ປະເທດລາວ ສຸມໃສ່ຊຸກຍູ້ການລົງທືນໃນ 6 ເດືອນທ້າຍປີ 2020

17:02 | 06/07/2020

ຍສໝ - ນັບແຕ່ຕົ້ນປີ 2020 ຈົນເຖິງປະຈຸບັນ, ລັດຖະບານລາວ ໄດ້ສືບຕໍ່ດຳເນີນກິດຈະກຳຕ່າງໆ ເພື່ອດຶງດູດ ແລະ ຊຸກຍູ້ການລົງທຶນ, ເຊັ່ນ: ສ້າງເງື່ອນໄຂສະດວກ, ສົ່ງເສີມການດຳເນີນທຸລະກິດ.

ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020 ລາວ: ຊຸກຍູ້ ການກໍ່ສ້າງທາງລົດໄຟ ຢູ່ແຂວງຫລວງພະບາງ
ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020 ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ

ສະພາບການລະບາດຂອງພະຍາດ COVID-19 ໄດ້ສ້າງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ປະສົບກັບຄວາມຫຍຸ້ງຍາກໃນປີ 2020. ໃນ 5 ເດືອນຕົ້ນ ປີ 2020, ການສົ່ງອອກຂອງປະເທດລາວ ຫຼຸດລົງ 6,1%. ຄາດຄະເນວ່າ ປະຈຸບັນລະດັບຄາດໝາຍເສດຖະກິດຫຼາຍຢ່າງ ບໍ່ບັນລຸໄດ້ຕາມແຜນການທີ່ໄດ້ວາງອອກ. ສະນັ້ນປະເທດລາວ ກຳລັງສຸມໃສ່ຊຸກຍູ້ການລົງທືນໃນຕັ້ງແຕ່ນີ້ຈົນເຖິງທ້າຍປີ ເພື່ອສົ່ງເສີມການພັດທະນາເສດຖະກິດ.

ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020
ໂຄງການລົງທຶນປູກກ້ວຍຂອງຫວຽດນາມໃນປະເທດລາວ. (ພາບ: nhandan)

ວ່າດ້ວຍນະໂຍບາຍ ແລະ ມາດຕະການຕ່າງໆ ໃນການຊຸກຍູ້ ແລະ ສົ່ງເສີມການລົງທຶນເພື່ອຮັບປະກັນການເຕີບໂຕຂອງເສດຖະກິດຢ່າງຕໍ່ເນື່ອງ ແລະ ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2020, ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ກ່າວວ່າ, ແຕ່ຕົ້ນປີ 2020 ຈົນເຖິງປັດຈຸບັນ, ລັດຖະບານລາວ ໄດ້ສືບຕໍ່ດຳເນີນກິດຈະກຳຕ່າງໆ ເພື່ອດຶງດູດ ແລະ ຊຸກຍູ້ການລົງທຶນ, ເຊັ່ນ: ສ້າງເງື່ອນໄຂສະດວກ, ສົ່ງເສີມການດຳເນີນທຸລະກິດ.

ໃນ​ໄລຍະຈະມາເຖິງ, ປະເທດລາວໄດ້ອະນຸຍາດ 23 ໂຄງການ, ມີມູນຄ່າທັງໝົດ 2,64 ຕື້ໂດລາສະຫະລັດ, ທຽບໃສ່ກັບໄລຍະດຽວກັນຂອງປີ 2019 ແມ່ນ 9,79 ຕື້ໂດລາສະຫະລັດ (ການດຶງດູດການລົງທຶນທັງໝົດໃນປີ 2019 ຂອງປະເທດລາວ ແມ່ນ 19,42 ຕື້ໂດລາສະຫະລັດ). ສຳລັບເຂດເສດຖະກິດພິເສດໃນຂອບເຂດທົ່ວປະເທດ, ນັບແຕ່ຕົ້ນປີ 2020 ມີບໍລິສັດລົງທະບຽນລົງທືນຈຳນວນ 38 ແຫ່ງ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 79 ລ້ານໂດລາສະຫະລັດ ແລະ ມູນຄ່າການລົງທືນທັງໝົດແມ່ນ 118 ລ້ານໂດລາສະຫະລັດ.

ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ໃຫ້ຮູ້ວ່າ ເພື່ອສົ່ງເສີມການດຶງດູດ ແລະ ຊຸກຍູ້ການລົງທືນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້, ປະເທດລາວຕ້ອງການສຸມໃສ່ວຽກງານຈຳນວນໜຶ່ງ, ກ່ອນອື່ນແມ່ນຕ້ອງສືບຕໍ່ປັບປຸງບັນດາຂັ້ນຕອນ ແລະ ຂໍ້ກຳນົດທຸລະກິດຕາມ 10 ມາດຖານຂອງຄຳສັ່ງ 02/TTg ຢ່າງຈະແຈ້ງ.

ຮີບຮ້ອນຄົ້ນຄວ້ານະໂຍບາຍຫຼຸດຜ່ອນພາສີ ສຳຫຼັບບັນດາຂົງເຂດໃນການລົງທຶນ, ເຊັ່ນ: ຂົງເຂດກະສິກຳ, ຂົງເຂດບໍລິການ (ການທ່ອງທ່ຽວ, ການຂົນສົ່ງ, ເຮັດທຸລະກິດ ເຊິ່ງຕິດພັນກັບການສ້າງເງື່ອນໄຂສະດວກໃຫ້ແກ່ການທ່ອງທ່ຽວ ແລະ ເຮັດທຸລະກິດຕິດພັນກັບການໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວ); ຂົງເຂດອຸດສາຫະກຳປຸງແຕ່ງຂະໜາດນ້ອຍ ແລະ ກາງ.

ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020 ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020 ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ປະເທດລາວ ສ ມໃສ ຊ ກຍ ການລ ງທ ນໃນ 6 ເດ ອນທ າຍປ 2020 ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.