ຫວຽດນາມ ຈັດພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36

06:30 | 28/06/2020

ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ທີ່ສູນປະຊຸມສາກົນນະຄອນຫຼວງຮ່າໂນ້ຍ ໄດ້ໄຂຂຶ້ນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍ ຢ່າງເປັນທາງການ.

ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36 ອາຊຽນ ໄດ້ແລກປ່ຽນສົນທະນາ ກ່ຽວກັບການກະກຽມບັນດາກິດຈະກຳໃນໄລຍະຈະມາເຖິງ
ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36 ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ໃນຖານະເປັນປະທານອາຊຽນປີ 2020, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນກຳກັບບັນຊາພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ກອງປະຊຸມຄົບຄະນະ, ກອງປະຊຸມພິເສດ ກ່ຽວກັບສິດອຳນາດຂອງແມ່ຍິງໃນປະຈຸບັນ; ການໂອ້ລົມສົນທະນາລະຫວ່າງຜູ້ນຳຂອງບັນດາປະເທດອາຊຽນ ແລະ ກອງປະຊຸມໃຫຍ່ລັດຖະສະພາອາຊຽນ (AIPA); ຜູ້ຕາງໜ້າຊາວໜຸ່ມອາຊຽນ, ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC).

ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36. (ພາບ: zing)

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່ານີ້ແມ່ນຄັ້ງທຳອິດກອງປະຊຸມສຸດຍອດອາຊຽນ ໄດ້ຈັດຂຶ້ນດ້ວຍຮູບການອອນລາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ, ຫົວຂໍ້ກອງປະຊຸມສຸດຍອດອາຊຽນຄັ້ງນີ້ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື” ຈະໄດ້ຈັດຕັ້ງປະຕິບັດໃນສະພາບມີການຜັນປ່ຽນຂອງພາກພື້ນ ແລະ ສາກົນ.

ໃນໄລຍະ 5 ປີແຫ່ງການສ້າງປະຊາຄົມ, ອາຊຽນ ກຳລັງປະເຊີນກັບບັນດາໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງເນື່ອງຈາກການປ່ຽນແປງຍຸດທະສາດທົ່ວໂລກ ແລະ ຜົນກະທົບຂອງພະຍາດ COVID-19. ໃນສະພາບການດັ່ງກ່າວ, ຄວາມກ້າຫານຂອງປະຊາຄົມອາຊຽນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ, ເຊື່ອມຕໍ່ບັນດາສະມາຊິກຢ່າງໃກ້ຊິດ ເພື່ອສ້າງຄວາມສາມັກຄີ ແລະ ຍາດແຍ່ງໂອກາດຢ່າງມີປະສິດທິຜົນ, ຜ່ານຜ່າສິ່ງທ້າທາຍ.

ເຖິງວ່າສະພາບການພະຍາດ COVID-19 ຈະສັບສົນ ແຕ່ບັນດາປະເທດສະມາຊິກອາຊຽນໄດ້ຄວບຄຸມສະຖານະການໄດ້ເປັນຢ່າງດີ. ອາຊຽນມີອັດຕາສູງ ໃນຈຳນວນຄົນເຈັບທີ່ໄດ້ປິ່ນປົວຫາຍດີ. ໃນຊຸມມື້ມໍ່ໆມານີ້, ຢູ່ຫຼາຍປະເທດອາຊຽນ ເຊິ່ງບໍ່ມີການກວດພົບກໍລະນີໃໝ່ໃນການຕິດ​ເຊື້ອພະຍາດຢູ່ໃນປະຊາຄົມ, ແລະ ພື້ນຖານເສດຖະກິດອາຊຽນຍັງມີສະຖຽນລະພາບໝັ້ນຄົງ.

