ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນລະຫວ່າງ ຫວຽດນາມ - ລາວ | |
ສ້າງວຽກເຮັດງານທຳກວ່າ 574.000 ຕຳແໜ່ງ, ຕະຫລາດແຮງງານຫວຽດນາມ ໄດ້ຄ່ອຍໆຟື້ນຕົວ ຫຼັງ Covid-19 |
![]() |
ພິທີໄຕ້ທູບທຽນເນື່ອງໃນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ. |
ໃນລະຫວ່າງວັນທີ 18-19 /07/2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະນຳ ແລະ ພະນັກງານຈຳນວນໜຶ່ງໄດ້ ເຂົ້າຮ່ວມພິທີໄຕ້ທູບທຽນເນື່ອງໃນວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ຄົບຮອບ 73 ປີ (27/07/1949 - 27/07/2020) ຢູ່ສຸສານສາກົນ ຫວຽດ-ລາວ ເມືອງ ແອງເຊິນ, ແຂວງ ເຫງະອານ ສສ.ຫວຽດນາມ.
ໃນພິທີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ກ່າວວ່າ: ໃນປະຫວັດສາດແຫ່ງການພົວພັນສາກົນ, ແຕ່ອະດິດມາເຖິງປະຈຸບັນ, ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ, ເປັນການພົວພັນທີ່ສະໜິດແໜ້ນໝັ້ນຄົງ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ມີປະສິດທິຜົນ ລະຫວ່າງສອງຊາດໄດ້ສ້າງຂຶ້ນ ແລະ ຖະນຸຖະໜອມຜ່ານຂະບວນການຮ່ວມສຳພັນສູ້ຮົບທີ່ເສຍສະຫຼະຊີວິດເລືອດເນື້ອ ບໍ່ຮູ້ຈັກວ່າເທົ່າໃດລຸ້ນຄົນຮ່ວມຕໍ່ສູ້ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ສັງຄົມທີ່ກ້າວໜ້າຂອງສອງປະເທດ.
![]() | ເຈົ້າໜ້າທີ່ອາວຸໂສອາຊຽນ ຈັດຕັ້ງກອງປະຊຸມທາງອອນລາຍ ຕັ້ງໜ້າກະກຽມໃຫ້ແກ່ບັນດາກອງປະຊຸມຂັ້ນລັດຖະມົນຕີ ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງໜ້າກະກຽມໃຫ້ແກ່ບັນດາກອງປະຊຸມຂັ້ນລັດຖະມົນຕີ. |
![]() | ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19 ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020). |
![]() | ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ ຍສໝ - ຫວ່າງແລ້ວນີ້, ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະກໍາປູເຈຍ. |
ໄຊພອນ