ຜູ້ຊ່ຽວຊານອາເມລິກາ: ຫວຽດນາມ ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19

11:00 | 23/05/2020

ຍສໝ - ໃນການໃຫ້ສຳພາດກັບ ບົດຂຽນທີ່ລົງໃນໜັງສືພິມ Washington Post, ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19 ຜູ້ຊ່ຽວຊານສາກົນ ກ່າວປະນາມ ຈີນ ລະເມີດກົດໝາຍສາກົນໃນທະເລຕາເວັນອອກ
ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19 ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ

ໃນເມື່ອທີ່ບັນດາປະເທດມະຫາອຳນາດ ໃນໂລກ ຍັງປະສົບກັບສະຖານະການທີ່ສັບສົນ ຍ້ອນການລະບາດພະຍາດ Covid-19, ບັນດາປະເທດນ້ອຍ ກໍ່ໄດ້ຮັບຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມຄຸມພະຍາດ Covid-19.

ອີງຕາມໜັງສືພິມ Washington Post, ສາມປະເທດມະຫາອຳນາດຂອງໂລກ ແມ່ນ ອາເມລິກາ, ອັງກິດ ແລະ ຣັດເຊຍ ລ້ວນແຕ່ແມ່ນພື້ນທີ່ການລະບາດທີ່ໃຫຍ່ ແລະ ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ. ຫຼາຍປະເທດໃຫຍ່ອື່ນໆ ກໍ່ປະສົບກັບຄວາມຫຍຸ້ງຍາກ ເພາະວ່າຂາດຄວາມຮູ້ສຳຜັດໄວໃນການຮັບມືກັບພະຍາດແຕ່ເບື້ອງຕົ້ນ.

ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19
ຫວຽດນາມ ສືບຕໍ່ໄດ້ຖືວ່າເປັນແບບຢ່າງ ໃນການປ້ອງກັນພະຍາດ Covid-19 ໃຫ້ບັນດາປະເທດຮ່ຳຮຽນນຳ. (ພາບ: Reuters)

ເຖິງຢ່າງໃດກໍ່ຕາມ, ໃນໄລຍະການລະບາດປະຈຸບັນນີ້, ບັນດາປະເທດນ້ອຍໆ ຈຳນວນໜຶ່ງ ໄດ້ຮັບການຕີລາຄາສູງຈາກສາກົນ ສຳລັບຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມການລະບາດ. ໜັງສືພິມ Washington Post ໄດ້ລົງລາຍຊື່ 6 ປະເທດທີ່ດີທີ່ສຸດ ໃນການສະກັດກັ້ນການລະບາດຂອງພະຍາດ Covid-19, ແມ່ນປະເທດ Georgia, Ghana, Costa Rica, Lebanon, ນິວຊີແລນ ແລະ ປະເທດຫວຽດນາມ.

ໂດຍສະເພາະໃນເວລາເວົ້າເຖິງ ໜັງສືພິມ Washington Post ກ່າວວ່າປະເທດຫວຽດນາມ ບໍ່ແມ່ນປະເທດທີ່ມີຄວາມຮັ່ງມີຄື ເກົາຫຼີໃຕ້, ບໍ່ແມ່ນປະເທດທີ່ພັດທະນາ ຄືສິງກະໂປ, ແຕ່ປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19 ທີ່ດີທີ່ສຸດໃນອາຊີ. ມາຮອດວັນທີ 21 ພຶດສະພາ, ຫວຽດນາມ ໄດ້ບັນທຶກ 324 ກໍລະນີ ​ຕິດ​ເຊື້ອ Covid-19, ປະມານ 50 ຄົນເຈັບໄດ້ກຳລັງຮັບການປິ່ນປົວ ແລະ ເປັນເວລາ 34 ວັນຕິດຕໍ່ກັນໂດຍບໍ່ມີກໍລະນີຕິດ​ເຊື້ອໃນຊຸມຊົນ. ພິເສດກວ່ານັ້ນ, ຫວຽດນາມ ບໍ່ໄດ້ບັນທຶກຄົນເຈັບເສຍຊີວິດຍ້ອນພະຍາດ Covid-19.

