ຫວຽດນາມ ແບ່ງປັນບົດຮຽນໃນການນໍາໃຊ້ເຕັກໂນໂລຢີນິວເຄຼຍເຂົ້າໃນການຮັບມືກັບພະຍາດໂຄວິດ-19

06:30 | 22/06/2020

ຍສໝ - ທ່ານເອກອັກຄະລັດຖະທູດ ເລຢຸ້ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ IAEA ຊີ້ແຈ້ງວ່າ  ບັນດາອຸປະກອນການແພດ ແລະຄໍາແນະນໍາໂດຍ IAEA ສະໜອງນັ້ນໄດ້ຊ່ວຍໃຫ້ບັນດາອົງການວິຊາສະເພາະຂອງຫວຽດນາມ ນໍາໃຊ້ເຕັກນິກ RT-PCR ແລະຄົ້ນພົບເຊື້ອໄວຮັດ SARS-CoV-2 ຢ່າງຊັດເຈນ.

ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19 ຮູບແບບຫໍສະໝຸດທີ່ໄດ້ຮັບການສະໜັບສະໜູນ ໂດຍ ChilFund ຫວຽດນາມ ຊ່ວຍໃຫ້ນັກຮຽນປະຖົມມີຄວາມໝັ້ນໃຈ
ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19 ໜັງສືພິມໄທ: ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ Covid-19
ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19
ທ່ານເອກອັກຄະລັດຖະທູດ ເລຢຸ້ງ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:TTXVN)

ໃນລະຫວ່າງ ແຕ່ວັນທີ 15-19/6/2020, ສະພາຜູ້ວ່າການອົງການພະລັງງານປະລາມະນູສາກົນ (IAEA) ໄດ້ຈັດກອງປະຊຸມທາງໄກເພື່ອປຶກສາຫາລື ກ່ຽວກັບບັນດາບັນຫາສໍາຄັນໃນການເຄື່ອນໄຫວຂອງ IAEA ຄື ໂຄງການຮ່ວມມືດ້ານເຕັກນິກນິວເຄຼຍລະຫວ່າງ IAEA ແລະບັນດາປະເທດສະມາຊິກ, ບັນຫາປະຕິບັດສັນຍາວ່າດ້ວຍການຕິດຕາມກວດການິວເຄຼຍລະຫວ່າງ IAEA ແລະອີຣານ, ຊີຣີ, ສປປ.ເກົາຫຼີ.

ຕາມທ່ານ ເລຢຸ້ງ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທໍາອິດ ທີ່ພົບເຫັນບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ແລະ ບັນລຸໄດ້ບາງຜົນສໍາເລັດໃນເບື້ອງຕົ້ນໃນການຮັບມືກັບພະຍາດໂຄວິດ-19. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນມີຫຼາຍເຫດຜົນ, ລວມມີຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການປະຕິບັດບັນດາມາດຕະການທີ່ຈໍາເປັນໂດຍໄວ ເພື່ອຈໍາກັດຢ່າງສຸດຂີດການແຜ່ລະບາດຂອງພະຍາດໂຄວິດ-19 ແລະການສົມທົບກັນ, ການໜູນຊ່ວຍຂອງເພື່ອນມິດສາກົນ, ໃນນັ້ນມີ IAEA. ບັນດາອຸປະກອນການແພດ ແລະຄໍາແນະນໍາໂດຍ IAEA ສະໜອງນັ້ນໄດ້ຊ່ວຍໃຫ້ບັນດາອົງການວິຊາສະເພາະຂອງຫວຽດນາມ ນໍາໃຊ້ເຕັກນິກ RT-PCR ແລະຄົ້ນພົບເຊື້ອໄວຮັດ SARS-CoV-2 ຢ່າງຊັດເຈນ.

ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 21 ມິຖຸນາ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 8.914.787 ກໍລະນີ ແລະ 466.718 ກໍລະນີ ເສຍຊີວິດ ຍ້ອນເຊື້ອໄວຣັດດັ່ງກ່າວ.ທະວີບ ອາເມລິກາ ສືບຕໍ່ແມ່ນຈຸດໃຈກາງຂອງໂລກລະບາດໃນໂລກ. ຢູ່ພາກພື້ນ ອາເມລິກາ ລາຕິນ ແລະ Caribe, ຈຳນວນຜູ້ຕິດເຊື້ອໃນພາກພື້ນນີ້ ໄລ່ຮອດວັນທີ 20 ມິຖຸນາ ໄດ້ລື່ນກາຍ 2 ລ້ານຄົນ, ຂຶ້ນເຖິງ 2.007.621 ກໍລະນີ.

ວັນທີ 19 ມິຖຸນາ, ທ່ານຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ Tedros Adhanom Ghebreyesus ໄດ້ກ່າວເຕືອນວ່າ ປັດຈຸບັນ, ໂລກລະບາດໂຄວິດ - 19 ພວມຢູ່ໃນໄລຍະໃໝ່ ແລະ ອັນຕະລາຍ” ດ້ວຍຈໍານວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງແຮງ , ມີກວ່າ 150.000 ກໍລະນີຕິດເຊື້ອໃໝ່ ໄດ້ລາຍງາຍຕໍ່ອົງການອະນາໄມໂລກ ໃນວັນທີ 18 ມິຖຸນາ

ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 21 ມິຖຸນາ ໄດ້ເປັນ 66 ມື້ແລ້ວ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ເປັນອັນວ່າ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 349 ຄົນ ໃນນັ້ນ ມີ 209 ກໍລະນີ ມາຈາກຕ່າງປະເທດ ໄດ້ຮັບການແຍກຕົວໂດຍທັນທີ ແລະ ບໍ່ສາມາດຕິດແປດສູ່ຊຸມຊົນ.

ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19 ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເວືອງດີ່ງເຫວ້ ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ.

ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19 ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ

ຍສໝ - ບັນດານັກສຶກສາໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຫວຽດນາມ ແບ ງປ ນບ ດຮຽນໃນການນ າໃຊ ເຕ ກໂນໂລຢ ນ ວເຄ ຍເຂ າໃນການຮ ບມ ກ ບພະຍາດໂຄວ ດ 19 ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ຍສໝ - ເຖິງແມ່ນວ່າພັກ, ລັດຖະບານລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ, ແຕ່ບັນຫາຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ການແຕ່ງດອງທີ່ບໍ່ມີການຈົດທະບຽນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ, ເພາະວ່າປະເດັນນີ້ໄດ້ເຮັດຕາມຮີດຄອງ ແລະ ສືບໆເປັນເວລາຫຼາຍສີບປີ.

ໄຊພອນ

ເຫດການ
302 Found

Found

The document has moved here.