ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

06:30 | 14/08/2020

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ ກອງປະຊຸມທາງອອນລາຍ ການເຄືອຂ່າຍປະຕິບັດກົດລະບຽບ ອາຊຽນ - OECD
ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ອາຊຽນ - ການາດາ ຄັ້ງທີ 17

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ Retno Marsudi - ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ, ໃນວັນທີ 12 ສິງຫາປີ 2020, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມສົນທະນາລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຮູບການຖ່າຍທອດສົດ ດ້ວຍຫົວຂໍ້ "ການແຜ່ລະບາດພະຍາດ ແລະ ສິ່ງທ້າທາຍຕໍ່ສັນຕິພາບແບບຍືນຍົງ."

ເຂົ້າຮ່ວມກອງປະຊຸມດັ່ງກ່າວມີທ່ານ ລັດຖະມົນຕີຕ່າງປະເທດອິນໂດເນເຊຍ, ເອດໂຕເນຍ, ອາຟຣິກາໃຕ້, ເຢຍລະມັນ, ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Antonio Guterres, ອະດີດເລຂາທິການໃຫຍ່ ທ່ານ Ban Ki-moon ແລະ ຜູ້ຕາງໜ້າບັນດາສະມາຊິກຂອງສະພາຄວາມໝັ້ນຄົງ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມສົນທະນາລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ບັນດາປະເທດໄດ້ຕີລາຄາສູງການຮັບຮອງເອົາມະຕິເລກທີ 2532 ໂດຍສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຄຳຮຽກຮ້ອງໃຫ້ຢຸດຍິງໂດຍໄວໃນທຸກຂົງເຂດ ໃນລາຍການປະຊຸມຂອງສະພາຄວາມໝັ້ນຄົງ, ປະກອບສ່ວນສ່ວນໜຶ່ງ ເພື່ອປະຕິບັດຄຳຮຽກຮ້ອງຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຢຸດຍິງທົ່ວໂລກ; ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບສາກົນ ແລະ ຄວາມຮັບຜິດຊອບຮ່ວມກັນບົນພື້ນຖານລັດທິຫຼາຍຝ່າຍ ໃນການຕໍ່ສູ້ກັບພະຍາດ COVID-19.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ແບ່ງປັນບັນດາຜົນກະທົບອັນເລິກເຊິ່ງຂອງພະຍາດໄຂ້ຫວັດ COVID-19 ໃນທຸກດ້ານຂອງຊີວິດ, ພິເສດແມ່ນຢູ່ບັນດາເຂດທີ່ມີການປະທະກັນໃນໂລກ, ເຊິ່ງເກີດຂຶ້ນການຂູ່ເຂັນຕໍ່ຄວາມຄືບໜ້າໃນການສ້າງສັນຕິພາບ ແລະ ເຮັດໃຫ້ສະຖານະການດ້ານມະນຸດສະທຳພົບກັບຄວາມຮ້າຍແຮງຂື້ນ.

ສະນັ້ນ, ໃນລະດັບປະເທດຊາດ ເຊິ່ງຈຳເປັນຕ້ອງມີການສ່ວນຮ່ວມ, ເຂົ້າຮ່ວມໃນທົ່ວລະບົບການເມືອງ, ສ້າງຄວາມເຂັ້ມແຂງໃຫ້ສະຖາບັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສົ່ງເສີມການຮ່ວມມືເຊິ່ງ, ໃນນັ້ນຄວນເອົາໃຈໃສ່ໃນການສະໜັບສະໜູນກຸ່ມປະຊາຊົນທີ່ມີຄວາມສ່ຽງເສຍຫາຍ, ເຊັ່ນ: ຜູ້ອາຍຸສູງ, ແມ່ຍິງ ແລະ ເດັກນ້ອຍ.

ບົນພື້ນຖານນັ້ນ, ຫວຽດນາມ ຊົມເຊີຍການຮັບຮອງເອົາມະຕິເລກທີ 2532 ໂດຍສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຮັບມືຕໍ່ພະຍາດ COVID-19 ແລະ ການຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການຢຸດຍິງທົ່ວໂລກ; ໃນຂະນະດຽວກັນ, ຫວຽດນາມໄດ້ຮຽກຮ້ອງໃຫ້ຍົກເລີກການລົງໂທດ ແລະ ອຳນວຍຄວາມສະດວກໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ສຳລັບບັນດາປະເທດໃນສະພາບການລະບາດພະຍາດ.

ແບ່ງປັນປະສົບການຂອງອາຊຽນ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນບົດບາດສຳຄັນຂອງບັນດາອົງການຈັດຕັ້ງພາກພື້ນ ແລະ ໄດ້ຖືວ່າໃນການຕໍ່ສູ້ກັບພະຍາດ COVID-19, ປະເທດອິນໂດເນເຊຍ ແລະ ຫວຽດນາມ, ແລະ ບັນດາປະເທດອາຊຽນອື່ນໆ ໄດ້ລະດົມກຳລັງຂອງຊຸມຊົນແມ່ນປົກປ້ອງສຸຂະພາບຂອງປະຊາຊົນທຸກຄົນ, ຟື້ນຟູເສດຖະກິດ ແລະ ສະກັດກັ້ນຜົນກະທົບຂອງພະຍາດລະບາດຕໍ່ຄວາມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ “ການຕໍ່ສູ້ກັບ COVID-19 ແມ່ນສົງຄາມບໍ່ແມ່ນບັນຫາສ່ວນຕົວ”, ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແລະ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຄວາມສາມັກຄີ ເພື່ອສະກັດກັ້ນໂລກລະບາດ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ ຫວຽດນາມ ໄດ້ຢືນຢັນທັດສະນະໃນການສະໜັບສະໜູນຄວາມເປັນເອກະລາດ ແລະ ອະທິປະໄຕຂອງປະເທດ ໄຊປຣັດ

ຍສໝ - ໃນວັນທີ 21 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະຖານະການຂອງເກາະ ໄຊປຣັດ ແລະ ການປະຕິບັດງານຂອງອົງການຮັກສາສັນຕິພາບສະຫະປະຊາຊາດທີ່ປະເທດໄຊປຣັດ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ກຽມພ້ອມເຂົ້າຮ່ວມວຽກງານຮັກສາສັນຕິພາບສາກົນ

ຍສໝ - ວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຜູ້ປະຈຳການຄະນະກຳມະການການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາຖ່າຍທອດສົດ ກັບທ່ານ Atul Khare - ຮອງເລຂາທິການໃຫຍ່ສະຫະປະຊາຊາດ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ເຂ າຮ ວມກອງປະຊ ມສ ນທະນາຂ ນສ ງ ສະພາຄວາມໝ ນຄ ງສະຫະປະຊາຊາດ ຫວຽດນາມ ສະໜັບສະໜູນວິທີການແກ້ໄຂທາງການທູດສຳລັບອາຟຼິກາຕາເວັນຕົກ ແລະ ເຂດ Sahel

ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ບັນດາການແຈ້ງຂໍ້ຫາ ກ່ຽວກັບການລະເມີດສິດທິມະນຸດໂດຍຫລາຍໆກຸ່ມປະກອບອາວຸດ, ກໍ່ຄືກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງທະຫານໃນຫລາຍປະເທດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.