ຮ່າໂນ້ຍ ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19

14:31 | 19/05/2020

ຍສໝ - ວັນທີ 18 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີມອບຮັບ ຜ້າອັດປາກການແພດ 200.000 ອັນ  ໃຫ້ແກ່ເຂດ Ile-de-France, ນະຄອນ Toulouse ແລະ ນະຄອນ Choisy-le-Roi ຂອງປະເທດຝລັ່ງ ເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19.    

ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19 ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19 ນາຍົກລັດຖະມົນຕີ: ປະເທດຫວຽດນາມ ບໍ່ມີການຕິດເຊື້ອ COVID -19 ໃນຊຸມຊົນ
ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19
ທ່ານ ຫງວຽນດຶກຈຸງ ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19.(ພາບ:Hanoimoi)

ເຂົ້າຮ່ວມພິທີມີ ທ່ານ Nicolas Warnery ເອກອັກຄະລັດຖະທູດສາທາລະນະລັດຝຣັ່ງ ປະຈຳ ຫວຽດນາມ; ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ຫງວຽນດຶກຈຸງ ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ...

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນດຶກຈຸງ ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ດ້ວຍຄວາມຮັກແພງເຊິ່ງກັນ ແລະ ກັນ, ສະໜັບສະໜູນ ເຊິ່ງກັນ ແລະ ກັນໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກການແພດ 200.000 ອັນ ເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນຂອງຝະລັ່ງ ໃນການປ້ອງກັນພະຍາດ COVID-19.

ໃນນັ້ນ, ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກການແພດ 150.000 ອັນ ໃຫ້ເຂດ Ile-de-France; ເມືອງ ຮວ່ານກຽມ ໄດ້ມອບຜ້າອັດປາກການແພດ 20.000 ອັນ ໃຫ້ແກ່ນະຄອນ Toulouse; ເມືອງດົງດາ ໄດ້ມອບຜ້າອັດປາກການແພດ 30.000 ອັນ ໃຫ້ແກ່ນະຄອນ Choisy-le-Roi. ຜ້າອັດປາກການແພດ ເຫຼົ່ານັ້ນ ແມ່ນຜະລິດໂດຍນັກທຸລະກິດຫວຽດນາມ ທີ່ບັນລຸມາດຕະຖານຄຸນນະພາບຕາມກໍານົດຂອງກະຊວງສາທາລະນະສຸກຫວຽດນາມ ແລະ ມີໃບຢັ້ງຢືນສະຕິກເກີ C.E ຕາມມາດຕະຖານຂອງສະຫະພາບເອີຣົບ. ທ່ານ ຫງວຽນດຶກຈຸງ ຫວັງວ່າ, ດ້ວຍບັນດາມາດຕະການຢ່າງຂ້ຽວຂາດຂອງລັດຖະບານ, ຄວາມມານະພະຍາຍາມຂອງປະຊາຊົນ ພ້ອມດ້ວຍການຮ່ວມມືຂອງເພື່ອນມິດສາກົນ, ຝລັ່ງຈະສາມາດເອົາຊະນະ ໂລກລະບາດ COVID-19 ໂດຍໄວ.

ທ່ານ Nicolas Warnery ເອກອັກຄະລັດຖະທູດສາທາລະນະລັດຝຣັ່ງ ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນສຳ ເລັດໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດຂອງນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ, ພ້ອມກັນນັ້ນ, ທ່ານ ກໍ່ໄດ້ສະແດງຄວາມປິຕິຊົມຊື່ນເມື່ອການມອບຮັບເຄື່ອງອຸປະກອນການແພດໃນຄັ້ງນີ້ເຊິ່ງເປັນກິດຈະກຳການຮ່ວມມືຄັ້ງທໍາອິດລະຫວ່າງສອງຝ່າຍພາຍຫຼັງໄລຍະການແຍກຫ່າງໃນສັງຄົມຍ້ອນການລະບາດຂອງ COVID-19. ຕາມທ່ານ Nicolas Warnery ເອກອັກຄະລັດຖະທູດ, ໃນສະພາບການໂລກລະບາດຢູ່ຝລັ່ງຍັງສັບສົນ, ຜ້າອັດປາກແມ່ນຫາຍາກທີ່ສຸດ, ຂອງຂວັນຂອງຮ່າໂນ້ຍໝາຍເຖິງມີຄຸນຄ່າທີ່ສຸດ, ພ້ອມທັງກໍ່ແມ່ນສັນຍາລັກທີ່ດີງາມແຫ່ງຄວາມມິດຕະພາບລະຫວ່າງສອງປະເທດ.

ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19 ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.

ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19 ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນປະ​ສົບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ກັບ​ສະ​ຖາ​ບັນ ອາ​ເມ​ລິ​ກາ - ອາ​ຊີ

ຍ​ສ​ໝ - ທ່ານຮອງ​ສາດ​ສະ​ດາ​ຈານ, ປອ.ເລືອງງອກ​ເຂວ ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ຢູ່​ປະ​ເທດ​ຫວຽດ​ນາມ ແລະ ວິ​ທີ​ການທີ່​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19.ບັນ​ດາ​ໝາກ​ຜົນ​ເບື້ອງ​ຕົ້ນ​ໃນ​ວຽກ​ງານ​ປິ່ນ​ປົວ ແລະ ຄວບ​ຄຸມ​ໂລກ​ລະ​ບາດ, ກໍ່​ຄື​ບົດ​ຮຽນ​ປະ​ສົບ​ການ​ຈຳ​ນວນ​ໜຶ່ງ​ເພື່ອ​ບັນ​ລຸຄວາມ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19.

ຮ າໂນ ຍ ມອບຜ າອ ດປາກການແພດ 200 000 ອ ນ ເພ ອຊ ວຍເຫ ອບ ນດາທ ອງຖ ນຂອງຝະລ ງ ໃນການປ ອງກ ນພະຍາດ covid 19 ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຍສໝ - ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ແລກ​ປ່ຽນ, ໂອ້​ລົມ​ທາງ​ໂທ​ລະ​ສັບ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມໂລກ​ຈະ​ພ້ອມ​ກັນ​ຄວບ​ຄຸ​ມ, ຍູ​້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ​ໂດຍ​ໄວ ພ້ອມ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມເທື່ອ​ລະ​ກ້າວ.

ໄຊພອນ

ເຫດການ
302 Found

Found

The document has moved here.