ສ້າງວຽກເຮັດງານທຳກວ່າ 574.000 ຕຳແໜ່ງ, ຕະຫລາດແຮງງານຫວຽດນາມ ໄດ້ຄ່ອຍໆຟື້ນຕົວ ຫຼັງ Covid-19

16:30 | 18/07/2020

ຍສໝ - ທ່ານ ດ່າວຫງອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ, ແຕ່ຕົ້ນປີມາຮອດປະຈຸບັນ,ຄຽງຄູ່ກັບຄວາມຫຍຸ້ງຍາກທົ່ວໄປຂອງປະເທດຍ້ອນຜົນກະທົບຈາກໂລກລະບາດ Covid-19, ຂະແໜງ ແຮງງານ,ທະຫານເສຍອົງຄະ ແລະ ສັງຄົມ ກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.

ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19 ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19
ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19 ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ
ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19
ກອງປະຊຸມທາງອອນລາຍ ສະຫຼຸດ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍຈຸດສຸມ 6 ເດືອນທ້າຍປີໃນຂົງເຂດແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມ.(ພາບ:ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ)

ແຮງ​ງານ ປະມານ 31 ລ້ານ​ຄົນ ​ໃນ​ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບທາງ​ເສດຖະກິດຈາກ​ການລະບາດ ​ໂຄ​ວິດ-19 ​ໃນ​ຈຳນວນ​ນີ້ ມີ​ຜູ້​ຫວ່າງ​ງານ 900.000 ຄົນ ​ແລະ ​ເກືອບ 18 ລ້ານ​ຄົນ ມີ​ລາຍ​ໄດ້​ຫລຸດ​ລົງ ຫາກ​ຍັງ​ບໍ່​ມີ​ມາດຕະການ​ເພື່ອກະ​ຕຸ້ນ​ເສດຖະກິດອາດ​ສົ່ງ​ໃຫ້​ມີ​ຜູ້​ຫວ່າງ​ງານເພີ່ມ​ຂຶ້ນ​ອີກ 5 ລ້ານ​ຄົນ ​ພາຍ​ໃນ​ທ້າຍ​ປີ​ນີ້​ໂດຍ​ມີ​ ອັດຕາ​ຫວ່າງ​ງານ​ ໃນ​ເມືອງ 4,46% ​ເປັນ​ສະຖິຕິຕ່ຳ​ສຸດ​ໃນ​ຮອບ 10 ປີ ຈາກ​ການ​ໃຊ້​ມາດ​ຕະການ​ຮັກສາ ໄລຍະ​ຫ່າງ​ທາງ​ສັງຄົມ.

ຕາມ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, 6 ເດືອນຕົ້ນປີ ທົ່ວປະເທດ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໄດ້ 574 ພັນກວ່າຄົນ, ບັນລຸໄດ້ 35,7% ຂອງແຜນການ, ບັນລຸ 73,8% ທຽບໃສ່ໄລຍະດຽວກັນຂອງປີ 2019.

ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ, ແຕ່ຕົ້ນປີມາຮອດປະຈຸບັນ,ຄຽງຄູ່ກັບຄວາມຫຍຸ້ງຍາກທົ່ວໄປຂອງປະເທດຍ້ອນຜົນກະທົບຈາກໂລກລະບາດ Covid-19, ຂະແໜງ ແຮງງານ,ທະຫານເສຍອົງຄະ ແລະ ສັງຄົມ ກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ຂະໜາດແຮງງານຈາກ 55,4 ລ້ານຄົນຫຼຸດລົງມາຍັງເຫຼືອປະມານ 52 ລ້ານຄົນ.

ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19
ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ)

ໃນ 6 ເດືອນຜ່ານມາ, ຜູ້ອອກແຮງງານຢູ່ຂົງເຂດວິສາຫະກິດໄດ້ຫຼຸດລົງຢ່າງແຮງ, ຕົ້ນຕໍແມ່ນຢູ່ບາງຂະແໜງອາຊີບຄື: ຕັດຫຍິບ, ເກີບໜັງ, ກະເປົາ. ອັດຕາໄພວ່າງງານຂອງກຳລັງແຮງງານຢູ່ເຂດຕົວເມືອງແມ່ນຢູ່ໃນລະດັບສູງທີ່ສຸດໃນ 10 ປີຜ່ານມາ. ນັບແຕ່ນີ້ຮອດທ້າຍປີ,ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຂະແໜງຕ້ອງປະເຊີນໜ້າໃນການແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ຮັບປະກັນການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນ.

ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ພວກເຮົາຍິ່ງເຫັນຄວາມຫຍຸ້ງຍາກ, ຍິ່ງມີຄວາມຕັດສິນໃຈກ່ວາເພື່ອປະຕິບັດວຽກງານຂອງຊຸມເດືອນທ້າຍປີ. ໃນນັ້ນ, ມານະພະຍາຍາມໃຫ້ຫຼາຍທີ່ສຸດເພື່ອຮັກສາຕະຫຼາດແຮງງານ, ເຮັດທຸກວິທີເພື່ອຊຸກຍູ້ເສດຖະກິດ. ໄປຄຽງຄູ່ກັບການສ້າງລະບອບລະບຽບການນັ້ນ ຕ້ອງໃຫ້ບຸລິມະສິດອັນດັບໜຶ່ງ ແກ່ການວາງແຜນໂຄງການ, ເປົ້າໝາຍ. ສືບຕໍ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມເຮັດແນວໃດເພື່ອໃຫ້ປະຊາຊົນແລະ ວິສາຫະກິດໄດ້ສຳຜັດກັບບ້ວງເງິນກູ້ຢືມ ຈາກທະນາຄານນະໂຍບາຍສັງຄົມຈຳນວນ16 ພັນຕື້ດົງ.

ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19 ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).

ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19 ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ

ຍສໝ - ຫວ່າງແລ້ວນີ້, ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະກໍາປູເຈຍ.

ສ າງວຽກເຮ ດງານທຳກວ າ 574 000 ຕຳແໜ ງ ຕະຫລາດແຮງງານຫວຽດນາມ ໄດ ຄ ອຍໆຟ ນຕ ວ ຫ ງ covid 19 ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມລະບຽບການ.

ໄຊພອນ

ເຫດການ
302 Found

Found

The document has moved here.