ສະກັດກັ້ນພະຍາດຢ່າງມີປະສິດທິຜົນ ເຮັດໃຫ້ຫວຽດນາມ ກາຍເປັນບ່ອນຢູ່ທີ່ໜ້າເຊື່ອຖືຂອງນັກລົງທຶນ

11:25 | 15/05/2020

ຍສໝ - ເວັບໄຊທ໌ Globalnews.ca ໄດ້ຄັດສະເໜີຄໍາປຶກສາ ໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດທີ່ຖືວ່າຜົນສຳ ເລັດຂອງຫວຽດນາມໃນການຕໍ່ສູ້ກັບ COVID-19 ໄດ້ຊ່ວຍປັບປຸງຄວາມໜ້າເຊື່ອຖືຂອງນັກລົງທຶນຕ່າງປະເທດ.    

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ ຫວຽດນາມ - ສະວິດເຊີແລນ ປະສານສົມທົບໃນການສະໜັບສະໜູນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ
ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

ສື່ມວນຊົນສາກົນ ໄດ້ສືບຕໍ່ຍົກສູງ ປະເທດຫວຽດນາມ ໃນການປະສົບຜົນສຳເລັດເຊິ່ງຄວບຄຸມການລະບາດຂອງພະຍາດປອດອັກເສບ COVID-19 ແລະ ໄດ້ເລີ່ມຕົ້ນກັບຄືນຊີວິດແບບສັນຕິສຸກ, ໂດຍໃຫ້ເຫດຜົນວ່າ ປັດໃຈນີ້ເຮັດໃຫ້ຫວຽດນາມເປັນບ່ອນຢູ່ທີ່ໜ້າເຊື່ອຖື ສຳລັບບັນດານັກລົງທຶນ, ດັ່ງ​ນັ້ນສ້າງອຳນວຍຄວາມສະດວກ ໃຫ້ແກ່ຂະບວນການຜະລິດໄດ້ຟື້ນຟູຄືນຫຼັງການລະບາດ.

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ
ບັນດາໝາກຜົນທີ່ດີຕົ້ນຕໍທີ່ຫວຽດນາມໄດ້ຮັບໃນການສູ້ຮົບກັບ COVID-19 ແມ່ນຍ້ອນວ່າຫວຽດນາມ ໄດ້ປະຕິບັດກະທຳຢ່າງໄວວາ ແລະ ຕັ້ງໜ້າ. (ພາບ: TTXVN)

ເວັບໄຊ Globalnews.ca ໄດ້ຄັດສະເໜີຄໍາປຶກສາ ໃຫ້ແກ່ບັນດາກຸ່ມບໍລິສັດຕ່າງປະເທດທີ່ຖືວ່າຜົນສຳ ເລັດຂອງຫວຽດນາມໃນການຕໍ່ສູ້ກັບ COVID-19 ໄດ້ຊ່ວຍປັບປຸງຄວາມໜ້າເຊື່ອຖືຂອງນັກລົງທຶນຕ່າງປະເທດ. ປະເທດຫວຽດນາມ ກຳລັງຕັ້ງຕົວເອງເປັນສະຖານທີ່ປອດໄພ ສຳລັບທຸລະກິດ, ດຶງດູດຜູ້ຜະລິດສາກົນ ທີ່ພະຍາຍາມຊອກຫາວິທີຕ່າງໆ ໃນການຫັນປ່ຽນລະບົບການສະໜອງຢ່າງຫຼາຍຝ່າຍ.

ສື່ມວນຊົນສາກົນກໍ່ໄດ້ໄຈ້ແຍກຢ່າງລະອຽດ ກ່ຽວກັບການຟື້ນຟູໃນບາງຂະແໜງການຂອງເສດຖະກິດຫວຽດນາມ. Nikkei Asian Review ລາຍງານວ່າ ມີຜະລິດຕະພັນກາດຫູ AirPods ປະມານ 3-4 ລ້ານໜ່ວຍ, ເຊິ່ງເທົ່າກັບປະມານ 30% ຂອງຜະລິດຕະພັນທັງໝົດຂອງ Apple ຈະໄດ້ອອກຈາກໂຮງງານຢູ່ຫວຽດນາມ ໃນໄຕມາດທີ 2 ຂອງປີ 2020.

