ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ

11:15 | 02/04/2020

ຍສໝ - ລັດຖະບານຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ ແລະ ພວມສືບຕໍ່ເປັນເຈົ້າການ, ຮ່ວມມື, ມີຄວາມໂປ່ງໃສ ໃນການຄວບຄຸມໂລກລະບາດ. ອາເມລິກາ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນວຽກງານນີ້.

ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ
ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ກົງສຸນໃຫຍ່ ຄົນໃໝ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງ ຫລວງພະບາງ
ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ
ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink. (ພາບ:soha.vn)

ຕາມທ່ານ Daniel Kritenbrink ແລ້ວ, ໃນຊຸມວັນທໍາອິດຂອງວຽກງານຕ້ານພະຍາດໂຄວິດ-19, ຖັນແຖວພະນັກງານ, ແພດໝໍຂອງສະຖານທູດອາເມລິກາ ປະຈໍາ ຫວຽດນາມ ກໍຄືສະຖານກົງສູນໃຫຍ່ອາເມລິກາ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຮ່ວມມືກັບລັດຖະບານຫວຽດນາມ ໃນການຄວບຄຸມ ແລະຮັບມືກັບບັນດາການຜັນແປຂອງພະຍາດໂຄວິດ-19.

ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink ໄດ້ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ, ພ້ອມກັນນັ້ນ ທ່ານກໍ່ສົ່ງຄຳຂອບອົກຂອບໃຈຕໍ່ຊາວຫວຽດນາມ ທີ່ຢູ່ແນວໜ້າຕ້ານໂລກລະບາດ.

ທ່ານເອກອັກຄະລັດຖະທູດກໍ່ໃຫ້ຮູ້ວ່າ, ພາລະກອນຄະນະທູຕານຸທູດອາເມລິກາ ປະຈຳຫວຽດນາມ ທຸກຖ້ວນໜ້າ, ໃນນັ້ນມີທ່ານທີ່ພວມເຮັດວຽກຢູ່ເຮືອນຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ຕາມຄຳກ່າວເຕືອນຂອງລັດຖະບານຫວຽດນາມ ກໍ່ຄືສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC) ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຢູ່ຫວຽດນາມ ຢ່າງສຸດຂີດ.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ໄດ້ປະກາດຂໍ້ຕົກລົງສະບັບເລກທີ 447 ກ່ຽວກັບເລື່ອງປະກາດໂລກລະບາດໂຄວິດ - 19 ໃນທົ່ວປະເທດ. ປະກາດໂລກພະຍາດຕິດແປດຢູ່ຫວຽດນາມດ້ວຍຊື່ວ່າ ໂລກລະບາດໂຄວິດ - 19. ໄລຍະເວລາເກີດໂລກລະບາດແມ່ນ ນັບແຕ່ວັນທີ 23 ມັງກອນ 2020 ດ້ວຍລັກສະນະ, ລະດັບອັນຕະລາຍ ແມ່ນພະຍາດຕິດແປດກຸ່ມ A, ຄວາມສ່ຽງແມ່ນຢູ່ລະດັບເປັນໂລກລະບາດທົ່ວໂລກ, ໂດຍຕິດຕໍ່ກັນຜ່ານທາງລະບົບຫາຍໃຈຈາກຄົນສູ່ຄົນ.

ບັນດາມາດຕະການປ້ອງກັນ ແລະສະກັດກັ້ນໂລກລະບາດດັ່ງກ່າວຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດ, ລວມມີ: ສ້າງຕັ້ງຄະນະຊີ້ນໍາວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດແຫ່ງຊາດ; ແຈ້ງອາການສຸຂະະພາບ, ການລາຍງານກ່ຽວກັບໂລກລະບາດ; ຈັດຕັ້ງການກວດ ແລະ ປິ່ນປົວພະຍາດສຸກເສີນ; ຈັດຕັ້ງການແຍກຕົວທາງສາທາລະນະສຸກ; ເຮັດອະນາໄມ, ສີດຢາຂ້າເຊື້ອຢູ່ເຂດເກີດໂລກລະບາດ; ບັນດາມາດຕະການປ້ອງກັນຕົນເອງ; ຄວບຄຸມການເຂົ້າ - ອອກເຂດເກີດໂລກລະບາດ; ລະດົມ, ນໍາໃຊ້ບັນດາແຫຼ່ງກໍາລັງຮັບໃຊ້ການເຄື່ອນໄຫວປ້ອງກັນ ແລະສະກັດກັ້ນ; ຮ່ວມມືກັບສາກົນໃນວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດ ແລະບັນດາມາດຕະການອື່ນໆໃນຊ່ວງເວລາທີ່ເກີດໂລກລະບາດ.

