ຫວຽດນາມ ໄດ້ອອກວີຊາແບບເອເລັກໂຕນິກ ໃຫ້ພົນລະເມືອງຂອງ 80 ປະເທດ

16:38 | 03/06/2020

ຍສໝ - ມີປະຕູຊາຍແດນການເດີນອາກາດຈຳນວນ 8 ແຫ່ງ ທີ່ໄດ້ອະນຸຍາດໃຫ້ພົນລະເມືອງຕ່າງປະເທດ ເຂົ້າ - ອອກເມືອງ ໂດຍວີຊາແບບເອເລັກໂຕນິກ, ໃນນັ້ນມີປະຕູຊາຍແດນການເດີນອາກາດສາກົນ ໂນຍບ່າຍ, ປະຕູຊາຍແດນການເດີນອາກາດສາກົນ ເຕີນເຊີນຍຶດ…

ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ ປົກປ້ອງປະຊາຊົນໃນການປະທະກັນ ແມ່ນບຸລິມະສິດສຳຄັນຂອງຫວຽດນາມ
ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ ອິນໂດເນເຊຍ ຍົກເວັ້ນການນຳໃຊ້ອັດຕາພາສີສະບັບໃໝ່ ສຳຫຼັບຜ້າແພຂອງ ຫວຽດນາມ

ເມື່ອບໍ່ດົນມານີ້, ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ໄດ້ອອກມະຕິຕົກລົງເລກທີ 79/NQ-CP ກ່ຽວກັບບັນຊີລາຍຊື່ຂອງບັນດາປະເທດທີ່ມີພົນລະເມືອງ ໄດ້ຮັບວີຊາແບບເອເລັກໂຕນິກ ແລະ ບັນຊີລາຍຊື່ດ່ານຊາຍແດນສາກົນ ທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ - ອອກເມືອງ ດ້ວຍວີຊາແບບເອເລັກໂຕຣນິກ. ມະຕິຕົກລົງນີ້ມີຜົນບັງຄັບນຳໃຊ້ ຕັ້ງແຕ່ວັນທີ 1 ກໍລະກົດ.

ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ
ຫວຽດນາມ ໄດ້ອອກວີຊາແບບເອເລັກໂຕນິກ ໃຫ້ພົນລະເມືອງຂອງ 80 ປະເທດ. (ພາບ: vnexpress)

ຕາມການສະເໜີຂອງກະຊວງຕຳຫຼວດ, ລັດຖະບານຫວຽດນາມ ໄດ້ອອກມະຕິຕົກລົງ ກ່ຽວກັບບັນຊີລາຍຊື່ບັນດາປະເທດທີ່ພົນລະເມືອງໄດ້ຮັບວີຊາເອເລັກໂຕຣນິກ, ປະກອບມີ 80 ປະເທດ, ເຊັ່ນ: ສະຫະລັດອາເມລິກາ, ການາດາ, ເກົາຫຼີໃຕ້, ສະຫະພັນຣັດເຊຍ, ອີຕາລີ, ສະເປນ, ເວເນຊູເອລາ, Uruquay, ອັງກິດ ແລະ ໄອແລນເໜືອ, ແມັກຊິໂກ, Malta, ມຽນມາ…

ນອກຈາກນັ້ນ, ລັດຖະບານຫວຽດນາມ ຍັງໄດ້ເຜີຍແຜ່ລາຍຊື່ບັນດາດ່ານຊາຍແດນສາກົນທີ່ອະນຸຍາດ ໃຫ້ຄົນຕ່າງປະເທດເຂົ້າ - ອອກເມືອງ ໂດຍວີຊາເອເລັກໂຕຣນິກ. ຕາມນັ້ນແລ້ວ, ມີ ປະຕູຊາຍແດນການເດີນອາກາດຈຳນວນ 8 ແຫ່ງ ທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ - ອອກເມືອງ ໂດຍວີຊາເອເລັກໂຕຣນິກ, ເຊັ່ນ: ປະຕູຊາຍແດນການເດີນອາກາດສາກົນ ໂນຍບ່າຍ, ປະຕູຊາຍແດນການເດີນອາກາດສາກົນ ເຕີນເຊີນຍຶດ, ປະຕູຊາຍແດນການເດີນອາກາດສາກົນ ກາມແຣັງ, ປະຕູຊາຍແດນການເດີນອາກາດສາກົນ ດ່ານັງ…

ແລະ ມີຈຳນວນ 13 ປະຕູຊາຍແດນທາງທະເລ ທີ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າ - ອອກເມືອງ ໂດຍວີຊາເອເລັກໂຕຣນິກ, ເຊັ່ນ: ປະຕູຊາຍແດນທ່າກຳປັ່ນ ຫງິເຊີນ (ແທງຮ່ວາ), ປະຕູຊາຍແດນທ່າກຳປັ່ນ ວູງອ໋າງ (ຮ່າຕິງ), ປະຕູຊາຍແດນທ່າກຳປັ່ນ ເຈີນເມີຍ (ເທືອທຽນເຫວ້), ປະຕູຊາຍແດນທ່າກຳປັ່ນ ຍາຈ່າງ (ແຂັງຮ່ວາ), ປະຕູຊາຍແດນທ່າກຳປັ່ນ ຢູງກ໋ວດ (ກວາງຫງ໋າຍ)…

ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ ຫວຽດ​ນາມ​ຮ່ວມ​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື ແ​ລະ ປົ​ກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ການ​ປະ​ທະ​ກັນ​ດ້ານອ​າ​ວຸດ

ຍສໝ - ວັນທີ 29 ພຶດສະພາ, ຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ ພ້ອມກັບຄະນະປະຕິບັດງານ ສະວິດ, ຫ້ອງການປະສານງານບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ (OCHA), ໂຄງການສິ່ງແວດລ້ອມຂອງ ສປຊ (UNEP) ແລະ ອົງການຈັດຕັ້ງ PAX ໄດ້ຈັດ ການປຶກສາຫາລືທາງອອນລາຍທີ່ມີຊື່ວ່າ “ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍອາວຸດ ແມ່ນ ປົກປ້ອງສາມັນຊົນ”.

ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ຫວຽດນາມ ໄດ ອອກວ ຊາແບບເອເລ ກໂຕນ ກ ໃຫ ພ ນລະເມ ອງຂອງ 80 ປະເທດ CNN: “ປະເທດຫວຽດນາມ ປະຕິບັດຮັກສາໄວ້ອັດຕາການເສຍຊີວິດຍ້ອນພະຍາດ COVID-19 ໄດ້ເປັນຕົວເລກ 0 ຄືແນວໃດ?”

ຍສໝ - ສຳນັກຂ່າວ CNN (ອາເມລິກາ) ສະແດງຄວາມປະທັບໃຈເປັນພິເສດ ສຳຫຼັບຫວຽດນາມ ໃນການຮັກສາອັດຕາການຕາຍເປັນຕົວເລກ 0.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.