ໜັງສືພິມໄທ: ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ Covid-19

16:38 | 19/06/2020

ຍສໝ - ໃນການວິເຄາະທີ່ມີຫົວຂໍ້ວ່າ "ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ ໄວຣັດ" ທີ່ລົງພິມໃນໜັງ ສືພິມ Bangkok Post ເມື່ອມໍ່ໆມານີ້, ນັກຂ່າວ Kavi Chongkittavorn  ໄດ້ມີການຢັ້ງຢືນວ່າກອງປະຊຸມສຸດຍອດອາຊຽນ ອອນລາຍ ຄັ້ງທີ 36 ທີ່ຈະມາເຖິງ ແມ່ນການເລີ່ມຕົ້ນໃໝ່ ຂອງອາຊຽນ ເຊິ່ງມີຄວາມສາມັກຄີ ແລະ ເປັນເຈົ້າການໃນການປັບຕົວ ກວ່າເກົ່າ.    

ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19 ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ
ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19 ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ
ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ກ່ຽວກັບ Covid-19. (ຮູບພາບ:ຕວນແອງ)

ບົດຂຽນດັ່ງກ່າວ ໄດ້ຍົກໃຫ້ເຫັນ, ພາຍຫຼັງກວ່າ 5 ເດືອນຂອງການຕໍ່ສູ້ກັບ Covid-19, ປະຈຸບັນບັນດາຜູ້ນຳ ອາຊຽນກຽມພ້ອມສຳລັບກອງປະຊຸມສຸດຍອດອອນລາຍ ຄັ້ງທີ 36 ໃນວັນທີ 26 ມິຖຸນາ, ພາຍຫຼັງທີ່ໄດ້ເລື່ອນເວລາມາເປັນເວລາ 10 ອາທິດ. ປະຈຸບັນບັນດາເຈົ້າໜ້າ ທີ່ອະວຸໂສກຳ ລັງລວບລວມແຜນການປະຕິບັດງານເພື່ອຊ່ວຍໃຫ້ສະມາຊິກອາຊຽນທັງ ໝົດກ້າວຂຶ້ນສູ່ໃນຍຸກຫລັງ Covid-19.

ໃນເວັບໄຊພາສາ ເຢຍລະມັນ Watson.ch ຂອງປະເທດ ສະວິດ ຫາກໍລົງບົດຂຽນເນັ້ນໜັກເຖິງການເປີດເຜີຍຂໍ້ມູນຂ່າວສານ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ.

ບົດຂຽນດັ່ງກ່າວ ໄດ້ຍົກໃຫ້ເຫັນ 4 ເຫດຜົນທີ່ສ້າງຜົນສໍາເລັດຂອງຫວຽດນາມ. ທີໜຶ່ງແມ່ນ, ລັດຖະບານຫວຽດນາມ ໄດ້ຍົກອອກບັນດາມາດຕະການຄວບຄຸມຢ່າງວ່ອງໄວ; ທີສອງແມ່ນ, ຫວຽດນາມ ແມ່ນໜຶ່ງໃນຈໍານວນໜ້ອຍປະເທດທີ່ປະຕິບັດການສືບສວນປະຫວັດການສໍາຜັດຂອງຜູ້ຕິດເຊື້ອ ແລະ ການວິໄຈຫາເຊື້ອມີລະດັບຊັດເຈນສູງ. ທີສາມແມ່ນ ຫວຽດນາມ ຕອບສະໜອງຂໍ້ມູນໄດ້ຢ່າງຈະແຈ້ງ, ເປີດເຜີຍ. ທີສີ່ແມ່ນຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ.

ວັນທີ 17 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕງປະເທດຫວຽດນາມ ຝ້າມບີງມິນ ພ້ອມກັບ ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ລັດເຊຍ ແຊກໄກ ລາບຣົບ ໄດ້ເຂົ້າຮ່ວມ ກອງປະຊຸມອອນລາຍພິເສດລັດຖະມົນຕີການຕ່າງປະເທດອາຊຽນ - ລັດເຊຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19.

