ຫວຽດນາມ - ມຽນມາ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈມູງໄປສູ່ອະນາຄົດ

12:54 | 28/05/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ມຽນມາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ລົງບົດຂຽນກ່ຽວກັບການພົວພັນສອງຝ່າຍ. ວາລະສານ ຍຸກສະໄໝ ຂໍແນະນຳ ເນື້ອໃນຂອງບົດຂຽນທີ່ມີເນື້ອໃນດັ່ງຕໍ່ໄປນີ້:

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ
ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ ສະມາຄົມມິດຕະພາບຫວຽດນາມ - ອູແກຣນ ໄດ້ມອບຜ້າອັນປາກ 5.000 ອັນ ແລະ 332 ລ້ານດົ່ງເພື່ອຊ່ວຍເຫຼືອປະຊາຊົນປະເທດອູແກຣນ ຕໍ່ສູ້ຕ້ານ ພະຍາດ COVID-19
ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ
ປະທານໂຮ່ຈີມິນ ຢ້ຽມຢາມສະຫະພັນມຽນມາໃນເດືອນກຸມພາ ປີ 1958 (ພາບ: TTXVN)

ປີ 2020, ຫວຽດນາມ ແລະ ມຽນມາ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນີ້ແມ່ນຂີດໝາຍສຳຄັນທີ່ສຸດໃນການພົວພັນລະຫວ່າງສອງປະເທດ.

ຫວຽດນາມ ແລະ ມຽນມາໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນປີ 1975. ທັນທີພາຍຫຼັງທີ່ທັງສອງປະເທດໄດ້ຮັບເອກະລາດ, ປະທານ ໂຮ່ຈີມິນ ແລະ ທ່ານ Aung San ໄດ້ມີຄວາມເອົາໃຈໃສ່ເຖິງການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ.

ຫວຽດນາມ ໄດ້ເປີດຫ້ອງການປະສານງານຢູ່ນະຄອນຫຼວງ Yangon ນັບແຕ່ປີ 1947 ເປັນຕົ້ນມາ. ປະທານາທິບໍດີ U Nu ໄດ້ມາຢ້ຽມຢາມຫວຽດນາມໃນປີ 1954 ແລະ ປະທານໂຮ່ຈີມິນ ໄດ້ໄປຢ້ຽມຢາມມຽນມາ ໃນປີ 1958, ວາງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນສອງຝ່າຍ.

ໃນຕະຫຼອດ 4 ທົດສະວັດທີ່ຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ ແລະ ມຽນມາ ຍາມໃດກໍ່ສະໜິດສະ ໜົມ, ຊື່ສັດ ແລະ ນັບມື້ນັບເຂັ້ມແຂງ, ເລິກເຊິ່ງ ແລະ ໜັກແໜ້ນ; ໜຶ່ງໃນບັນດາຂີດໝາຍ ແມ່ນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2017.

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ
ທ່ານ Win Myint ປະທານາທິບໍດີມຽນມາ ແລະ ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໃນການຢ້ຽມຢາມມຽນມາ (ພາບ: VGP)

ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບຮັດແໜ້ນ ດ້ວຍການແລກປ່ຽນຄະນະຜູ້ແທນລະດັບສູງ ພ້ອມທັງຮັກສາກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ໃນຊຸມປີມໍ່ໆມານີ້, ເນື່ອງຈາກວ່າທັງສອງປະເທດໄດ້ດຳເນີນການປະຕິຮູບ, ການປ່ຽນແປງໃໝ່ ແລະການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດທີ່ເປີດກວ້າງ, ການຢ້ຽມຢາມລະດັບສູງ ລະຫວ່າງສອງປະເທດນັບມື້ນັບຫຼາຍຂື້ນເລື້ອຍໆ.

ຫວຽດນາມແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ຂອງມຽນມາດ້ວຍວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງໄວວາຈາກ 152 ລ້ານ ໂດລາສະຫະລັດ ໃນປີ 2010 ມາເປັນ 1,05 ຕື້ໂດລາສະຫະລັດ ໃນປີ 2019, ໂດຍປະຕິບັດສຳເລັດຄາດໝາຍ 1 ຕື້ໂດລາສະຫະລັດ ທີ່ກຳນົດໄວ້ໃນປີ 2020.