ບັນດາຜູ້ຊ່ຽວຊານອາເມລິກາ ສະແດງຄວາມປະທັບໃຈ ກັບຜົນສຳເລັດດັ່ງກ່າວ ຂອງປະເທດຫວຽດນາມ. ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ທ່ານ Matthew Moore ເນັ້ນໜັກວ່າ ຫວຽດນາມໄດ້ເພີ່ມທະວີການທົດລອງວິເຄາະ, ພ້ອມທັງຫວຽດນາມ ໄດ້ນຳໃຊ້ມາດຕະການຕິດຕາມກວດກາພະຍາດລະບາດ ຢ່າງໃກ້ຊິດ. ນອກຈາກນັ້ນ, ຫວຽດນາມ ຍັງ “ດຳເນີນຍຸດທະນາການ ໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອສ້າງການສະໜັບສະໜູນຂອງປະຊາຊົນ”.

ປະຈຸບັນ, ຫວຽດນາມ ພວມຊອກຫາວິທີຊຸກຍູ້ພື້ນຖານເສດຖະກິດ ພາຍຫລັງການຄ້າສາກົນ ພວມເຄື່ອນຍ້າຍຢ່າງຄ່ອຍໆ ທີ່ອອກຈາກປະເທດຈີນ, ຍ້ອນສະພາບການຜັນແປສັບສົນ ຂອງການລະບາດ Covid-19 ຢູ່ປະເທດນີ້. ການວິກິດການ Covid-19, ເຖິງວ່າແມ່ນສິ່ງທ້າທາຍທົ່ວໂລກ, ແຕ່ກໍ່ແມ່ນ ໄດ້ປະກອບສ່ວນສຳຄັນໃນການ “ປັບປຸງຖານະບົດບາດ ແລະ ຄວາມອິດທິພົນຂອງຫວຽດນາມ ໃນລະດັບໂລກ ແລະ ໄດ້ຮັບຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ລັດຖະບານຫວຽດນາມ.”

ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19 ຫວຽດ​ນາມ​ ມີ​ລະ​ດັບ​ຄວາມ​ໄວ້​​ວາງໃຈ​ໃນການ​ສື​່ສານ​ສູງ​ທີ່​ສຸດ​ເມື່ອໃຫ້​ຂ່າວ​ກ່​ຽວ​ກັບ Covid – 1

ຍສໝ -ປະເທດທີ່ມີລະດັບຄວາມໄວ້ວາງໃຈສູງທີ່ສຸດແມ່ນ ຫວຽດນາມ ດ້ວຍ 89%ຈຳນວນຊາວຫວຽດນາມທີ່ຖືກຖາມລ້ວນແຕ່ມີຄວາມເຊື່ອໝັ້ນຕໍ່ການສື່ສານພາຍໃນປະເທດ.

ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19 ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ອີຕາລີ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19

ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດອີຕາລີ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອທີ່ລ້ຳຄ່າ ເຊິ່ງລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ມອບໃຫ້ລັດຖະບານ ແລະ ປະຊາຊົນອີຕາລີ ໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ.

ຜ ຊ ຽວຊານອາເມລ ກາ ຫວຽດນາມ ເປ ນແບບຢ າງ ໃນການຄວບຄ ມພະຍາດ covid 19 ຜູ້ຊ່ຽວຊານລັດເຊຍ ໄຈ້ແຍກ 3 ປັດໃຈທີ່ຊ່ວຍໃຫ້ຫວຽດນາມ ສະກັດກັ້ນພະຍາດ Covid-19 ຢ່າງມີປະສິດທິຜົນ

ຍສໝ​ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.