ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້

16:21 | 22/06/2020

ຍສໝ - ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ ໃຫ້ຮູ້ວ່າ ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້.

ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ ຫວຽດນາມ ແບ່ງປັນບົດຮຽນໃນການນໍາໃຊ້ເຕັກໂນໂລຢີນິວເຄຼຍເຂົ້າໃນການຮັບມືກັບພະຍາດໂຄວິດ-19
ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ ຮູບແບບຫໍສະໝຸດທີ່ໄດ້ຮັບການສະໜັບສະໜູນ ໂດຍ ChilFund ຫວຽດນາມ ຊ່ວຍໃຫ້ນັກຮຽນປະຖົມມີຄວາມໝັ້ນໃຈ

ວັນທີ 20 ມິຖຸນາ, ຢູ່ນະຄອນຫຼວງ Brasilia (ປະເທດບຣາຊິນ), ທ່ານນາງ ຟ້າມຖິກິມຮ່ວາ - ເອກອັກຄະລັດຖະທູດ ແຫ່ງສສ.ຫວຽດນາມ ປະຈຳປະເທດບຣາຊິນ ໄດ້ມອບສານຕາຕັ້ງເຖິງ ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ.

ທີ່ການຕ້ອນຮັບ, ທ່ານນາງ ຟ້າມຖິກິມຮ່ວາ - ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳປະເທດບຣາຊິນ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຮອບດ້ານກັບ ປະເທດບຣາຊິນ.

ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ
ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ. (ພາບ: TTXVN)

ທ່ານນາງເອກອັກຄະລັດຖະທູດ ຟ້າມຖິກິມຮ່ວາ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການຮັດແໜ້ນການພົວພັນລະຫວ່າງບຣາຊິນ - ຫວຽດນາມ ພາຍຫຼັງກວ່າ 30 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ, ພິເສດແມ່ນນັບແຕ່ປີ 2007 ເມື່ອສອງປະເທດກາຍເປັນຄູ່ຮ່ວມມືຮອບດ້ານຊຶ່ງກັນ ແລະ ກັນ.

ເຖິງວ່າສະພາບການທີ່ສັບສົນຂອງການໂລກລະບາດ COVID-19, ແຕ່ວົງເງິນການຄ້າຂອງຫວຽດນາມ ສຳຫຼັບປະເທດບຣາຊິນ ຍັງໄດ້ບັນລຸເຖິງ 1,6 ຕື້ໂດລາສະຫະລັດໃນ 5 ເດືອນທຳອິດຂອງປີນີ້, ແລະ ກາຍເປັນອັນດັບທີ 2 ໃນບັນດາປະເທດອາຊີ ທີ່ມີການພົວພັນທາງການຄ້າກັບປະເທດບຣາຊິນ.

ທ່ານນາງເອກອັກຄະລັດຖະທູດ ຟ້າມຖິກິມຮ່ວາ ໄດ້ຢືນຢັນວ່າ ໃນຖານະເປັນປະທານອາຊຽນ 2020 ແລະ ເປັນປະເທດສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ຈະເປັນຂົວຕໍ່ລະຫວ່າງບຣາຊິນ ກັບ ອາຊີຕາເວັນອອກສ່ຽງໃຕ້ ແລະ ສອງປະເທດ ໄດ້ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.

ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຟ້າມຖິກິມຮ່ວາ ໄດ້ເຊື່ອໝັ້ນວ່າການພົວພັນລະຫວ່າງສອງປະເທດ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງແຮງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການຊຸກຍູ້, ໃນນັ້ນມີບັນດາບັນຫາເສດຖະກິດ, ການຄ້າ.

ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ ໄດ້ຕີລາຄາສູງການພົວພັນກັບຫວຽດນາມ, ທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນຫລາຍປີຜ່ານມາ. ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມແມ່ນແບບຢ່າງໃຫ້ແກ່ປະເທດບຣາຊິນຕ້ອງການຮຽນຮູ້.

ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ ພິທີມອບຮັບຈົດໝາຍທາງການທີ່ປະກາດ ຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ ເອກອັກຄະລັດຖະທູດ EU

ຍສໝ - ຕອນບ່າຍວັນທີ 18 ມິຖຸນາ ທີ່ຮ່າໂນ້ຍ, ທ່ານບຸ່ຍແທງເຊີນ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຈົດໝາຍທາງການທີ່ປະກາດ ປະເທດຫວຽດນາມໃຫ້ສັດຕະຍາບັນ EVFTA ແລະ EVIPA ໃຫ້ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ.

ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ ຫວຽດນາມ ໄດ້ຮຽກຮ້ອງທົ່ວໂລກຈົ່ງແບ່ງປັນຄວາມຫຍຸ້ງຍາກ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ

ຍສໝ - ວັນທີ 18 ມິຖຸນານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມອອນລາຍເພື່ອຮັບຟັງການລາຍງານຂອງ ທ່ານ Filippo Grandi - ຫົວໜ້າກົມຮັບຜິດຊອບສຳຫຼັບຄົນລີ້ໄພ ຂອງ ສະຫະປະຊາຊາດ. ໃນກອງປະຊຸມ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕ້ອງການສຸມໃສ່ບັນດາວິທີການແກ້ໄຂ ເພື່ອຖືປະຊາຊົນເປັນຈຸດໃຈກາງ ແລະ ມີຄວາມຮັບຜິດຊອບສຳຫຼັບຄົນລີ້ໄພ.

ຮ ບແບບການຄ ມຄອງພະຍາດ covid 19 ຂອງຫວຽດນາມ ແມ ນແບບຢ າງເພ ອໃຫ ປະເທດບຣາຊ ນຮຽນຮ ຜູ້ຍິງ ເຊື້ອສາຍຫວຽດນາມ ທີ່ໄດ້ເລືອກເຂົ້າໃນບັນຊີລາຍຊື່ Forbes ຂອງສະໂລວາກີ

ຍສໝ - ວາລະສານ Forbes ຂອງສະໂລວາກີ ໄດ້ລົງພິມບົດຄວາມກ່ຽວກັບ ນາງເຮືອງ, ໃນສອງປີແຫ່ງການປະຕິບັດງານ, ຮ້ານອາຫານ ເຝີ ໄດ້ເກັບລາຍຮັບຫຼາຍກ່ວາສາມລ້ານເອີໂຣ, ເທົ່າກັບ 3,4 ລ້ານໂດລາສະຫະລັດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.