ການຮ່ວມມືດ້ານອື່ນໆເຊັ່ນ: ຄວາມໝັ້ນຄົງ, ການປ້ອງກັນປະເທດ, ກະສິກຳ, ໂທລະຄົມມະນາຄົມ, ພະລັງງານ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ … ລ້ວນແຕ່ເຫັນໄດ້ໃນທາງບວກ.

ບໍ່ພຽງແຕ່ໃນຂອບສອງຝ່າຍເທົ່ານັ້ນ, ຫວຽດນາມ ແລະ ມຽນມາ ຍັງຮ່ວມມື, ປະສານສົມທົບກັນຢ່າງ ແໜ້ນແຟ້ນໃນບັນດາເວທີປາໄສສາກົນຕ່າງໆ, ພິເສດແມ່ນໃນຂອບເຂດອາຊຽນ, ບັນດາກົນໄກອະນຸພາກພື້ນຢູ່ອາຊີຕາເວັນອອກສ່ຽງໃຕ້, ສະ​ຫະ​ປະ​ຊາ​ຊາດ...

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ
ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ U Kyaw Tin ລັດຖະມົນຕີວ່າການກະຊວງການຮ່ວມມືສາກົນ (ພາບ: Baoquocte)

ສອງປະເທດມີຄວາມສົນໃຈຮ່ວມກັນຫຼາຍຢ່າງ ແລະ ມີວິໄສທັດຮ່ວມກັນໃນບັນຫາພາກພື້ນ ແລະ ສາກົນ, ລວມທັງບັນດາບັນຫາຂອງແຕ່ລະປະເທດເຊັ່ນ: ການຮັກສາເອກະລາດ, ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມລວມເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ດ້ວຍຄວາມເຫັນດີເຫັນພ້ອມ ແລະ ຄວາມມານະພະຍາຍາມ ຂອງຜູ້ນຳ ແລະ ປະຊາຊົນຂອງສອງປະເທດ, ພ້ອມກັບບັນດາຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງທີ່ສາມາດປະກອບສ່ວນໃຫ້ກັນ ແລະ ກັນ, ການພົວພັນຫວຽດນາມ - ມຽນມາ ຈະສືບຕໍ່ພັດທະນາ ແລະ ບັນລຸໄດ້ບັນດາໝາກຜົນທີ່ສຳຄັນຍິ່ງກ່ວາອີກໃນທຸກຂົງເຂດໃນໄລຍະຈະມາເຖິງ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ, ຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ການພັດທະນາຂອງປະຊາຄົມອາຊຽນກໍ່ຄືສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ ລັດຖະມົນຕີອິນໂດເນເຊຍ: ສະຕິປະຕິບັດລະບຽບວິໄນຂອງຊາວຫວຽດນາມ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດໃນການຮັບມືກັບພະຍາດໂຄວິດ-19

ຍສໝ - ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດອິນໂດເນເຊຍ ຖືວ່າ ອິນໂດເນເຊຍ ຍາກທີ່ຈະປະຕິບັດໄດ້ບັນດາມາດຕະການຄືຫວຽດນາມ ຍ້ອນຫຼາຍບັນຫາ, ລະອຽດແມ່ນ “ສະຕິປະຕິບັດລະບຽບວິໄນຂອງວົງຄະນະຍາດ”.

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ ປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ- 19

ຍສໝ - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ອົງການພັດທະນາສາກົນອາເມລິກາ ໄດ້ຈັດກອງປະຊຸມ “ປະກອບແນວຄວາມຄິດກ່ຽວກັບການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ- 19”.

ຫວຽດນາມ ມຽນມາ ຄ ຮ ວມມ ທ ໄວ ເນ ອເຊ ອໃຈມ ງໄປສ ອະນາຄ ດ ນະຄອນໂຮ້ຍອານ ແຂວງກວາງນາມ ສສ.ຫວຽດນາມ ເຂົ້າບັນຊີລາຍຊື່ 10 ນະຄອນງາມສຸດຍອດຢູ່ໂລກປີ 2020.

ຍສໝ - ນີ້ແມ່ນຜົນຂອງການສໍາຫຼວດປະຈໍາປີຂອງວາລະສານກ່ຽວກັບການທ່ອງທ່ຽວຂອງເພື່ອນຜູ້ອ່ານກ່ຽວກັບບັນດານະຄອນທີ່ເຂົາເຄີຍມາຢ້ຽມຢາມ.

ໄຊພອນ

ເຫດການ
302 Found

Found

The document has moved here.