ພົນລະເມືອງຫວຽດນາມເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນໄດ້ກັບຄືນປະເທດຢ່າງປອດໄພ | |
ຫວຽດນາມ ໄດ້ອອກວີຊາແບບເອເລັກໂຕນິກ ໃຫ້ພົນລະເມືອງຂອງ 80 ປະເທດ |
ກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວວ່າ ບັນດາຜູ້ໂດຍສານໃນຖ້ຽວບິນ ແມ່ນມາຈາກຫລາຍລັດໃນປະເທດອາເມລິກາ, ສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ທີ່ມີອາການເຈັບເປັນ, ແລະ ນັກຮຽນຕ່າງປະເທດທີ່ບໍ່ມີບ່ອນພັກເຊົາ ຍ້ອນຫໍພັກອັດປະຕູ ແລະ ບັນດາກໍລະນີອື່ນໆທີ່ມີຄວາມຫຍຸ້ງຍາກໂດຍສະເພາະ.
ສະນັ້ນ, ບັນດາອົງການຕາງໜ້າຫວຽດນາມຢູ່ອາເມລິກາ ໄດ້ສະໜັບສະໜູນພົນລະເມືອງຫວຽດນາມຢ່າງຕັ້ງໜ້າ ເພາະວ່າປະຊາຊົນຈຳນວນຫຼາຍ ມາຈາກສະຖານທີ່ທີ່ໄກຈາກສະໜາມບິນ, ບາງຄົນກໍ່ຕ້ອງການຄວາມຊ່ວຍເຫລືອພິເສດ (ປະຊາຊົນຜູ້ມີອາຍຸຫຼາຍກວ່າ 80 ປີ, ເດັກເກີດໃໝ່... ).
![]() |
ພົນລະເມືອງຫວຽດນາມມາຈາກສະຫະລັດອາເມລິກາ ທີ່ກັບຄືນປະເທດຢ່າງປອດໄພ. (ພາບ: ກະຊວງການຕ່າງປະເທດຫວຽດນາມ) |
ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ San Francisco ໄດ້ສົ່ງບັນດາພະນັກງານ ໄປສະໜາມບິນ ເພື່ອຊ່ວຍພົນລະເມືອງຫວຽດນາມໃຫ້ສຳເລັດລະບຽບການ ເມື່ອກ່ອນຂຶ້ນເຮືອບິນກັບຄືນປະເທດ, ພ້ອມທັງແກ້ໄຂບັນຫາເກີດຂຶ້ນຢ່າງຮີບດ່ວນ, ເຊັ່ນພົນລະເມືອງທີ່ເສຍຫາຍໜັງສືຜ່ານແດນ…
ດ້ວຍເປົ້າໝາຍເປັນ ຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງໂລກລະບາດ Covid-19; ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດຢ່າງເຂັ້ມງວດມາດຕະການຄວາມປອດໄພ ແລະ ສຸຂາພິບານໃນຕະຫຼອດຖ້ຽວບິນ. ຫຼັງຈາກລົງຈອດ ຢູ່ ສະໜາມບິນສາກົນ ເວີນໂດນ ຢ່າງປອດໄພ, ຜູ້ໂດຍສານທັງໝົດ ໄດ້ກວດສອບທາງການແພດ ແລະ ສົ່ງໄປສະຖານທີ່ແຍກຫ່າງທີ່ຕາມລະບຽບການ.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ແລະ ບັນດາສາຍການບິນພາຍໃນປະເທດ ຈະສືບຕໍ່ດຳເນີນການບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ກັບຄືນປະເທດ, ບົນພື້ນຖານສະພາບການໂລກລະບາດໃນສາກົນ ແລະ ພາຍໃນປະເທດ, ຄວາມປາຖະໜາຂອງພົນລະເມືອງ, ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນພາຍໃນປະເທດ.
![]() | ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນ ຈາກໄຕ້ຫວັນ ແລະ ຈີນໄດ້ກັບຄືນປະເທດຢ່າງປອດໄພ ຍສໝ - ຫວ່າງມໍ່ໆນີ້, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ຢູ່ ດ່າຍບັກ, ການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການເຈົ້າໜ້າທີ່ໄຕ້ຫວັນ ແລະ ຈີນ ໄດ້ປະສານງານເພື່ອດຳເນີນຖ້ຽວບິນນໍາສົ່ງພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ. |
![]() | ນຳສົ່ງພົນລະເມືອງຫວຽດນາມ 300 ຄົນກັບເມືອປະເທດຢ່າງປອດໄພ ຍສໝ - ໂດຍປະຕິບັດການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ໃນລະຫວ່າງວັນທີ 23 – 24 ພຶດສະພາ 2020, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມປະຈຳ ເອີລົບ, ອາຟຼີກກາ ແລະ ການບິນແຫ່ງຊາດ ຫວຽດນາມໄດ້ສືບຕໍ່ສົມທົບກັບບັນດາອົງການທີ່ມີຄວາມໜ້າທີ່ຮັບຜິດຊອບຢູ່ປະເທດປະຈຳຖິ່ນປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ 300 ຄົນກັບເມືອປະເທດຢ່າງປອດໄພ. |
![]() | ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດ ຍສໝ -ຄາດຄະເນວ່າໃນວັນທີ 1 ມິຖຸນາ ຈະມາເຖິງ, ຈະມີພົນລະເມືອງຫວຽດນາມ 343 ຄົນຈາກອົດສະຕາລີ ແລະນິວຊີແລນ ກັບເມືອປະເທດໃນເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ. |
ຄຳຮຸ່ງ