ, ຄວາມເປັນເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ການພັດທະນາທີ່ຍຸດຕິ ທຳ ແລະຍືນຍົງ.

ສະຫຼຸບທີ່ກອງປະຊຸມ, ທ່ານ ຮ່າຮຸ່ງເກືອງ - ປະທານກອງທຶນໄດ້ເນັ້ນໜັກວ່າ: ໃນ 7 ເດືອນຕົ້ນປີ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຍ້ອນສະຖານະການຂອງ COVID-19, ແຕ່ກອງທຶນໄດ້ມີຄວາມມານະພະຍາຍາມບາງຢ່າງເຊັ່ນ: ສະຖຽນລະພາບການຈັດຕັ້ງ, ສ້າງກົນໄກການດຳເນີນງານຂອງໄລຍະໃໝ່, ບັນດາສະມາຊິກຂອງກອງທຶນຍັງມີການຄົ້ນຄ້ວາ ແລະ ວິເຄາະກ່ຽວກັບບັນດາບັນຫາຂອງຫວຽດນາມ ແລະ ໂລກ; ເວບໄຊຂອງກອງທຶນກໍ່ໄດ້ຮັບການເຂົ້າຫາໂດຍປະຊາຊົນຫຼາຍຄົນ. ໃນຊຸມເດືອນສຸດທ້າຍຂອງປີ, ກອງທຶນຈະເລືອກເອົາເປົ້າໝາຍບຸລິມະສິດດ້ວຍວິທີແກ້ໄຂການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ ແນະນຳຄວາມສາມາດບົ່ມຊ້ອນດ້ານກະສິກຳ ຂອງຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.

ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ

ຍສໝ - ທ່ານປະລິນຍາເອກ Munir Majid - ປະທານທະນາຄານ Muamalat ມາເລເຊຍ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບ ໃນສະມາຄົມອາຊຽນ ໃນໄລຍະ 25 ປີທີ່ຜ່ານມາ.

ກອງທ ນສ ນຕ ພາບ ແລະ ການພ ດທະນາຫວຽດນາມ ສ ມໃສ 5 ເປ າໝາຍໃນໄລຍະຈະມາເຖ ງ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 270 ຄົນຈາກປະເທດ UAE ກັບຄືນປະເທດຢ່າງປອດໄພ

ຍສໝ - ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໄຊພອນ

ເຫດການ
302 Found

Found

The document has moved here.