ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ

06:30 | 10/07/2020

ຍສໝ - ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກເກີນດຸນຢ່າງລຽນຕິດ ແລະ ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.

ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13
ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19
ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ
ພາບປະກອບ

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ (1995 – 2020), ທ່ານເອກອັກຄະລັດຖະທູດ ເລວັນບ່າງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນກ່ຽວກັບການພົວພັນລະຫວ່າງສອງປະເທດ ນັບແຕ່ເມື່ອສ້າງການພົວພັນເປັນປົກກະຕິ.

ນັບແຕ່ປີ 2013 ເປັນຕົ້ນມາ - ເຊິ່ງແມ່ນປີ ຫວຽດນາມ - ອາເມລິກາ ສ້າງການພົວພັນຄູ່ຮ່ວມມືຮອບດ້ານ, ສອງປະເທດໄດ້ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກດ້ານ. ໄປຄຽງຄູ່ກັນນັ້ນ, ສອງປະເທດພວມແບ່ງປັນ ແລະ ມີເປົ້າໝາຍລວມແມ່ນ ສ້າງສັນຕິພາບ,ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ແລະ ໂລກເວົ້າລວມ.

ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ. ປີ 1994, ວົງເງິນການຄ້າສອງສົ້ນ ບັນລຸໄດ້ພຽງແຕ່ປະມານ 400 ລ້ານ USD, ມາໃນປີ 2019 ບັນລຸໄດ້ເກືອບ 70 ຕື້ USD ເພີ່ມຂຶ້ນກວ່າ 130 ເທົ່າ. ໃນຊຸມປີມໍ່ໆມານີ້, ຫວຽດນາມໄດ້ກາຍເປັນປະເທດສົ່ງອອກເກີນດຸນຢ່າງລຽນຕິດ ແລະ ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ.

ສ່ວນທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ແລ້ວ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນ 25 ປີ ຜ່ານມາມີ 3 ຈຸດພົ້ນເດັ່ນຄື: ທີໜຶ່ງແມ່ນ, ສອງປະເທດໄດ້ປະອະດີດຕະການ, ມຸ່ງໄປເຖິງ ອະນາຄົດ, ສ້າງການພົວພັນຄູ່ຮ່ວມມືຮອບດ້ານ; ທີ 2 ແມ່ນ ຂອບເຂດ ແລະ ລະດັບການຮ່ວມມືນັບແຕ່ດ້ານການເມືອງ, ການຕ່າງປະເທດຕະຫຼອດຮອດບັນດາຂົງເຂດອື່ນໆຄື ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ, ວິທະຍາສາດ - ເຕັກໂນໂລຢີ.

ນັບແຕ່ບັນດາຂົງເຂດສອງຝ່າຍ, ພາກພື້ນຕະຫຼອດຮອດການຮ່ວມມືໃນຂອບເຂດທົ່ວໂລກ ລ້ວນແຕ່ຮັບຮູ້ບັນດາໝາກຜົນຢ່າງກ້າວກະໂດດຂັ້ນ. ທີ 3 ແມ່ນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ເຄົາລົບກົດໝາຍ ຢູ່ ພາກພື້ນມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ ແລະ ໃນໂລກ.

ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ ແລກປ່ຽນປະສົບການຮັກສາສັນຕິພາບຂອງສະຫະປະຊາຊາດ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ

ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ ສະມາຄົມນັກຮົບເກົ່າສະຫະລັດອາເມລິກາສະເໜີ ໃຫ້ມີການຮ່ວມມື, ຮໍາບາດແຜສົງຄາມ ຢູ່ ແທງຮວາ

ຍສໝ - ຕອນເຊົ້າວັນທີ 29 ມິຖຸນາ, ຄະນະນັກຮົບເກົ່າສະຫະລັດອາເມລິ ນຳໂດຍທ່ານ Matt Keenan ໄດ້ມີການພົບປະກັບສະມາຄົມນັກຮົບເກົ່າແຂວງແທງຮວາ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມື, ຮໍາບາດແຜສົງຄາມ.

ການພ ວພ ນລະຫວ າງຫວຽດນາມ ອາເມລ ກາ ໃນປ ດຈ ບ ນ ເມ ອທຽບໃສ ກ ບ 25 ປ ກ ອນນ ແມ ນແຕກຕ າງກ ນຫ າຍ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.