ຜູ້ຊ່ຽວຊານສາກົນ: ຫວຽດນາມ ໄດ້ຕອບສະໜອງຢ່າງໄວວາ ແລະ ເຂັ້ມແຂງຕໍ່ການຕິດເຊື້ອພະຍາດ COVID-19 ຄັ້ງໃໝ່

16:00 | 10/08/2020

ຍສໝ - ໃນການໃຫ້ສຳພາດທີ່ສະຖານີວິທະຍຸກະຈາຍສຽງ BBC ໃນຕອນແລງຂອງວັນທີ 9 ສິງຫາ, ທ່ານສາດສະດາຈານ Michael Toole - ຜູ້ຊ່ຽວຊານການສຸຂາພິບານ ແລະ ເປັນຜູ້ນຳດ້ານການຄົ້ນຄ້ວາທີ່ສະຖາບັນ Burnet ໃນນະຄອນຫຼວງ Melbourne (ປະເທດອົດສະຕາລີ), ໄດ້ກ່າວວ່າ ຄ້າຍຄືກັບການລະບາດຂອງພະຍາດຕິດຕໍ່ລະບົບຫາຍໃຈ COVID-19 ໃນຄັ້ງທຳອິດ, ຫວຽດນາມ ໄດ້ສະແດງຄວາມຕອບສະໜອງຢ່າງວ່ອງໄວ ແລະ ເຂັ້ມແຂງເມື່ອໂລກລະບາດມີການແຜ່ລະບາດຢ່າງສັບສົນຢູ່ນະຄອນດານັງ.

ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ເກືອບ19.514.000 ຄົນ,ໃນນັ້ນ ມີຜູ້ເສຍຊີວິດ 722.779 ຄົນ
ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ
ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ
ປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະຮັບມືກັບພະຍາດ COVID-19. (ພາບ: tapchithongtindoingoai)

ຢູ່ນະຄອນດານັງ, ປະຊາຊົນພ້ອມແລ້ວທີ່ຈະຕອບຮັບກັບພະຍາດ COVID-19; ຮ້ານອາຫານທຸກຢ່າງແມ່ນຖືກປິດ; ທຸກຖ້ຽວບິນຖືກຍົກເລີກ; ພົນລະເມືອງທຸກຄົນໄດ້ກຽມພ້ອມສຳລັບການກວດເຊື້ອໄວຣັດ ແລະ ໂຮງໝໍເຄື່ອນທີ່ກໍ່ໄດ້ສ້າງຂຶ້ນເມື່ອຊັບພະຍາກອນທັງໝົດໄດ້ນຳໃຊ້ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ຢ່າງປະສິດທິຜົນ. ນະຄອນຫຼວງຮ່າໂນ້ຍກໍ່ໄດ້ປິດຮ້ານຄາລາໂອເກະ ແລະ ບ່ອນບັນເທີງຕ່າງໆ; ແລະ ຫຼາຍໆຕົວເມືອງລວມທັງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ບັງຄັບຕ້ອງການນຳໃຊ້ຜ້າບັງປາກໃນສະຖານທີ່ສາທາລະນະ.

ໃນຂະນະນັ້ນ, ທ່ານສາດສະດາຈານ Rogier Van Doorn - ຫົວໜ້າພະແນກຄົ້ນຄ້ວາມະຫາວິທະຍາໄລ Oxford (ອັງກິດ) ໄດ້ສະແດງຄວາມປະທັບໃຈວ່າ ຫວຽດນາມ ໄດ້ຕິດຕາມກວດກາພະຍາດດັ່ງກ່າວຢ່າງໃກ້ຊິດອີກເທື່ອໜຶ່ງ. ພ້ອມທັງກໍ່ໄດ້ຕີລາຄານີ້ແມ່ນຜົນສຳເລັດຂອງຫວຽດນາມ, ແລະ ກ່າວວ່າ: “ບັນດາຜົນສຳເລັດໃນໄລຍະຜ່ານມາກຳລັງໄດ້ປະຕິບັດອີກເທື່ອໜຶ່ງ, ຂ້າພະເຈົ້າ ມີຄວາມປະທັບໃຈຫລາຍກັບວິທີສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ”.

ທ່ານສາດສະດາຈານ Justin Beardsley - ອາຈານສອນດ້ານການຕິດເຊື້ອພະຍາດຢູ່ມະຫາວິທະຍາໄລ Sydney (ອົດສະຕາລີ) ໃຫ້ຂໍ້ສັງເກດວ່າ ຫວຽດນາມໄດ້ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມຂອງຊຸມຊົນຢ່າງເຂັ້ມແຂງ ໂດຍສະເພາະໃນການຈຳກັດການແຜ່ລະບາດຂອງໄວຣັດ.

ທ່ານສາດສະດາຈານ Justin Beardsley ໄດ້ຢັ້ງຢືນວ່າ ບັນດາຜູ້ເສຍຊີວິດທີ່ຖືກລາຍງານມາໃໝ່ ເຊິ່ງສະແດງໃຫ້ເຫັນຄວາມໂປ່ງໃສຈະແຈ້ງ ໃນການລາຍງານຂ່າວກ່ຽວກັບພະຍາດ COVID-19 ໃນປະເທດຫວຽດນາມ ແລະ ຜົນງານ “ບໍ່ມີການເສຍຊີວິດກ່ອນໜ້ານີ້” ແມ່ນ "ບໍ່ມີຄວາມສົງໃສ". ການເສຍຊີວິດທັງໝົດທີ່ເກີດຈາກ COVID-19 ຢູ່ຫວຽດນາມມາຮອດປະຈຸບັນ ແມ່ນບັນດາຜູ້ປ່ວຍເຊິ່ງເປັນຜູ້ເຖົ້າ ແລະ ຜູ້ມີພະຍາດຕິດໂຕມາແຕ່ກ່ອນ.

ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ ອາຊຽນ ຈັດຕັ້ງພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ

ຍສໝ - ວັນທີ 8 ສິງຫາ, ຄະນະເລຂາອາຊຽນ ປະຈຳອິນໂດເນເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນທາງອອນລາຍ (08 ສິງຫາ 1967 – 08 ສິງຫາ 2020).

ຜ ຊ ຽວຊານສາກ ນ ຫວຽດນາມ ໄດ ຕອບສະໜອງຢ າງໄວວາ ແລະ ເຂ ມແຂງຕ ການຕ ດເຊ ອພະຍາດ covid 19 ຄ ງໃໝ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກ ແລະບັນດາຝ່າຍທີ່ກ່ຽວຂ້ອງເພື່ອຕ້ານການກໍ່ການຮ້າຍ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມວາລະກອງປະຊຸມປຶກສາຫາລືເປີດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການແກ້ໄຂການພົວພັນລະຫວ່າງ ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.