ຫວຽດນາມ ແມ່ນປະເທດທີ່ມີສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄພ

14:34 | 12/07/2020

ຍສໝ - ດ້ວຍແງ່ຫວັງເສດຖະກິດຫວຽດນາມ ມີສັນຍານຟື້ນຟູ, ພ້ອມກັບສັນຍາ EVFTA ເລີ່ມມີຜົນສັກສິດ, ໄລຍະແຕ່ 6 ເຖິງ 12 ເດືອນຕໍ່ໄປຈະມີການຫັນປ່ຽນເປັນໜ້າຕິດຕາມຫຼາຍຢ່າງພາຍຫຼັງທີ່ບັນດາວິສາຫະກິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19
ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ

ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ

ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ
ພາບປະກອບ

ບໍລິສັດກວດສອບແຖວໜ້າໂລກ PricewaterhouseCoopers ໄດ້ປະກາດສື່ສິ່ງພິມ ອົງການການຄ້າໄລຍະໂຄວິດ-19, ໃນນັ້ນໄດ້ເນັ້ນໜັກວ່າພະຍາດໂຄວິດ-19 ໄດ້ ແລະກໍາລັງກໍ່ບັນດາຜົນກະທົບທີ່ບໍ່ເຄີຍມີມາກ່ອນຕໍ່ກັບພື້ນຖານເສດຖະກິດໂລກ, ເຮັດໃຫ້ສະພາບຊື້ຂາຍ, ໂຮມເຂົ້າກັນມີການປ່ຽນແປງຢ່າງວ່ອງໄວ.

ດ້ວຍແງ່ຫວັງເສດຖະກິດຫວຽດນາມ ມີສັນຍານຟື້ນຟູ, ພ້ອມກັບສັນຍາ EVFTA ເລີ່ມມີຜົນສັກສິດ, ໄລຍະແຕ່ 6 ເຖິງ 12 ເດືອນຕໍ່ໄປຈະມີການຫັນປ່ຽນເປັນໜ້າຕິດຕາມຫຼາຍຢ່າງພາຍຫຼັງທີ່ບັນດາວິສາຫະກິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ເມື່ອບໍ່ດົນມານີ້, ກອງປະຊຸມເຈລະຈາກັບບັນດາວິສາຫະກິດ ເອີຣົບ ຢູ່ ຫວຽດນາມ ໄດ້ດຳເນີນຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ທ່ານ Nicolas Audier ປະທານສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (Eurocham).

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການປະຕິຮູບດ້ານບໍລິຫານ ກ່ອນທີ່ສັນຍາການຄ້າເສລີລະຫວ່າງສະຫະພາບ ເອີຣົບ (ອີຢູ) ແລະ ຫວຽດນາມ (EVFTA) ມີຜົນສັກສິດນັບແຕ່ວັນທີ 01 ສິງຫາ ເປັນຕົ້ນໄປ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nicolas Audier ປະທານ Eurocham ຢືນຢັນວ່າ: “EVFTA ຈະຊ່ວຍໃຫ້ພວກເຮົາ ຍູ້ແຮງການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍກ່ວາອີກ. ເພື່ອສາມາດສືບຕໍ່ພັດທະນາບັນດາຮູບການການຄ້າລົງທຶນທົ່ວໂລກ, ດຶງດູດການລົງທຶນເຂົ້າ ຫວຽດນາມ, ພວກເຮົາຄວນເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດກ່ວາອີກ. ນັ້ນແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ເສດຖະກິດຂອງ ຫວຽດນາມ ແລະ ສາມາດແກ້ໄຂໄດ້ບັນດາບັນຫາໃນປັດຈຸບັນ”.

ເວັບໄຊ Seeking Alpha ຂອງ ອາເມລິກາ ຫາກໍລົງບົດຂຽນ ໂດຍຖືວ່າ ໃນ 2 – 3 ປີມານີ້, ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ. ຕາມບົດຂຽນແລ້ວ, ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ຊ່ວຍ ຫວຽດນາມ ມີຄວາມດູດດື່ມກວ່າເມື່ອທຽບໃສ່ປະເທດອື່ນໆ ນັ້ນແມ່ນ ຄ່າແຮງງານຕໍ່າ.

ຫວຽດນາມ ມີທ່າໄດ້ປຽບໃນຂົງເຂດຜະລິດເຄື່ອງເອເລັກໂຕນິກ ເຊິ່ງກວມເອົາ 36%, ຖັດມາແມ່ນເກີບໜັງ. ບັນດາຂະແໜງອຸດສາຫະກໍາອື່ນໆຄື ຜະລິດຢາງລົດໂອໂຕ, ເຄື່ອງເຟີນີເຈີ ແລະ ຕູ້ເຢັນ ກໍ່ພວມຍ້າຍມາຜະລິດຢູ່ຫວຽດນາມ ແລະ ເລື່ອງ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ກໍໄດ້ເປີດຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ດ້ວຍຍອດ GDP ເກືອບ 2.200 ຕື້ USD.

ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ ການນຳຫວຽດນາມ ສົ່ງສານອວຍພອນໄປຍັງການ​ນຳ ​ອາ​ເມ​ລິກ​າ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ ປະເທດລາວ ໄດ້ສົ່ງເສີມການສົ່ງອອກຜະລິດຕະພັນກະເສດ13 ປະເພດໄປມາຫວຽດນາມ

ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...

ຫວຽດນາມ ແມ ນປະເທດທ ມ ສະພາບແວດລ ອມແຫ ງການລ ງທ ນຢ າງປອດໄພ ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19

ຍສໝ - ແຮງ​ງານ ປະມານ 31 ລ້ານ​ຄົນ ​ໃນ​ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບ ທາງ​ເສດຖະກິດ ຈາກ​ການ ລະບາດ ​ໂຄ​ວິດ-19 ​ໃນ​ຈຳນວນ​ນີ້ ມີ​ຜູ້​ຫວ່າງ​ງານ 900.000 ຄົນ ​ແລະ ​ເກືອບ 18 ລ້ານ​ຄົນ ມີ​ລາຍ​ໄດ້​ ຫລຸດ​ລົງ.

ໄຊພອນ

ເຫດການ
302 Found

Found

The document has moved here.