ຫວຽດນາມ ອາດຈະເປັນຮູບຕົວແບບທີ່ດີເລີດໃນການຟື້ນຕົວ ພາຍຫຼັງການລະບາດຂອງພະຍາດ

17:07 | 21/07/2020

ຍສໝ - ໃນບົດຂຽນທີ່ໜັງສືພິມ moderndiplomacy.eu, ທ່ານສາດສະດາຈານ Pankaj Jha ໃຫ້ຮູ້ວ່າ ພື້ນຖານເສດຖະກິດຫວຽດນາມ ມີການຟື້ນຕົວໄວກວ່າພື້ນຖານເສດຖະກິດອື່ນໆໃນພາກພື້ນ ພາຍຫຼັງທີ່ໄດ້ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19 ຢ່າງປະສິດທິຜົນ.

ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ ກະຊວງການຕ່າງປະເທດອາເມລິກາ ຖືເປັນສຳຄັນການພົວພັນຮ່ວມມືດ້ານການຄ້າສອງຝ່າຍກັບຫວຽດນາມ
ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ບົດຂຽນທີ່ໜັງສືພິມ moderndiplomacy.eu ເນັ້ນໜັກວ່າ: ເມື່ອບໍ່ດົນມານີ້, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີປະເທດຫວຽດນາມ ໄດ້ປະກາດວ່າ, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕໃນລະດັບ 4 - 5% ໃນປີນີ້, ສູງກວ່າການຄາດຄະເນຂອງກອງທຶນການເງິນສາກົນ IMF ໃນເດືອນເມສາ 2020.

ປະກາດດັ່ງກ່າວນີ້ໝາຍຄວາມວ່າ ລະດັບຄວາມໄວຂອງການຟື້ນຕົວພື້ນຖານເສດຖະກິດຫວຽດນາມ ແມ່ນໄວກ່ວາຄວາມໄວຂອງການຟື້ນຕົວພື້ນຖານເສດຖະກິດບັນດາປະເທດອື່ນໆໃນພາກພື້ນ ພາຍຫຼັງທີ່ໄດ້ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19 ຢ່າງປະສິດທິຜົນ.

ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ
ຕ່ອງໂສ້ການຜະລິດສົ່ງອອກໝາກເຜັດ ທີ່ປະເທດຫວຽດນາມ. (ພາບ: TTXVN)

ຄຳຖະແຫຼງດັ່ງກ່າວແມ່ນໄດ້ຍົກອອກມາໂດຍທ່ານສາດສະດາຈານ Pankaj Jha - ອາຈານສອນຢູ່ໂຮງຮຽນການພົວພັນສາກົນ Jindal, ມະຫາວິທະຍາໄລທົ່ວໂລກ Jindal Global, Sonepat (ປະເທດອິນເດຍ).

ໃນບົດຂຽນທີ່ໜັງສືພິມ moderndiplomacy.eu, ທ່ານສາດສະດາຈານ Pankaj Jha ໄດ້ກ່າວວ່າ ໃນປີນີ້ເຖິງແມ່ນວ່າຄວາມຕ້ອງການທີ່ຫຼຸດລົງຈາກທ້ອງຕະຫຼາດເອີຣົບ ແລະ ອາເມລິກາ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການສົ່ງອອກຈາກຫວຽດນາມ ແລະ ມັນກໍ່ອາດຈະສົ່ງຜົນກະທົບບໍ່ດີຕໍ່ການເຕີບໂຕ, ແຕ່ວ່າ ຫວຽດນາມໄດ້ບັນລຸລະດັບເຕີບໂຕ 5% ກໍ່ເປັນສິ່ງທີ່ເປັນໜ້າໄດ້ຮັບການຍ້ອງຍໍສັນລະເສີນ.

