| ສະມາຄົມມິດຕະພາບຫວຽດນາມ - ກູບາ: ສຸມໃສ່ 9 ກິດຈະກຳໃຫຍ່ໃນ 6 ເດືອນ ທ້າຍປີ 2020 | |
| ພິທີມອບຮັບຜ້າອັດປາກ 20.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ | 
![]()  |   		
| ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.(ພາບ: ຕວນຫວຽດ) | 
ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດ ທ່ານ ທ່ານ Park Noh-wan ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ  ໃນຕອນເຊົ້າວັນທີ 14 ກໍລະກົດນີ້.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Park Noh-wan ໄດ້ຊົມເຊີຍບັນດາໝາກຜົນທີ່ໜ້າປະທັບໃຈເຊິ່ງຫວຽດນາມບັນລຸໄດ້ໃນການຕໍ່ສູ້ຕ້ານກັບ COVID-19. ຫວຽດນາມໄດ້ກັບຄືນສູ່ຊີວິດປົກກະຕິ ແລະ ໃນເກືອບ 3 ເດືອນບໍ່ມີການຕິດເຊື້ອໃໝ່ໃນຊຸມຊົນ ແລະ ໂດຍສະເພາະແມ່ນບໍ່ມີຜູ້ເສຍຊີວິດ. ສ.ເກົາຫຼີ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນ ສຳເລັດຂອງຫວຽດນາມໃນການຕໍ່ສູ້ຕ້ານກັບ COVID-19. ລັດຖະບານ ສ.ເກົາຫຼີ ກໍ່ພວມພະຍາຍາມສະກັດກັ້ນ COVID -19 ເພື່ອບັນລຸໄດ້ໝາກຜົນຄືກັບຫວຽດນາມ.
![]()  |   		
| ບັນດາຜູ້ແທນໄດ້ຖ່າຍຮູບເປັນທີ່ລະລຶກ.(ພາບ: ຕວນຫວຽດ) | 
ທີ່ການພົບປະ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຊົມເຊີຍ ທ່ານ Park Noh-wan ສຳລັບຕຳແໜ່ງໃໝ່ໃນຖານະຕຳແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳ ຫວຽດນາມ. ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ.
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ສ.ເກົາຫຼີ ທີ່ໄດ້ຊ່ວຍເຫຼືອຫວຽດນາມກ່ອນໜ້າ COVID-19, ເຊັ່ນ: ການຮໍາບາດແຜສົງຄາມ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ທັກສະໃນການຝຶກອົບຮົມ, ໂດຍສະເພາະດ້ານສາທາລະນະສຸກ... ໃນໄລຍະເກີດການລະບາດຂອງ COVID-19, ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ສ.ເກົາຫຼີ ກໍ່ໄດ້ສະໜັບສະໜູນ ຫວຽດນາມ ຢ່າງຈິງຈັງ.
| ພິທີມອບຮັບຜ້າອັດປາກ 20.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ  			 ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.  |   		
| ຫວຽດນາມເຂົ້າຮ່ວມກອງປະຊຸມເລີ່ມເຄື່ອນໄຫວລາຍການຍົກສູງກຳລັງຄວາມສາມາດຂອງອາຊຽນໃນການກວດຫາເຊື້ອ Covid – 19 ໂດຍໄວ  			 ຍສໝ - ທ່ານເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຢັ້ງຢືນວ່າ ເລື່ອງ ສ.ເກົາຫຼ ີໜູນຊ່ວຍບັນດາອຸປະກອນວິເຄາະ ແລະ ເຄື່ອງປົກປ້ອງໃຫ້ແກ່ບັນດາປະເທດສະມາຊິກອາຊຽນແນ່ນອນວ່າ ຈະຊ່ວຍສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດໃນພາກພື້ນ.  |   		
| ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ  			 ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ ສຳນັກງານໃຫຍ່ຄະນະກຳມະການປະຊາຊົນແຂວງຕ່ຽນຢາງ, ສະມາຄົມນັກທຸລະກິດ ແລະ ການລົງທືນຫວຽດນາມ - ສ.ເກົາຫຼີ (VKBIA) ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ຊອກຫາກາລະໂອກາດການຮ່ວມມື ແລະ ການລົງທຶນ ກັບຜູ້ນຳແຂວງ.  |   		
ໄຊພອນ
                