ກ່ວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ຖືວ່າ ປະຈຸບັນ ຫວຽດນາມພວມຜັນຂະຫຍາຍປະຕິບັດໜ້າທີ່ຄູ່, ທີ 1 ແມ່ນສະກັດກັ້ນການແຜ່ລະບາດຂອງ ໂລກລະບາດໂຄວິດ-19, ດ້ານອື່ນ ກໍ່ຊຸກຍູ້ຟື້ນຟູ ແລະ ພັດທະນາເສດຖະກິດ. ຫວຽດນາມຈະເພີ່ມທະວີການສົມທົບກັບບັນດາຝ່າຍ, ໃນນັ້ນມີ ລັດເຊຍ, WHO ແລະ ວົງຄະນະຍາດສາກົນ ເພື່ອຄວບຄຸມ ແລະ ຍູ້ ໂລກລະບາດ ໂຄວິດ-19 ໃຫ້ຖອຍໄປ.

ໄລ່ຮອດເວລາ 6 ໂມງຂອງວັນທີ 19 ມິຖຸນາ, ເປັນມື້ທີ 64 ແລ້ວທີ່ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໃໝ່ໃນຊຸມຊົນ. ປະຈຸບັນ, ຫວຽດນາມ ມີ 342 ຄົນຕິດໂລກລະບາດໂຄວິດ-19, ໃນນັ້ນ 202 ຄົນແມ່ນຕິດມາຈາກຕ່າງປະເທດ, ພາຍຫຼັງເຂົ້າເມືອງກໍ່ໄດ້ແຍກຕົວໂດຍທັນທີ. ໃນຂະນະນັ້ນ, ທົ່ວໂລກມີລວມທັງໝົດຜູ້ຕິດໂລກລະບາດໂຄວິດ-19 8.570.264 ຄົນ ໃນນັ້ນມີ 455.578 ຄົນເສຍຊີວິດ. ຢູ່ອາຊີ, ອິນເດຍ ຍັງແມ່ນປະເທດທີ່ມີການແຜ່ລະບາດຢ່າງຮຸນແຮງຂອງໂລກລະບາດ, ດ້ວຍຈຳນວນຜູ້ຕິດໂລກລະບາດໃນມື້ໜຶ່ງເພີ່ມຂຶ້ນ 13.827 ຄົນ. ມາຮອດປະຈຸບັນ, ອິນເດຍ ມີຜູ້ຕິດໂລກລະບາດໂຄວິດ-19 ທັງໝົດແມ່ນ 381.091 ຄົນ.
ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19 ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ຍສໝ - ເຖິງແມ່ນວ່າພັກ, ລັດຖະບານລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ, ແຕ່ບັນຫາຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ການແຕ່ງດອງທີ່ບໍ່ມີການຈົດທະບຽນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ, ເພາະວ່າປະເດັນນີ້ໄດ້ເຮັດຕາມຮີດຄອງ ແລະ ສືບໆເປັນເວລາຫຼາຍສີບປີ.

ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19 ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

ຍສໝ - ປະເທດລາວ - ຫວຽດນາມອ້າຍນ້ອງ, ມີຊາຍແດນຕິດຈອດພູຜາປ່າດົງຕາມສາຍພູ, ແມ່ນ້ຳລຳເຊ... ສາຍພົວພັນສະໜິດສະໜົມ, ຄວາມໃກ້ຊິດໄດ້ສະແດງອອກໃນທົ່ວປະຫວັດສາດ, ນັບທັງໃນການຕໍ່ຕ້ານ ແລະ ໃນຊີວິດການເປັນຢູ່ຂອງປະຊາຊົນ ສອງປະເທດ, ສາຍພົວພັນດັ່ງກ່າວແມ່ນເປັນ ແບບຢ່າງ, ສັດຊື່ແລະບໍລິສຸດ. ຍາກທີ່ຈະຊອກຫາໄດ້ຄວາມສຳພັນແບບນີ້ໃນໂລກ.

ໜ ງສ ພ ມໄທ ຫວຽດນາມ ນຳພາອາຊຽນ ໃນຍ ກຫ ງ covid 19 ພະຍາດ COVID-19: ຕັ້ງແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຕ້ອງໄດ້ປະຕິບັດການແຍກຫ່າງໃນເຮືອນ

ຍສໝ - ນັບແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ, ພົນລະເມືອງຂອງ 10 ປະເທດ, ໃນນັ້ນມີປະເທດຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຈະຕ້ອງປະຕິບັດການແຍກຫ່າງຢູ່ເຮືອນ ແທນທີ່ປະຕິບັດການແຍກຫ່າງຢູ່ເຂດແຍກຫ່າງຂອງສິງກະໂປ, ແລະ ຕ້ອງຈ່າຍຄ່າທົດສອບວິເຄາະພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.