ນຳສົ່ງພົນລະເມືອງຫວຽດນາມ 300 ຄົນກັບເມືອປະເທດຢ່າງປອດໄພ

16:30 | 24/05/2020

ຍສໝ - ໂດຍປະຕິບັດການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ໃນລະຫວ່າງວັນທີ 23 – 24 ພຶດສະພາ 2020, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມປະຈຳ ເອີລົບ, ອາຟຼີກກາ ແລະ ການບິນແຫ່ງຊາດ ຫວຽດນາມໄດ້ສືບຕໍ່ສົມທົບກັບບັນດາອົງການທີ່ມີຄວາມໜ້າທີ່ຮັບຜິດຊອບຢູ່ປະເທດປະຈຳຖິ່ນປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ 300 ຄົນກັບເມືອປະເທດຢ່າງປອດໄພ.

ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ ນຳສົ່ງພົນລະເມືອງຫວຽດນາມເກືອບ 300 ຄົນຈາກມາເລເຊຍ ກັບຄືນປະເທດຢ່າງປອດໄພ
ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ 343 ຄົນ ຢູ່ ອາເມລິກາ ກັບເມືອປະເທດ
ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ
ພົນລະເມືອງຫວຽດນາມ ຢູ່ ສະໜາມບິນ Amsterdam (ພາບ: ກະຊວງການຕ່າງປະເທດ)

ຜູ້ໂດຍສານໃນຖ້ຽວບິນແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກພິເສດຄືນັກຮຽນມີອາຍຸຕ່ຳກ່ວາ 19 ປີ, ຜູ້ໄປກວດປິ່ນປົວພະຍາດ, ນັກທ່ອງທ່ຽວ, ຜູ້ໄປຢ້ຽມຢາມພີ່ນ້ອງ, ຜູ້ໄປປະຕິບັດງານແຕ່ວີຊາໝົດເວລາກຳນົດ ຢູ່ບັນດາປະເທດເອີລົບຄື: ເຢຍລະມັນ, ອັງກິດ, ເຊັກໂກ, ຮູງກາຣີ… ແລະ ພົນລະເມືອງຈຳນວນໜຶ່ງໄປປະຕິບັດງານຢູ່ຕ່າງປະເທດຖືກຕົກຄ້າງຢູ່ບາງປະເທດອາຟຼິກກາຄື: ອັນເຊຣີ, ນີເຊຣີ.

ຕໍ່ໜ້າສະພາບການໂລກລະບາດພວມມີການຜັນແປຢ່າງສັນສົນ, ຫຼາຍປະເທດໄດ້ຈຳກັດການໄປມາ, ຖ້ຽວບິນໄດ້ຈັດຕັ້ງບິນລົງຈອດຢູ່ສະໜາມບິນສອງແຫ່ງ ແມ່ນ Amsterdam (ໂຮນລັງ) ແລະ Paris (ຝລັ່ງ) ເພື່ອຕ້ອນຮັບພົນລະເມືອງ. ຍ້ອນວ່າພົນລະເມືອງຕ້ອງໄປມາສະຖານທີ່ແຕກຕ່າງກັນຫຼາຍແຫ່ງ, ໃນຊຸມອາທິດທີ່ຜ່ານມາ, ບັນດາອົງການຕາງໜ້າຫວຽດນາມປະຈຳເອີລົບ ແລະ ອາຟຼິກກາ ໄດ້ເຮັດວຽກຢ່າງຕໍ່ເນື່ອງ, ສົມທົບກັບບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຂອງປະເທດປະຈຳຖິ່ນຢ່າງແໜ້ນແຟ້ນ ເພື່ອແນະນຳ, ໜູນຊ່ວຍພົນລະເມືອງເດີນທາງໄປຍັງບັນດາສະໜາມບິນ.

ຖ້ຽວບິນໄດ້ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ການຂ້າເຊື້ອຢ່າງ ແໜ້ນແຟ້ນ. ພາຍຫຼັງບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ຜູ້ໂດຍສານທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາງຂໍ້ກຳນົດ.

ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມ 300 ຄົນ ຢູ່ ອົດສະຕາລີ ກັບເມືອປະເທດໃນຕົ້ນເດືອນມິຖຸນານີ້

ຍສໝ - ດັ່ງທີ່ຄາດວ່າ, ໃນຕົ້ນເດືອນມິຖຸນາ ປີ 2020, ສະຖານທູດຫວຽດນາມປະຈຳ ອົດສະຕາລີ ຈະປະສານສົມທົບກັບ ອົງການເຈົ້າໜ້າທີ່ ເພື່ອນຳສົ່ງພົນລະເມືອງຫວຽດນາມ 300 ຄົນ ປາດຖະໜາຢາກກັບຄືນປະເທດ.

ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ 343 ຄົນ ຢູ່ ອາເມລິກາ ກັບເມືອປະເທດ

ຍສໝ - ການບິນຫວຽດນາມ Airlines, ໂດຍປະສານສົມທົບກັບ ບັນດາອົງການເຈົ້າໜ້າທີ່ຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ຈັດຕັ້ງສຳເລັດການນໍາສົ່ງພົນລະເມືອງຫວຽດນາມ 343 ຄົນທີ່ຖືກຕິດຂ້າງຢູ່ໃນສະຫະລັດອາເມລິກາກັບເມືອປະເທດ.

ນຳສ ງພ ນລະເມ ອງຫວຽດນາມ 300 ຄ ນກ ບເມ ອປະເທດຢ າງປອດໄພ ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7 ພຶດສະພາ

ຍສໝ - ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ, ປະຈຸບັນ, ສາຍການບິນແຫ່ງຊາດຫວຽດນາມໄດ້ສຳເລັດທຸກຂັ້ນຕອນທີ່ຈຳເປັນຕາມຄຳຮ້ອງຂໍຂອງອາເມລິກາ ແລະ ຄາດວ່າຈະຈັດສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7/5.

ບຸນຄົງ

ເຫດການ
302 Found

Found

The document has moved here.