![]() |
ການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຢູ່ກຳປູເຈຍ (ພາບ: VOV) |
ທ່ານຫວໍຕວັນງອກ, ເອກອັກຄະລັດຖະທູດສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ມີຄວາມຫວັງຢາກພໍ່ແມ່ປະຊາຊົນອາໄສຢູ່ກຳປູເຈຍສືບຕໍ່ຜັນຂະຫຍາຍມູນເຊື້ອສາມັກຄີ, ຊ່ວຍເຫຼືອກັນ, ມານະພະຍາຍາມກ່ວາອີກບືນຕົວຂຶ້ນໃນການດຳລົງຊີວິດ, ປະຕິບັດຫັນຄວາມປາດຖະໜາຂອງປະທານໂຮ່ຈີມິນໃຫ້ເປັນຈິງ: “ໃຜກໍ່ລ້ວນແຕ່ໄດ້ກິນອີ່ມນຸ່ງອູ່ນ, ໃຜກໍ່ລ້ວນແຕ່ໄດ້ຮ່ຳຮຽນ”.
ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ວ່າ “ປະທານໂຮ່ຈີມິນ - ວິລະຊົນແຫ່ງຊາດ ແລະ ນັກວັດນະທະນຳແຫ່ງໂລກ”. ທີ່ກອງປະຊຸມ, ບັນດາແຂກສາກົນຖືກ ເຊີນ ໄດ້ເນັ້ນໜັກເຖິງບົດບາດຂອງ ປະທານ ໂຮ່ຈີມິນ ສຳລັບພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນການຮັບຮູ້ບັນດາຜົນສະທ້ອນອັນຍິ່ງໃຫຍ່ຂອງເພິ່ມຕໍ່ຂະບວນການຕໍ່ສູ້ຕ້ານການກົດຂີຂຸດຮີດຂອງພວກຈັດກະພັດ ແລະ ລ່າເມືອງຂຶ້ນຂອງບັນດາຊົນຊາດໃນທົ່ວໂລກ.
ແລະກໍ່ໃນວັນທີ 18 ພຶດສະພາ, ສະຖານທູດຫວຽດນາມ ປະຈຳ ເມັກຊີໂກ ໄດ້ຈັດຕັ້ງພິທີຖະຫວາຍພວງມາລາຢູ່ອານຸສາວະລີໂຮ່ຈີມິນ ໃນບໍລິເວນສະຖານທູດ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໄດ້ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ເມັກຊີໂກສືບຕໍ່ຍູ້ແຮງຂະບວນການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ວິຖີດຳລົງຊີວິດຂອງປະທານໂຮ່ຈີມິນ, ປະຕິບັດແນວທາງການທູດໃຫ້ເປັນຢ່າງດີ, ຕັ້ງໜ້າປະກອບສ່ວນເຂົ້າການປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອໃນທຸກດ້ານລະຫວ່າງ ສອງປະເທດຫວຽດນາມ ແລະ ເມັກຊີໂກ.
![]() | ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ຍສໝ - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນສະແດງຄວາມເຄົາລົບນັບຖື, ພ້ອມທັງຢືນຢັນບົດບາດປະຫວັດສາດ ແລະ ບັນດາຄຸນຄ່າອັນຍິ່ງໃຫຍ່ຂອງແນວຄິດປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ກໍຄືບັນດາຄຸນຄ່າຂອງແນວຄິດ ປະທານ ໂຮ່ຈີມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກປະຈຸບັນ. |
![]() | ສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານປະເທດ ໂຕນດຶກຖັ໋ງ ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ອານຢາງ, ຄະນະພັກແຂວງໆ ອານຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 130 ປີ ວັນຄ້າຍວັນເກີດ ທ່ານປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018) - ເຊິ່ງເປັນ ນັກກອມມູນິດ ຜູ້ອົງອາດກ້າຫານ, ການນຳດີເດັ່ນ, ເພື່ອນຮ່ວມຮົບທີ່ສະໜິດສະໜົມ ... |
![]() | ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຍສໝ - ວັນທີ 15 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ ຄົບຮອບ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ. |
ບຸນຄົງ