ຕ້ານ COVID-19, ສະຫະລັດອາເມລິກາໄດ້ເພີ່ມເງິນ 128 ລ້ານໂດລາສະຫະລັດ ສຳລັບການຊ່ວຍເຫຼືອດ້ານການແພດທົ່ວໂລກ

16:53 | 07/05/2020

ຍສໝ - ອີງຕາມ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ, ສະຫະລັດອາເມລິກາໄດ້ເພີ່ມເງິນຊ່ວຍເຫລືອມະນຸດສະທຳ ແລະ ການແພດທົ່ວໂລກ 128 ລ້ານໂດລາ ເພື່ອຕໍ່ສູ້ຕ້ານກັບ COVID-19.    

ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19
ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ ຮ້ານ Lee's Sandwiches, ເຊິ່ງເປັນຮ້ານອາຫານຫວຽດນາມ ມອບເຂົ້າຈີ່ເພື່ອຊ່ວຍແພດໝໍອາເມລິກາຕໍ່ສູ້ກັບ COVID-19
ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ
ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ.(ພາບ:Reuters)

ໃນຖະແຫຼງການ, ທ່ານ Mike Pompeo ກ່າວວ່າ: "ມື້ນີ້, ສະຫະລັດອາເມລິກາສືບຕໍ່ສະແດງຄວາມເປັນຜູ້ນຳທົ່ວໂລກໃນການຮັບມືກັບໂລກລະບາດ COVID-19 ດ້ວຍມູນຄ່າການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການແພດທົ່ວໂລກເພີ່ມເຕີມ 128 ລ້ານໂດລາສະຫະລັດ”.

ອີງຕາມການປະກາດ, ຈໍານວນເງິນ 128 ລ້ານໂດລາສະຫະລັດຈະລວມເອົາງົບປະມານເພື່ອສະໜັບສະໜູນການປ້ອງກັນ, ກວດພົບ ແລະ ຄວບຄຸມເຊື້ອໄວຣັສ SARS-CoV-2 ແລະ ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ຜູ້ປະສົບໄພແລະ ຜູ້ອົບພະຍົບ, ຊ່ວຍປ້ອງກັນ ການແຜ່ກະຈາຍຂອງ COVID-19 ໃນບັນດາເປົ້າໝາຍເຫຼົ່ານີ້.

ດັ່ງນັ້ນ, ມາຮອດປະຈຸບັນ, ຈຳນວນເງິນທັງໝົດຂອງຄຳໝັ້ນສັນຍາຂອງສະຫະລັດອາເມລິກາໃນການສະໜັບສະໜູນ ດ້ານສຸຂະພາບ, ມະນຸດສະທຳ ແລະ ການສະໜັບສະໜູນດ້ານເສດຖະກິດທົ່ວໂລກສຳລັບຫລາຍກວ່າ 120 ປະເທດໄດ້ບັນລຸ 900 ລ້ານໂດລາສະຫະລັດ.

ໃນຂະນະດຽວກັນ, ທ່ານ Mike Pompeo ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຢືນຢັນວ່າລັດຖະບານສະຫະລັດອາເມລິກາ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໄດ້ໃຫ້ການສະໜັບສະໜູນ ແລະ ບໍລິຈາກເງິນປະມານ 6,5 ຕື້ໂດລາສະຫະລັດ ໃຫ້ແກ່ຄວາມພະຍາຍາມໃນການປ້ອງກັນການລະບາດຂອງພະຍາດ COVID-19 ໃນທົ່ວໂລກ.

ສະຫະລັດອາເມລິກາ ໄດ້ປະກາດໃນວັນທີ 6 ພືດສະພາ ວ່າໄດ້ເຊັນສັນຍາ 126 ລ້ານໂດລາ ກັບຜູ້ຜະລິດ 3M ເພື່ອຊຸກຍູ້ການຜະລິດຜ້າອັດປາກ N95 ດ້ວຍຈໍານວນ 26 ລ້ານອັນ ໃນແຕ່ລະເດືອນ, ເລີ່ມແຕ່ເດືອນຕຸລາ. ດ້ວຍສັນຍາສະບັບນີ້, ກຳລັງການຜະລິດ/ອຸດສາຫະກຳ ຈະໄດ້ຮັບການເພີ່ມຂື້ນເພື່ອຮັບປະກັນລະບົບຕ່ອງໂສ້ການສະໜອງ ຜ້າອັດປາກ N95 ທີ່ ໝັ້ນຄົງ, ພ້ອມດຽວກັນນີ້ກໍ່ຍັງສະໜອງໃຫ້ແກ່ສາງສໍາຮອງແຫ່ງຊາດຍຸດທະຊາດເພື່ອຕອບສະໜອງ ຄວາມຕ້ອງການຂອງຊາດໃນສະພາບການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນຫຼາຍ.

