ຜົນ​ກະ­ທົບ​ຈາກ COVID-19 ຈະ​ສົ່ງ​ຜົນ​ອັນ​ສຳ­ຄັນ​ຕໍ່​ກັບ​ຕະ­ຫຼາດ​ແຮງ​ງານ

13:58 | 24/05/2020

ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ທີ່​ມີ​ການ​ລະ­ບາດ​ທົ່ວ​ໂລກ ຄາດ​ວ່າ​ຈະ​ເຮັດ​ໃຫ້­ການ​ຂາດ​ດຸນ​ງົບ­ປະ­ມານ​ເພີ່ມ​ຂຶ້ນ​ປີ 2020 ໃນ​ລະ­ດັບ​ລະ­ຫວ່າງ 7,5-8,8% ຂອງ GDP ທີ່​ເພີ່ມ​ຈາກ 5,1% ປີ 2019 ຜົນ​ທີ່​ນຳ​ມາ ກໍ​ຄື​ລະ­ດັບ​ໜີ້​ສິນ​ຄາດ​ວ່າ​ຈະ​ມີ​ການ​ເພີ່ມ​ຂຶ້ນ​ເປັນ 65-68% ຂອງ GDP ປີ 2020 ເຊິ່ງ​ເພີ່ມ​ຈາກ 59% ຂອງ GDP ປີ 2019 ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ກໍ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ປີ 2020 ແລະ ກຸ້ມ​ການ​ນຳ​ເຂົ້າ​ໄດ້​ໜ້ອຍ​ກວ່າ​ໜຶ່ງ​ເດືອນ.

ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ ຫວຽດ​ນາມ​ ມີ​ລະ​ດັບ​ຄວາມ​ໄວ້​​ວາງໃຈ​ໃນການ​ສື​່ສານ​ສູງ​ທີ່​ສຸດ​ເມື່ອໃຫ້​ຂ່າວ​ກ່​ຽວ​ກັບ Covid – 1
ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ ສື່ມວນ​ຊົນ ເຊັກ​ໂກ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid - 19
ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ
ພາບປະກອບ

ອີງ​ຕາມ​ບົດ​ລາຍ​ງານ​ສະ­ບັບ​ຫຼ້າ​ສຸດ​ຂອງ​ທະ­ນາ­ຄານ​ໂລກ ວັນ​ທີ 20 ພຶດ­ສະ­ພາ 2020 ວ່າ: ຄາດ​ວ່າ­ການ​ຂະ­ຫຍາຍ­ຕົວ​ທາງ​ເສດ­ຖະ­ກິດ​ຂອງ​ລາວ​ຈະ​ຫຼຸດ​ລົງ ໃນ​ປີ 2020 ຍ້ອນ​ຜົນ​ກະ­ທົບ​ຂອງ​ພະ­ຍາດ​ລະ­ບາດ COVID-19 ໃນ​ທົ່ວ​ໂລກ ແລະ ຍ້ອນ​ການ​ໃຊ້​ມາດ​ຕະ­ການ​ຄວບ​ຄຸມ​ການ​ແຜ່​ລາມ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊິ່ງ​ການ​ເຕີບ​ໂຕ​ຄາດ​ວ່າ​ຢູ່​ໃນ​ລະ­ຫວ່າງ 1% ໃນ​ກໍ­ລະ­ນີ​ພື້ນ­ຖານ ແລະ ອາດ​ຫົດ​ຕົວ​ເຖິງ -1,8% ໃນ​ກໍ­ລະ­ນີ​ຕ່ຳ ການ​ຫຼຸດ​ລົງ​ຂອງ​ເສດຖະ­ກິດ​ແມ່ນ​ສົ່ງ​ຜົນ​ກະ­ທົບ​ສະ­ເພາະ​ໃຫ້​ກັບ​ຂະ­ແໜງ​ບໍ­ລິ­ການ.

ຜົນ​ກະ­ທົບ​ຂອງ​ພະ­ຍາດ COVID-19 ທີ່​ມີ​ການ​ລະ­ບາດ​ທົ່ວ​ໂລກ ຄາດ​ວ່າ​ຈະ​ເຮັດ​ໃຫ້­ການ​ຂາດ​ດຸນ​ງົບ­ປະ­ມານ​ເພີ່ມ​ຂຶ້ນ​ປີ 2020 ໃນ​ລະ­ດັບ​ລະ­ຫວ່າງ 7,5-8,8% ຂອງ GDP ທີ່​ເພີ່ມ​ຈາກ 5,1% ປີ 2019 ຜົນ​ທີ່​ນຳ​ມາ ກໍ​ຄື​ລະດັບ​ໜີ້​ສິນ​ຄາດ​ວ່າ​ຈະ​ມີ​ການ​ເພີ່ມ​ຂຶ້ນ​ເປັນ 65-68% ຂອງ GDP ປີ 2020 ເຊິ່ງ​ເພີ່ມ​ຈາກ 59% ຂອງ GDP ປີ 2019 ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ກໍ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ປີ 2020 ແລະ ກຸ້ມ​ການ​ນຳ​ເຂົ້າ​ໄດ້​ໜ້ອຍ​ກວ່າ​ໜຶ່ງ​ເດືອນ.