ໃນ 20 ປີຜ່ານມາ, ລັດຖະບານອາເມລິກາ ໄດ້ສະຫງວນເງິນຈຳນວນ 706 ກວ່າລ້ານໂດລາສະຫະລັດ ເພື່ອໜູນຊ່ວຍຫວຽດນາມ ໃນຂົງເຂດສາທາລະນະສຸກ, ກໍຄືບັນດາການໜູນຊ່ວຍທາງດ້ານເຕັກນິກ ແລະການເງິນຫຼາຍພໍສົມຄວນໃນທົດສະວັດຜ່ານມາ, ເພື່ອແນໃສ່ຊ່ວຍໃຫ້ຫວຽດນາມ ກວດພົບ ແລະຮັບມືສຸກເສີນກັບບັນດາພະຍາດຕິດແປດ. ວິວັດທະນາການນີ້ຍັງຄົງຈະສືບຕໍ່ ແລະຊ່ວຍເສີມສ້າງການພົວພັນລະຫວ່າງຖັນແຖວພະນັກງານການແພດຂອງອາເມລິກາ ແລະຫວຽດນາມ ເພື່ອໃຫ້ພວກເຮົາພ້ອມກັນຕ້ານຄືນກັບພະຍາດໂຄວິດ-19. ທ່ານ Daniel Kritenbrink ຢັ້ງຢືນວ່າ ວຽກງານສໍາຄັນນີ້ຈະໄດ້ຮັບການຮັກສາ ເຊິ່ງບໍ່ພຽງແຕ່ໃນຂະນະທີ່ຕ້ານພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງພາຍຫຼັງສາມາດຄວບຄຸມພະຍາດໂຄວິດ-19 ໄດ້ແລ້ວ.

ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ຍສໝ - ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ຫງວຽ໋ນ ເຟືອງ ງາ ໄດ້ເນັ້ນໜັກວ່າ, ການມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” ແມ່ນເປັນການສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທ່ານເອກອັກຄະລັດຖະທູດໃນວຽງງານການຊຸກຍູ້ສາຍພົວພັນ ມິດຕະພາບແບບພິເສດຫວຽດນາມ - ລາວ ເກືອບ 4 ປີ ຂອງການດຳລົງຕຳແໜ່ງຂອງຕົນ.

ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ ສະຖານທູດ ສປປ ລາວ ປະຈຳ ອາເມລິກາ ອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ໄດ້ນໍາໜ້າຄະນະພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ອາເມລິກາ ມາສະຖານທູດຫວຽດນາມ ປະຈຳ ວໍຊິງຕັນ ເພື່ອອວຍພອນວັນສະຖາປະນາປະເທດ ສສ ຫວຽດນາມ ຄົບຮອບ 74 ປີ (2/9/1945 - 2/9/2019).

ທ ານເອກອ ກຄະລ ດຖະທ ດອາເມລ ກາ ປະຈຳ ຫວຽດນາມ ຕ ລາຄາສ ງບ ນດາປະຕ ກ ລ ຍາໂຕ ຕອບໂດຍດ ວນຂອງຫວຽດນາມ ໃນການຮ ບມ ກ ບໂລກລະບາດ ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ

ຍສໝ - ໃນວັນທີ 01 ສິງຫາ ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ Bruno Angetlet ເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.