ອົງການອະນາໄມໂລກ WHO ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ປະເທດລາວ ໃນການສະກັດກັ້ນພະຍາດ COVID-19

06:30 | 25/06/2020

ຍສໝ - ຈົນຮອດວັນທີ 23 ມິຖຸນາ ໄດ້ເປັນເວລາ 70 ວັນຕິດຕໍ່ກັນ ປະເທດລາວບໍ່ມີກໍລະນີໃໝ່ທີ່​ຕິດ​ເຊື້ອພະຍາດ COVID-19, ສະນັ້ນ ປະເທດລາວໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນການລະບາດຂອງພະຍາດຢ່າງມີປະສິດຕິຜົນ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19 ຫວຽດ​ນາມ - ຍີ່​ປຸ່ນ: ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ພາຍຫຼັງ ໂລກ​ລະ​ບາດ Covid – 19
ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19 WHO ກ່າວເຕືອນຄົນຮຸ່ນໜຸ່ມຕ້ອງລະມັດລະວັງຕໍ່ການລະບາດຂອງພະຍາດ Covid-19

ນັບຕັ້ງແຕ່ເມື່ອປະເທດລາວ ປະຕິບັດຜ່ອນຜັນມາດຕະການແຍກຫ່າງທາງສັງຄົມຈຳນວນໜຶ່ງ ແລະ ກ້າວເຂົ້າສູ່ໄລຍະທີສາມ ຂອງການສະກັດກັ້ນການລະບາດ COVID-19 (ໃນວັນທີ 2 ມິຖຸນາ), ປະເທດລາວ ໄດ້ຮັບຈຳນວນຄົນເຂົ້າເມືອງ ຫຼາຍກວ່າ 1,800 ກໍລະນີ, ສ່ວນໃຫຍ່ແມ່ນພົນລະເມືອງໄປເຮັດວຽກຈາກຕ່າງປະເທດ ກັບຄືນປະເທດລາວ ແລະ ຄົນຂັບລົດບັນທຸກສິນຄ້ານຳເຂົ້າສິນຄ້າ. ທຸກຄົນທີ່ເຂົ້າເມືອງປະເທດລາວ ຕ້ອງໄດ້ກວດສຸຂະພາບ ແລະ ວິເຄາະກວດກາ​ເຊື້ອພະຍາດ COVID-19 ຢ່າງໂດຍໄວ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19

ຜູ້ຕາງໜ້າອົງການອະນາໄມໂລກ ແລະ ຜູ້ນຳກະຊວງສາທາລະນະສຸກລາວ ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບການປ້ອງກັນ ພະຍາດ COVID-19. (ພາບ: VOV)

ມາຮອດປະຈຸບັນ, ປະເທດລາວ ໄດ້ດຳເນີນການວິເຄາະກວດກາ​ເຊື້ອພະຍາດ COVID-19 ສຳລັບຫລາຍກວ່າ 12.300 ກໍລະນີ, ປະເທດລາວປະສົບກັບຜູ້ຕິດ​ເຊື້ອພະຍາດ COVID-19 ເປັນຈຳນວນ 19 ຄົນ ແລະ ໄດ້ຮັບການປິ່ນປົວຫາຍດີ. ໃນຈຳນວນຫລາຍກວ່າ 2,970 ຄົນ ທີ່ຢູ່ໃນສະຖານທີ່ແຍກຫ່າງ 90 ແຫ່ງໃນທົ່ວປະເທດ ເຊິ່ງບໍ່ມີໃຜ​ຕິດ​ເຊື້ອໄວຣັສ SARS-CoV-2.

ທ່ານ Howard Sobel - ຜູ້ຕາງໜ້າອົງການອະນາໄມໂລກ WHO ປະຈຳລາວ ໄດ້ໃຫ້ຮູ້ເຖິງການໄຊຊະນະໃນເບື້ອງຕົ້ນຂອງປະເທດລາວ ໃນການສະກັດກັ້ນພະຍາດ COVID-19 ວ່າເປັນ "ແບບຢ່າງທີ່ດີ", ແລະ ໄດ້ສະແດງຄວາມຕີລາຄາສູງລັດຖະບານປະເທດລາວ ທີ່ໄດ້ມີສະຕິລະວັງຕົວໃນເບື້ອງຕົ້ນ ແລະ ໄດ້ຈັດແຈງຄວາມອັນຕະລາຍຂອງພະຍາດ COVID-19 ແລະ ນຳໃຊ້ມາດຕະການທີ່ເໝາະສົມ ແລະ ທັນເວລາ ເຮັດໃຫ້ການສະກັດກັ້ນພະຍາດ COVID-19 ໄດ້ຮັບປະສິດຕິຜົນສູງ, ປົກປ້ອງປະຊາຊົນຢ່າງປອດໄພ.

ແຕ່ວ່າ, ທ່ານ Sobel ໄດ້ເຫັນດີກັບນາຍົກລັດຖະມົນຕີລາວ ແລະ ໄດ້ກ່າວວ່າ ຄວາມສ່ຽງຂອງການລະບາດພະຍາດ COVID-19 ຢູ່ປະເທດລາວຍັງມີຢູ່, ໂດຍສະເພາະແມ່ນກໍລະນີເຂົ້າເມືອງ ຫຼັງຈາກການຜ່ອນຜັນມາດຕະການ ແຍກຫ່າງທາງສັງຄົມ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19 ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19 ອົງການອະນາໄມໂລກ WHO ສະແດງຄວາມຂອບໃຈການຊ່ວຍເຫຼືອຂອງຫວຽດນາມ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ເມື່ອບໍ່ດົນມານີ້ , ຢູ່ Geneva, ທ່ານ Tedros Adhanom Ghebreyesus - ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ WHO ໄດ້ສະແດງຄວາມຂອບໃຈ ສຳຫຼັບການຊ່ວຍເຫຼືອຂອງຫວຽດນາມ, ບັນດາປະເທດ, ອົງການຈັດຕັ້ງ ແລະ ບຸກຄົນຕ່າງໆ ໃນແຜນຍຸດທະສາດການຕອບໂຕ້ ແລະ ການກະກຽມດ້ານຍຸດທະສາດຂອງ WHO ໃນການຕໍ່ສູ້ກັບການລະບາດຂອງພະຍາດ ...

ອ ງການອະນາໄມໂລກ who ໄດ ຕ ລາຄາສ ງຕ ຄວາມພະຍາຍາມຂອງ ປະເທດລາວ ໃນການສະກ ດກ ນພະຍາດ covid 19 ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ ເພື່ອສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານ Kydong Park, ຫົວໜ້າຄະນະຕົວແທນ ອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ອົງການອະນາໄມໂລກ WHO ໄດ້ຕີລາຄາສູງວິທີການ 4 ກັບທີ່ຂອງ ລັດຖະບານຫວຽດນາມ, ນັ້ນແມ່ນ ການຊີ້ນຳກັບທີ່, ກຳລັງກັບທີ່, ພາຫະນະກັບທີ່ ແລະ ພະລາທິການກັບທີ່”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.