ຜົນ​ກະ­ທົບ​ຈາກ COVID-19 ຈະ​ສົ່ງ​ຜົນ​ອັນ​ສຳ­ຄັນ​ຕໍ່​ກັບ​ຕະ­ຫຼາດ​ແຮງ​ງານ ແລະ ຄວາມ­ທຸກ​ຍາກ ການ​ຕົກ­ຕ່ຳ​ລົງ​ແບບ​ກ້າວ​ກະ­ໂດດ​ຂອງ​ຜົນ​ປະ­ກອບ​ການ​ຂອງ​ຂະ­ແໜງ​ເດີນ­ທາງ-ຂົນ­ສົ່ງ ການ­ທ່ອງ­ທ່ຽວ ແລະ ບໍ­ລິ­ການການ​ໂຮງ­ແຮມ ເຊິ່ງ​ກວມ​ເອົາ 11% ຂອງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ທັງ​ໝົດ ແລະ 22% ຂອງ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ​ເຂດ​ຕົວ​ເມືອງ ໄດ້​ກໍ່­ໃຫ້­ເກີດ​ມີ​ການ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ຢ່າງ​ກວ້າງ­ຂວາງ ຄາດ​ຄະ­ເນ​ວ່າ​ປະ­ມານ 96.000-214.000 ຄົນ ຈະ​ກັບ​ຄືນ​ສູ່​ຄວາມ­ທຸກ​ຍາກ ອັນ​ເປັນ​ຜົນ​ມາ​ຈາກ​ພະ­ຍາດ​ລະ­ບາດ ເຊິ່ງ​ບັ່ນ​ທອນ​ຜົນ­ສຳ­ເລັດ​ທີ່​ເຄີຍ​ຍາດ​ມາ​ໄດ້​ໃນ​ເມື່ອ​ກ່ອນ.

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 22 ພຶດສະພາ 2020 ຈໍານວນຜູ້ເດີນທາງເຂົ້າມາປະເທດລາວມີທັງໝົດ 1.968 ຄົນ ໃນນັ້ນ ຜ່ານຈຸດດ່ານລາວ-ໄທ ທັງໝົດ 1.281 ຄົນ ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ 28 ຄົນ ເຊິ່ງຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ຄົນເຈັບກັບຈາກການປິ່ນປົວ 4 ຄົນ ເຊິ່ງຜ່ານດ່ານຂົວມິດຕະພາບ 1 ແລະ ຜ່ານດ່ານສາກົນ ປາກຊັນ ແຂວງບໍລິຄຳໄຊ ເຫຼືອນັ້ນແມ່ນຄົນຂັບລົດສົົ່ງສິນຄ້າ ເຊິ່ງຈຸດຜ່ານດ່ານລາວ-ຈີນ 5 ຄົນ ໃນນັ້ນມີນັກສຶກສາລາວຈາກແຂວງຢຸນນານ 1 ຄົນ ເຊິ່ງຜ່ານດານບໍ່ເຕັນແຂວງຫຼວງນໍ້າທ່າ ແມ່ນຄົນຂັບລົດສົ່ງສິນຄ້າ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 682 ຄົນ ໃນນັ້ນ ມີ ຄົນຫວຽດນາມ 1 ຄົນ ເຂົ້າມາວຽກທາງລັດຖະການ ເຊິ່ງໄດ້ເຂົ້າມາຜ່ານທາງດ່ານນໍ້າພາວ ແຂວງບໍລິຄໍາໄຊ ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ການເຝົ້າລະວັງ ແລະ ວິເຄາະໃນວັນທີ 22 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 150 ຄົນ ໃນນັ້ນ ມີກໍລະນີສົງໄສ 4 ຄົນ ແຮງງານລາວທີ່ກັບມາແຕ່ໄທ 114 ຄົນ ແຮງງານຈີນ 32 ຄົນ ແລະ ກໍລະນີສົງໄສ 4 ຄົນ ທັງໝົດແມ່ນມາຈາກນະຄອນຫຼວງວຽງຈັນ ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ 114 ຄົນ ໃນນັ້ນມີແຂວງຈໍາປາສັກ 55 ຄົນ ສະຫວັນນະເຂດ 48 ຄົນ ສາລະວັນ 8 ຄົນ ຄໍາມ່ວນ 3 ຄົນ ເຊິ່ງຜົນການກວດກໍລະນີສົງໄສ ແຮງງານລາວ ແລະ ຈີນ ແມ່ນບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 22 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ ຜູ້ຊ່ຽວຊານອາເມລິກາ: ຫວຽດນາມ ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19

ຍສໝ - ໃນການໃຫ້ສຳພາດກັບ ບົດຂຽນທີ່ລົງໃນໜັງສືພິມ Washington Post, ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ສຳພາດກັບ ບັນດາສຳນັກຂ່າວສານຕ່າງປະເທດ ທີ່ປະຈຳຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຂອງຫວຽດນາມ.

ຜ ນ ກະ ທ ບ ຈາກ covid 19 ຈະ ສ ງ ຜ ນ ອ ນ ສຳ ຄ ນ ຕ ກ ບ ຕະ ຫ າດ ແຮງ ງານ ສະພາແຫ່ງຊາດ ກຳປູເຈຍ ສະແດງຄວາມຂອບໃຈຫວຽດນາມ ທີ່ມອບຂອງຂວັນການແພດ ເພື່ອສະກັດກັ້ນ COVID-19

ຍສໝ - ຕອນເຊົ້າວັນທີ 20 ພຶດສະພາ, ຜູ້ຕາງໜ້າອົງການນິຕິບັນຍັດ ປະເທດກຳປູເຈຍ ໄດ້ຈັດພິທີຮັບເອົາເຄື່ອງຊ່ວຍເຫຼືອການແພດ ຈຳນວນ 30.000 ຜ້າບັງປາກ ເຊິ່ງເປັນຂອງຂວັນຈາກສະພາແຫ່ງຊາດຫວຽດນາມ ມອບໃຫ້ສະພາແຫ່ງຊາດ ແລະ ສະພາສູງ ປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.