ໃນໄຕມາດ 2 ຂອງປີ 2020, ຕົວເລກສະແດງການພັດທະນາເສດຖະກິດຂອງຫວຽດນາມ ໄດ້ຮັບຄວາມຄືບໜ້າ. ອີງຕາມການລາຍງານຂອງ Bloomberg, ຫວຽດນາມ ປະກາດການສ່ວນເກີນການຄ້າ 500 ລ້ານໂດລາສະຫະລັດໃນເດືອນມິຖຸນາປີ 2020, ທ້ອງຕະຫຼາດອາເມລິກາ ກໍ່ສະແດງໃຫ້ເຫັນສັນຍານຟື້ນຕົວ ແລະ ການຄ້າຫວຽດນາມ - ອາເມລິກາ ຄາດວ່າຈະບັນລຸ 80 ຕື້ໂດລາສະຫະລັດໃນຊຸມປີຕໍ່ໜ້າ.

ນອກຈາກນັ້ນ, ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໄດ້ສ້າງເງື່ອນໄຂທີ່ດີກວ່າ ໃຫ້ແກ່ການເຕີບໂຕເສດຖະກິດຂອງຫວຽດນາມ ດ້ວຍການຍົກເວັ້ນພາສີການນຳກວ່າ 71% ຂອງສິນຄ້າຂອງຫວຽດນາມ ເຊິ່ງໄປຍັງເອີຣົບ, ພ້ອມກັນນັ້ນ ມີຫຼາຍກວ່າ 65% ຂອງສິນຄ້າເອີຣົບຈະໄດ້ຮັບການຍົກເວັ້ນພາສີໃນຕະຫຼາດຫວຽດນາມ.

ຫວຽດນາມ ໄດ້ດຶງດູດການລົງທືນໂດຍກົງຈາກຕ່າງປະເທດ ຄືຈາກບັນດາບໍລິສັດເອີຣົບ ແລະ ອາເມລິກາ ຍ້ອນວ່າການປັບປຸງດ້ານນິຕິກຳ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ອຳນວຍຄວາມສະດວກຢ່າງຫຼາຍຂື້ນ. ຫວຽດນາມ ກໍ່ໄດ້ມີການກະທຳຢ່າງຕັ້ງໜ້າ ເພື່ອແກ້ໄຂຫຼາຍບັນຫາເສດຖະກິດທີ່ຖືກວາງອອກໃນໄລຍະ COVID-19.

ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ ບັນດາວິສາຫະກິດອາເມລິກາ ມີຄວາມສົນໃຈຫຼາຍໃນການລົງທຶນເຂົ້າ ຫວຽດນາມ

ຍສໝ - ບັນດາວິສາຫະກິດອາເມລິກາກໍ່ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ, ແລະມີບັນດານະໂຍບາຍ ໜູນຊ່ວຍທຸລະກິດສະເພາະ...

ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ ສະຫະພາບເອີຣົບ ໄດ້ປະກາດໂຄຕານຳເຂົ້າຜະລິດຕະພັນກະເສດ ແລະ ເຂົ້າສານສຳຫຼັບ ຫວຽດນາມ

ຍສໝ - ໃນວັນທີ 15 ກໍລະກົດ, ຄະນະກຳມາທິການສະຫະພາບເອີຣົບ (EC) ໄດ້ປະກາດ ແລະ ກຳນົດການຄຸ້ມຄອງໂກຕ້ານຳເຂົ້າ ສຳລັບຜະລິດຕະພັນກະ​ເສດ ແລະ ເຂົ້າສານຈຳນວນໜຶ່ງຂອງຫວຽດນາມ ເຊິ່ງຕາມຂໍ້ຕົກລົງຂອງສັນຍາ EVFTA.

ຫວຽດນາມ ອາດຈະເປ ນຮ ບຕ ວແບບທ ດ ເລ ດໃນການຟ ນຕ ວ ພາຍຫ ງການລະບາດຂອງພະຍາດ ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ຍສໝ - ສັນຍ EVFTA ທີ່ມີຜົນບັງຄັບນຳໃຊ້ໃນວັນທີ 1 ສິງຫາ ເຊິ່ງຈະນຳມາບັນດາຜົນສະທ້ອນທີ່ດີໃຫ້ແກ່ບັນດານັກສົ່ງອອກ ຂອງປະເທດເບວຢ້ຽມ ໃນຂະນະທີ່ການເຕີບໂຕຂອງເສດຖະກິດຫວຽດນາມ ເຕັມໄປດ້ວຍຄວາມຫວັງ ບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດ COVID​-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.