ໜັງສືພິມການາດາ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ໄດ້ຕໍ່ສູ້ກັບພະຍາດ Covid-19 ທີ່ມີປະສິດທິຜົນ

20:30 | 30/05/2020

ຍສໝ - ໜັງສືພິມ The Globe and Mail, ເຊິ່ງແມ່ນໜຶ່ງໃນບັນດາໜັງສືພິມ ທີ່ໜ້າເຊື່ອຖືທີ່ສຸດຂອງ ການາດາ ໃນວັນທີ 28 ພຶດສະພາ ໄດ້ລົງພິມບົດຂຽນເນັ້ນໜັກເຖິງວຽກງານຕໍ່ສູ້ຕ້ານພະຍາດ Covid-19 ຂອງຫວຽດນາມ.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19
ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ບົດຂຽນຊີ້ແຈ້ງວ່າ, ຫວຽດນາມ ໄດ້ວາງມາດຕະຖານສຳລັບການຕໍ່ສູ້ຕ້ານກັບພະຍາດ Covid-19 ເຊິ່ງເມື່ອບໍ່ມີຄົນເສຍຊີວິດໃດໆຍ້ອນພະຍາດ Covid-19 ຢູ່ປະເທດນີ້.

ທ່ານ Eric Reguly, ຫົວໜ້າຫ້ອງການຜູ້ຕາງໜ້າ ໜັງສືພິມ The Globe and Mail ໃນເອີຣົບທີ່ຕັ້ງຢູ່ນະຄອນໂລມ, ປະເທດອີຕາລີ ໄດ້ກ່າວວ່າ ລັດຖະບານຫວຽດນາມ ໄດ້ສະກັດກັ້ນການລະບາດຂອງພະຍາດ Covid-19 ແຕ່ເບື້ອງຕົ້ນ ດ້ວຍກິດຈະກຳແຍກອອກຫ່າງ ແລະ ຕິດຕາມ​ຜູ້ຕິດ​ເຊື້ອ, ການເປີດເຜີຍ ແລະ ການໂຄສະນາເຜີຍແຜ່ໃນສື່ສັງຄົມ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບພະຍາດ Covid-19.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ
ໜັງສືພິມການາດາ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ໄດ້ຕໍ່ສູ້ກັບພະຍາດ Covid-19 ທີ່ມີປະສິດທິຜົນ. (ພາບ: VOV)

ບົດຂຽນໄດ້ເນັ້ນໜັກເຖິງ ເລື່ອງທີ່ ປະເທດຫວຽດນາມ ມີຊາຍແດນຕິດກັບປະເທດຈີນ ດ້ວຍຄວາມຍາວ 1,450 ກມ ແລະ ມີນັກທ່ອງທ່ຽວມາຈາກເມືອງ Wuhan - ບ່ອນທີ່ເລີ່ມເກີດຂຶ້ນພະຍາດ Covid-19, ເຮັດໃຫ້ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະມີອັດຕາການຕິດເຊື້ອພະຍາດສູງ. ແຕ່ປະເທດຫວຽດນາມ ໄດ້ຕອບໂຕ້ຢ່າງວ່ອງໄວ ແລະ ບໍ່ລໍຖ້າການແຈ້ງເຕືອນໄພຢ່າງເປັນທາງການ ໂດຍ ອົງການອະນາໄມໂລກ. ປະເທດຫວຽດນາມ ໄດ້ປິດຊາຍແດນ ແລະ ດຳເນີນການທົດສອບວິເຄາະ ແລະ ວິທີການຊອກຄົ້ນແຫຼ່ງ​ຕິດ​ເຊື້ອຢ່າງກວ້າງຂວາງ.

ໜັງສືພິມ The Globe and Mail ໃຫ້ຮູ້ຕື່ມວ່າ ໃນການສຳພາດກັບ ທ່ານ Guy Thwaites - ສາດສະດາຈານ ກ່ຽວກັບພະຍາດຕິດແປດ ແລະ ຜູ້ອຳນວຍການໜ່ວຍງານຄົ້ນຄ້ວາທາງດ້ານການແພດ ຂອງມະຫາວິທະຍາໄລ Oxford, ທ່ານ Guy Thwaites ໃຫ້ຮູ້ວ່າ ປະເທດຫວຽດນາມ ໄດ້ປະຕິບັດໂດຍໄວ ເພາະວ່າ ຫວຽດນາມ ມີຄວາມຮູ້ຢ່າງເຕັມສ່ວນກ່ຽວກັບຄວາມອັນຕະລາຍຂອງພະຍາດຕິດແປດ.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ
ທ່ານ Guy Thwaites - ສາດສະດາຈານ ກ່ຽວກັບພະຍາດຕິດແປດ ແລະ ຜູ້ອຳນວຍການໜ່ວຍງານຄົ້ນຄ້ວາທາງດ້ານການແພດ, ມະຫາວິທະຍາໄລ Oxford. (ພາບ: BPI)

ລັດຖະບານຫວຽດນາມ ໄດ້ນຳໃຊ້ສື່ສັງຄົມຢ່າງກວ້າງຂວາງ ຕັ້ງແຕ່ຕົ້ນເດືອນກຸມພາ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບການແຜ່ລະບາດ ແລະ ມາດຕະການແຍກອອກຫ່າງຢູ່ໃນສັງຄົມ, ແນະນຳ ການນຳໃຊ້ຜ້າບັງປາກ ແລະ ນໍ້າຢາລ້າງມື. ບັນດາວິດີໂອຂໍ້ມູນຂ່າວສານສາທາລະນະ ດ້ວຍສຽງເພງທີ່ມ່ວນຊື່ນຂອງຫວຽດນາມ ໄດ້ແຜ່ຂະຫຍາຍໄປທົ່ວໂລກ.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ ຫວຽດນາມ ໄດ້ຈັດອັນດັບເປັນປະເທດ ທີ່ສະກັດກັ້ນພະຍາດ Covid-19 ທີ່ດີທີ່ສຸດໃນໂລກ

ຍສໝ - ໂດຍອີງໃສ່ມາດຖານການປະເມີນ ທີ່ປຽບທຽບກັບປະເທດອື່ນໆໃນໂລກ, ໜັງສືພິມ Politico (ສະຫະລັດອາເມລິກາ) ໄດ້ພິນິດໄສວ່າ ຫວຽດນາມ ເປັນປະເທດທີ່ປະຕິບັດການສະກັດກັ້ນພະຍາດ Covid-19 ໄດ້ດີທີ່ສຸດ.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ໜ ງສ ພ ມການາດາ ໄດ ຍ ອງຍ ຊ ມເຊ ຍ ຫວຽດນາມ ໄດ ຕ ສ ກ ບພະຍາດ covid 19 ທ ມ ປະສ ດທ ຜ ນ ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ຍສໝ - ໜັງສືພິມ Spiegel ໄດ້ມີບົດຂຽນຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.