ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອາ​ຊຽນ ຈັດ​ຕັ້ງ​ກອ​ງ​ປະ​ຊຸມ​ທາ​ງ​ອອນ​ລາຍ​ ຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ

14:30 | 18/07/2020

ຍສໝ - ໃນຕອນເຊົ້າວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ໄດ້ດຳເນີນທາງອອນລາຍ ເພື່ອຕັ້ງ​ໜ້າ​ກະ​ກຽ​ມໃ​ຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ.

ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19
ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ

ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນກວດວຽກງານການຮ່ວມມື ໃນການສ້າງປະຊາຄົມອາຊຽນ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແນວທາງການປ້ອງກັນ, ຄວບຄຸມ ແລະ ຟື້ນຟູພາຍຫຼັງໄລຍະ COVID-19, ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ທີ່ກອງປະຊຸມ, ບັນດາປະເທດໄດ້ເນັ້ນໜັກວ່າ ການສ້າງເປັນສຳເລັດປະຊາຄົມ ສືບຕໍ່ເປັນບຸລິມະສິດອັນດັບໜຶ່ງຂອງອາຊຽນໃນປະຈຸບັນ, ບໍ່ຫົວຊາຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ເກີດຈາກການລະບາດຂອງພະຍາດ COVID-19.

ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ
ທ່ານ ຫງວຽນກ໊ວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ຜູ້ຕາງໜ້າບັນດາປະເທດອາຊຽນ ແລະ ຄະນະເລຂາທິການອາຊຽນໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ກໍ່ຄືບັນດາຂໍ້ລິເລີ່ມໃນຂົງເຂດຮັບມືກັບໂລກລະບາດ COVID – 19 ໄດ້ຢ່າງສຳເລັດຜົນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ເພື່ອແນໃສ່ມານະພະຍາຍາມກະກຽມໃຫ້ແກ່ບັນດາເຫດການຂັ້ນລັດຖະມົນຕີເຊິ່ງຈະໄດ້ຈັດຂຶ້ນໃນເດືອນສິງຫາຈະມາເຖິງນີ້.

ທ່ານ ຫງວຽນກ໊ວກຢຸງ ກໍ່ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາປະເທດ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນອື່ນຄືສືບຕໍ່ຜັນຂະຫຍາຍບັນດາວຽກງານ, ແຜນການສ້າງປະຊາຄົມອາຊຽນ, ຫັນບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ທີ່ຫາກໍ່ດຳເນີນກໍ່ຄືກອງປະຊຸມສຸດຍອດພິເສດກ່ຽວກັບການຮັບມືກັບໂລກລະບາດ Covid – 19 ໃຫ້ປະກົດຜົນເປັນຈິງ; ພ້ອມທັງເພີ່ມທະວີປະສິດທິຜົນຂອງບັນດາກົນໄກເຈລະຈາ, ຮ່ວມມື ກັບບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ.

ກອງປະຊຸມ SOM ອາຊຽນຄັ້ງນີ້ແມ່ນສ່ວນໜຶ່ງຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 ແລະ ​ບັນ​ດາກອງປະຊຸມທີ່ກ່ຽວຂ້ອງ.

ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມລະບຽບການ.

ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ ກອງປະຊຸມໂຕະມົນພັກການເມືອງສາກົນ ກ່ຽວກັບການຮ່ວມມືດ້ານຄວາມປອດໄພ ໃນໄລຍະ COVID-19

ຍສໝ - ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານພັກສະຫະພັນລັດເຊຍເອກະພາບ ແລະ ຮອງປະທານສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນລັດເຊຍ.

ເຈ າ ໜ າ ທ ອາ ວ ໂສອາ ຊຽນ ຈ ດ ຕ ງ ກອ ງ ປະ ຊ ມ ທາ ງ ອອນ ລາຍ ຕ ງ ໜ າ ກະ ກຽ ມໃ ຫ ແກ ບ ນ ດາ ກອງ ປະ ຊ ມ ຂ ນ ລ ດ ຖະ ມ ນ ຕ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ຍສໝ - ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງເວທີປຶກສາຫາລືອາຊຽນກ່ຽວກັບການພັດທະນາອະນຸພາກພື້ນ: "ການຮ່ວມມືແມ່ນ້ຳຂອງ ຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.