ໄຂ​ງານ​ວາງ​ສະ​ແດງ “ໂຮ່​ຈີ​ມິນ - ສາ​ຍາ​ລັກຜູ້​ນຳ​ທີ່​ຍິ່ງ​ໃຫຍ່”

16:16 | 02/09/2023

ຍສໝ - ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ກັນຍາ, ຕອນເຊົ້າວັນທີ 31 ສິງຫາ, ຫໍພິພິທະພັນ ໂຮ່ຈີມິນ ເທື່ອທຽນເຫວະ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ “ໂຮ່ຈີມິນ - ສາຍາລັກຜູ້ນຳທີ່ຍິ່ງໃຫຍ່”.

ໄຂ​ງານ​ວາງ​ສະ​ແດງ “ໂຮ່​ຈີ​ມິນ - ສາ​ຍາ​ລັກຜູ້​ນຳ​ທີ່​ຍິ່ງ​ໃຫຍ່”

ງານວາງສະແດງດຳເນີນຮອດທ້າຍເດືອນມັງກອນ 2024 ຈຶ່ງອັດລົງ (ພາບ:TTXVN)

ງານວາງສະແດງໄດ້ແນະນຳຮູບພາບ, ຮູບຖ່າຍ ແລະ ເອກະສານກວ່າ 200 ຢ່າງກ່ຽວກັບປະທານໂຮ່ຈີມິນ, ຊີວິດ ແລະ ພາລະກິດປະຕິວັດຂອງເພິ່ນ. ງານວາງສະແດງດັ່ງກ່າວ ຊ່ວຍໃຫ້ມະຫາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຊີວິດ, ພາລະກິດ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ - ຜູ້ນຳດີເລີດເພື່ອພາລະກິດປະຕິວັດຂອງຊາດ ແລະ ເຕັມໄປດ້ວຍນ້ຳໃຈເມດຕາປານີ, ບໍລິສຸດຜຸດຜ່ອງ, ລຽບງ່າຍໃນຊີວິດປະຈຳວັນ. ແຂວງ ເທື່ອທຽນເຫວະ ກໍເປັນບ່ອນທີ່ປະທານ ໂຮ່ຈີມິນໄດ້ຕິດພັນໃນຄາວເຍົາໄວ ແລະ ເຕີບໃຫຍ່ເທື່ອລະກ້າວ ດ້ວຍການເຄື່ອນໄຫວຮັກຊາດທຳອິດ.

ງານວາງສະແດງດັ່ງກ່າວໄດ້ດຳເນີນຮອດທ້າຍເດືອນມັງກອນ 2024 ຈຶ່ງອັດລົງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.