ທ່ານ ເຈືອງມີງເຍີດ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ເບນແຈ

12:21 | 14/08/2020

ຍສໝ - ວັນທີ 13 ສິງຫາ, ສະຫະພັນບັນດາອົງການມິດຕະພາບແຂວງ ເບນແຈ (ສະຫະພັນ ເບນແຈ) ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 2 ໄລຍະປີ 2020 - 2025. ທ່ານ ເຈືອງມີງເຍີດ ໄດ້ຮັບເລືອກຕັ້ງເປັນປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ເບນແຈ.

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ
ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ ການນຳບັນດາປະເທດສືບຕໍ່ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ
ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.

ໃນໄລຍະປີ 2015 - 2020, ສະຫະພັນ ເບນແຈ ແລະ ບັນດາສະມາຄົມມິດຕະພາບສະມາຊິກໄດ້ສຳເລັດບັນດາວຽກງານການທູດຂອງປະຊາຊົນຕາມການມອບໝາຍຂອງຄະນະກຳມະການພັກແຂວງ ແລະຄະນະກຳມະການປະຊາຊົນແຂວງ ແລະແຜນວຽກປະຈຳປີທີ່ໄດ້ກຳນົດໄວ້ໃນຂົງເຂດຕ່າງໆສັນຕິພາບຄວາມສາມັກຄີ ແລະ ມິດຕະພາບ; ລະດົມຂົນຂວາຍການສະໜັບສະໜູນ ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ວຽກງານໂຄສະນາການພົວພັນຕ່າງປະເທດ. ໃນ 5 ປີ, ສະຫະພັນໄດ້ຕ້ອນຮັບຫຼາຍກ່ວາ 150 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດມາແລກປ່ຽນ, ສຳຫຼວດ ແລະ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ; ໄດ້ຮັບກວ່າ 60 ໂຄງການ ດ້ວຍຍອດຈຳນວນເງິນກ່ວາ 46,8 ຕື້ດົ່ງ.

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ສະຫະພັນມິດຕະພາບ ແຂວງ ເບນແຈ ບັນລຸໄດ້ຫລາຍຜົນງານໃນທຸກຂົງເຂດ. ບັນດາການເຄື່ອນໄຫວເພື່ອສັນຕິພາບ, ຄວາມສາມັກຄີ, ມິດຕະພາບໂດຍສະຫະພັນແຂວງ ແລະ ສະມາຄົມມິດຕະພາບສະມາຊິກໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະມິດຕະພາບກັບປະຊາຊົນບັນດາປະເທດ.

ກິດຈະກຳແລກປ່ຽນ ແລະ ການພົບປະແລກປ່ຽນຫຼາຍຢ່າງໄດ້ຖືກຈັດຂື້ນເພື່ອໃຫ້ຊາວຕ່າງປະເທດເດີນທາງໄປຢ້ຽມຢາມບ້ານເກີດເມືອງນອນ, ເພີ່ມທະວີການພົວພັນກັບປະເທດ. ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸໄດ້ໝາກຜົນຕັ້ງໜ້າ, ປະກອບສ່ວນແກ້ໄຂບັນຫາສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ, ຮັບມື ຕໍ່ການປ່ຽນແປງຂອງດິນຟ້າອາກາດ…

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ
ບັນຍາກາດທີ່ກອງປະຊຸມ

ປະທານ VUFO ຍັງໄດ້ເນັ້ນໜັກວ່າສະຫະພັນ ເບນແຈ ຕ້ອງເປັນເສນາທິການໃຫ້ຜູ້ນຳຂັ້ນແຂວງຈັດຕັ້ງປະຕິບັດໂຄງການເພື່ອສົ່ງເສີມການລະດົມຂົນຂວາຍ ແລະ ຮ່ວມມືກັບອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນໄລຍະໃໝ່, ຕິດພັນກັບບັນດາເປົ້າໝາຍການພັດທະນາເສດຖະກິດ - ສັງຄົມຂອງແຂວງ.

ພ້ອມກັນນັ້ນ, ກໍ່ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ການສື່ສານ ແລະ ການໂຄສະນາການພົວພັນຕ່າງປະເທດ, ເອົາໃຈໃສ່ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ພັດທະນາເວບໄຊເປັນພາສາອັງກິດເພື່ອແຈ້ງໃຫ້ຮູ້ຄຸນຄ່າມະນຸດສະທຳ, ຜົນສຳເລັດຂອງການພັດທະນາຂອງປະເທດ ແລະ ແຂວງ ເບນແຈ ແລະນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ; ໂດຍສະເພາະໃນບັນຫາປະຊາທິປະໄຕ, ສິດທິມະນຸດ, ອະທິປະໄຕດ້ານດິນແດນ, ທະເລ ແລະ ໝູ່ເກາະ.

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ ນໍາສົ່ງພົນລະເມືອງຫວຽດນາມ ຈາກຕ່າງປະເທດ ກັບຄືນປະເທດ

ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ແລະບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍ ຈັດສົ່ງ ພົນລະເມືອງຫວຽດນາມ ກວ່າ 340 ຄົນກັບຄືນປະເທດ ຢ່າງປອດໄພ.

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ ໂທລະສັບສາຍດ່ວນຈະໄດ້ຮັບການສ້າງຕັ້ງຂຶ້ນເພື່ອສະໜັບສະໜູນ ນັກເຝິກງານ ຫວຽດນາມ ຢູ່ ຍີ່ປຸ່ນ

ຍສໝ - ເພື່ອເພີ່ມທະວີການປະສານສົມທົບລະຫວ່າງ ອຳນາດການປົກຄອງຂອງສອງປະເທດໃນການຄຸ້ມຄອງ ແລະ ສະໜັບສະໜູນ ນັກເຝິກງານຫວຽດນາມ, ທ່ານລັດຖະມົນຕີ Kato ສະເໜີສ້າງຕັ້ງສາຍດ່ວນ ລະຫວ່າງ ກະຊວງ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. ຕາມທ່ານແລ້ວ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມປາດຖະໜາໃນການ “ປົກປ້ອງ ແລະ ຊ່ວຍເຫຼືອນັກສຶກສາ ຫວຽດນາມ” ຂອງລັດຖະບານຍີ່ປຸ່ນ.

ທ ານ ເຈ ອງມ ງເຍ ດ ໄດ ຮ ບເລ ອກຕ ງເປ ນປະທານສະຫະພ ນບ ນດາອ ງການຈ ດຕ ງມ ດຕະພາບແຂວງ ເບນແຈ

ໄຊພອນ

ເຫດການ
302 Found

Found

The document has moved here.