ໄລ່ຮອດເວລາ 21 ໂມງຂອງວັນທີ 06 ພຶດສະພາ, ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-19 ກ່ວາ 3,75 ລ້ານຄົນ, ໃນນັ້ນ ມີກ່ວາ 259.000 ຄົນເສຍຊີວິດ. ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ຢືນຢູ່ແຖວໜ້າໂລກກ່ຽວກັບ 2 ດັດຊະນີຈຳນວນຜູ້ຕິດໄວຣັດ SARS-CoV-2 ແລະ ຈຳນວນຜູ້ເສຍຊີວິດຍັງສືບຕໍ່ແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 1,2 ລ້ານຄົນ ແລະ ມີກ່ວາ 72.000 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດຢູ່ ອາເມລິກາ ຍັງມີຄວາມສ່ຽງຕິດແປດຢ່າງສູງ ໃນສະພາວະປະເທດນີ້ ຄ່ອຍໆຫລຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມ ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວເສດຖະກິດຄືນໃໝ່.
ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້ານກັບ COVID-19

ຍສໝ - ໃນຕອນເຊົ້າຂອງວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ມອບ ຜ້າອັດປາກ 80.000 ອັນ ເພື່ອຊ່ວຍປະຊາຊົນເຢຍລະມັນ ຕໍ່ສູ້ຕ້່ານກັບ COVID-19. ລວມຍອດມູນຄ່າຂອງຂວັນແມ່ນຂຶ້ນເຖິງ 1 ຕື້ 40 ລ້ານດົ່ງ.

ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ ອຽນບາຍ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ແຂວງ Val de Marne, ປະເທດຝະລັ່ງ ເພື່ອຕ້ານກັບ COVID-19

ຍສໝ - ເມື່ອບໍ່ດົນມານີ້, ຫົວໜ້າຄະນະ ກຳມະການປະຊາຊົນແຂວງ ອຽນບາຍ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ແຂວງ Val de Marne, ປະເທດຝະລັ່ງ ເພື່ອຕ້ານກັບ COVID-19. ຜູ້ຕາງໜ້າສະຖານທູດຝຣັ່ງປະຈຳຫວຽດນາມໄດ້ຮັບຂອງຂວັນນີ້.

ຕ ານ covid 19 ສະຫະລ ດອາເມລ ກາໄດ ເພ ມເງ ນ 128 ລ ານໂດລາສະຫະລ ດ ສຳລ ບການຊ ວຍເຫ ອດ ານການແພດທ ວໂລກ ແຂວງບິ່ງເຢືອງໄດ້ມອບເງິນ ຈຳນວນ 1 ຕື້ດົ່ງເພື່ອຊ່ວຍແຂວງ Kratie ກຳປູເຈຍ ຕ້ານພະຍາດ COVID-19

ຍສໝ - ລວມມູນຄ່າການສະໜັບສະໜູນສຳລັບແຂວງ Kratie ກຳປູເຈຍ ແມ່ນຫຼາຍກ່ວາ 1,1 ຕື້ດົງ, ໃນນັ້ນມີເງິນສົດ 30.000 ໂດລາສະຫະລັດ ປະກອບມີອຸປະກອນການແພດ, ເຄື່ອງນຸ່ງຫົ່ມ 2000 ຊຸດ, ຜ້າອັດປາກ 7.500 ອັນ, ຜ້າອັດປາກການແພດ 12.500 ອັນ, ນໍ້າຢາລ້າງມື 600 ລິດ, ຖົງມືການແພດ 50.000 ...

ໄຊພອນ

ເຫດການ
302 Found

Found

The document has moved here.