ຕາມນັ້ນແລ້ວ, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຖືວ່າ, ກອງປະຊຸມສຸດຍອດອາຊຽນ 36 ຈະແມ່ນກາລະໂອກາດ ເພື່ອໃຫ້ພວກເຮົາຢັ້ງຢືນຄວາມສາມັກຄີ, ເຈດຈຳນົງດ້ານການເມືອງທີ່ເຂັ້ມແຂງ ແລະ ຄວາມຕັດສິນໃຈສູງຂອງບັນດາປະເທດສະມາຊິກອາຊຽນ ທີ່ຜ່ານຜ່າຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດອາຊຽນ ຕ້ອງສືບຕໍ່ຄວບຄຸມການລະບາດຂອງ COVID-19 ເປັນຢ່າງດີ, ແລະ ຜ່ານຜ່າຜົນຮ້າຍຂອງການລະບາດ, ຟື້ນຕົວ ແລະ ພັດທະນາເສດຖະກິດ. ພ້ອມກັນນັ້ນ, ຄວນພະຍາຍາມເຮັດໃຫ້ສຳເລັດບັນດາເປົ້າໝາຍຂອງການຮ່ວມມື ແລະ ການເຊື່ອມໂຍງອາຊຽນໃນປີ 2020.

ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກວ່າອາຊຽນຍັງຈະເພີ່ມທະວີການຊຸກຍູ້ການເຂົ້າຮ່ວມ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງທຸກໆຂະແໜງການໃນສັງຄົມ ໃນຂະບວນການກໍ່ສ້າງຊຸມຊົນທີ່ຖືປະຊາຊົນເປັນໃຈກາງ.

ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36 ສື່ມວນຊົນລາວ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບບັນດາກອງປະຊຸມຂອງອາຊຽນ

ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີການຕ່າງປະເທດອາຊຽນ, ບັນດາລັດຖະມົນຕີໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ໃນໂລກ.

ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36 ອ​າ​ຊຽນ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຄວບ​ຄູ່: ທັງ​ປ້ອງ​ກັນ​ໂລ​ກ​ລະ​ບາດ ແລະ ທັງ​ຜັນ​ຂະ​ຫຍາຍ​ການ​ກໍ່​ສ້າງ​ປະ​ຊາ​ຄົມ

ຍ​ສ​ໝ - ​ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ​ແລ້ວ, ຫວຽດ​ນາມ ໄດ້​ລົງ​ມື​ກະ​ກຽມ​ໃຫ້​ແກ່​ປີ​ປະ​ທານ​ອາ​ຊຽນ 2020 ແຕ່​ດົນ​ແລ້ວ. ເມື່ອ​ໂລກ​ລະ​ບາດ Covid – 19 ຫາກໍ່ເກີດ​ຂຶ້ນ, ຫວຽດ​ນາມ​ໄດ້​ປ່ຽນ​ແປງ​ບັນ​ດາ​ວິ​ທິ​ການ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່​ໂດຍ​ໄວ.

ຫວຽດນາມ ຈ ດພ ທ ໄຂກອງປະຊ ມສ ດຍອດອາຊຽນ ຄ ງທ 36 ໜັງສືພິມໄທ: ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ Covid-19

ຍສໝ - ໃນການວິເຄາະທີ່ມີຫົວຂໍ້ວ່າ "ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ ໄວຣັດ" ທີ່ລົງພິມໃນໜັງ ສືພິມ Bangkok Post ເມື່ອມໍ່ໆມານີ້, ນັກຂ່າວ Kavi Chongkittavorn ໄດ້ມີການຢັ້ງຢືນວ່າກອງປະຊຸມສຸດຍອດອາຊຽນ ອອນລາຍ ຄັ້ງທີ 36 ທີ່ຈະມາເຖິງ ແມ່ນການເລີ່ມຕົ້ນໃໝ່ ຂອງອາຊຽນ ເຊິ່ງມີຄວາມສາມັກຄີ ແລະ ເປັນເຈົ້າການໃນການປັບຕົວ ກວ່າເກົ່າ. ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.