ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

16:44 | 20/06/2020

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ  ສປ ຈີນ ມີບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດຈາກ 26 ປະເທດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກເຂົ້າຮ່ວມ.

ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ
ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ
ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ
ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຊາບ ກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດຢູ່ລາວ.

ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ພ້ອມດຽວກັນນີ້ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກໍຄືບົດຮຽນທີ່ດີໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ ແລກປ່ຽນຄໍາຄິດເຫັນກ່ຽວກັບມາດຕະການໃນການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະ ການຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດການຄ້າ-ການລົງທຶນ ການເຊື່ອມຈອ ແລະ ການໄປມາຫາສູ່ກັນ ລວມທັງການສະໜັບສະໜູນບັນດາໂຄງການທີ່ີຢູ່ພາຍໃຕ້ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ເພື່ອຮັບປະກັນເຮັດໃຫ້ເສດຖະກິດກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຊາບ ກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດຢູ່ລາວ ແລະ ໄດ້ປະກາດຜົນສຳເລັດເບື້ອງຕົ້ນ ໃນການແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວຂອງປະເທດລາວ ໂດຍຜົນສຳເລັດນີ້ ຍ້ອນລັດຖະບານລາວໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ ເຖິງແມ່ນວ່າລາວຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ ແຕ່ປະເທດລາວຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດຢ່າງໃກ້ຊິດ ພ້ອມນີ້ ທ່ານຍັງໄດ້ສະເໜີຕໍ່ກອງປະຊຸມ ໃຫ້ສືບຕໍ່ຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການມາດຕະການ ແລະ ບົດຮຽນທີ່ດີ ໃນການແກ້ໄຂພະຍາດໂຄວິດ ໃຫ້ການຊ່ວຍ ເຫຼືອດ້ານ-ວິຊາການ ລວມທັງການຮ່ວມກັນຄົ້ນຄ້ວາ ແລະ ພັດທະນາຢາປິ່ນປົວ ກໍຄືຢາປ້ອງກັນພະຍາດ ແລະ ການຮ່ວມກັນຜະລິດຢາຕ້ານພະຍາດດັ່ງກ່າວ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ ການລົງທຶນ ການເຊື່ອມຈອດ ແລະ ການໄປມາຫາສູ່ກັນ ພາຍຫຼັງສີ້ນສຸດການລະບາດໂຄວິດ-19.

ທ່ານລັດຖະມົນຕີຕ່າງປະເທດຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ ບັນດາປະເທດເພື່ອນມິດ ອົງການຈັດຕັ້ງສາກົນຫົວໜ່ວຍທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ລາວ ໃນການປ້ອງກັນ ຮັບມື ແລະ ແກ້ໄຂພະຍາດໂຄວິດຈົນໄດ້ຮັບຜົນສຳເລັດເປັນກ້າວໆ.

ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຂອງກອງປະຊຸມທາງໄກລະດັບສູງ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ການຮ່ວມມືກັນໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ ເພື່ອໃຫ້ປະເທດສະມາຊິກນໍາໄປຈັດຕັ້ງຜັນຂະຫຍາຍຕໍ່ໄປ.

ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ ເຮັດລະບຽບການໃຫ້ແກ່ນັກສຶກສາລາວເຂົ້າເມືອງຫວຽດນາມ

ຍສໝ - ບັນດານັກສຶກສາໄດ້ປະຕິບັດການແຍກຕົວ ຢູ່ບັນດາສະຖານທີ່ແຍກຕົວຕາມຂໍ້ກຳນົດ ແລະ ປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.

ຫາລ ການຮ ບມ ຕ ານການແຜ ລະບາດຂອງພະຍາດໂຄວ ດ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

v2.vientianemai.net

ເຫດການ
302 Found

Found

The document has moved here.