ໃນດ້ານການທ່ອງທ່ຽວ, ເວັບໄຊ TTG Asia ໄດ້ເຜີຍແຜ່ຜົນການສຳຫຼວດສະແດງໃຫ້ເຫັນວ່າ, ມີເຖິງ 45% ນັກທ່ອງທ່ຽວປະເທດຈີນ ທີ່ຫວັງວ່າໄດ້ມາຢ້ຽມຢາມຫວຽດນາມ ໃນການເດີນທາງໄປຕ່າງປະເທດຄັ້ງທຳອິດໃນປີ 2020, ຫຼັງຈາກສິ້ນສຸດການລະບາດພະຍາດ COVID-19.

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ
(ພາບປະກອບ: TTXVN)

ກ່ຽວກັບຕົວແບບທີ່ປະສົບຜົນສຳເລັດ ໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19, ວາລະສານ The Economist ໄດ້ລົງບົດຂຽນເຕື້ອງເຖິງ ການນຳໃຊ້ມາດຕະການຢ່າງງ່າຍດາຍ ແລະ ມີລາຄາຖືກຂອງຫວຽດນາມ, ກໍ່ຄືຄວາມຕັ້ງໃຈທີ່ປະຕິບັດຕິດຕາມຄົ້ນຫາ ແລະ ແຍກອອກຫ່າງສຳຫຼັບຫລາຍພັນຄົນທີ່ມີຄວາມສ່ຽງ​ຕິດ​ເຊື້ອພະຍາດ COVID-19. ຫວຽດນາມ ຍັງສະແດງໃຫ້ເຫັນຄວາມສະຫຼາດສ່ອງໃສ ໃນການລົງທືນລະບົບສາທາລະນະສຸກຊຸມຊົນ ແລະ ໂດຍສະເພາະແມ່ນການເບິ່ງແຍງດູແລ, ປິ່ນປົວແຕ່ເບື້ອງຕົ້ນ ດ້ວຍການຄຸ້ມຄອງທີ່ເຕົ້າໂຮມ, ຂ້ຽວຂາດ, ແລະ ມີຖັນແຖວພະນັກງານການແພດຢ່າງດີເລີດ.

ທ່ານ Todd Pollack - ຜູ້ຊ່ຽວຊານດ້ານການຕິດເຊື້ອ ຍັງໄດ້ປະເມີນປັດໃຈວັດທະນະທຳຫຼາຍຢ່າງຂອງຫວຽດນາມ ທີ່ໄດ້ຊ່ວຍໃຫ້ປະກອບຜົນງານໃນການຕໍ່ຕ້ານພະຍາດ COVID-19, ເຊັ່ນວ່າ ກຽມພ້ອມທີ່ຄົ້ນຄວ້າ ແລະ ຮ່ຳຮຽນເອົາຈາກປະສົບການຂອງປະເທດອື່ນໆ; ປະຊາຊົນບໍ່ຄັດຄ້ານການໃສ່ຜ້າບັງປາກ, ຍອມຮັບການແຍກອອກຫ່າງໃນເຮືອນ ແລະ ປະຕິບັດຕາມຄຳແນະນຳຂອງໜ້າທີ່ການງານ. ທ່ານ Todd Pollack ໄດ້ຢືນຢັນວ່າ ບັນດາໝາກຜົນທີ່ດີຕົ້ນຕໍທີ່ຫວຽດນາມໄດ້ຮັບໃນການສູ້ຮົບກັບ COVID-19 ແມ່ນຍ້ອນວ່າຫວຽດນາມ ໄດ້ປະຕິບັດກະທຳຢ່າງໄວວາ ແລະ ຕັ້ງໜ້າ.

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ສະກ ດກ ນພະຍາດຢ າງມ ປະສ ດທ ຜ ນ ເຮ ດໃຫ ຫວຽດນາມ ກາຍເປ ນບ ອນຢ ທ ໜ າເຊ ອຖ ຂອງນ ກລ ງທ ນ ພັນໂທຫວຽດນາມມອບຜ້າອັດປາກຫຼາຍຮ້ອຍອັນ ຢູ່ ອາຟຣິກາກາງ

ຍສໝ - ຜູ້ນຳກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ ສາທາລະນະລັດອາຟຣິກາກາງ (MINUSCA) ໄດ້ມອບໃບຍ້ອງຍໍພິເສດ ໃຫ້ແກ່ພັນໂທ ຫງວຽນຖີ້ລຽນ ຂອງຄະນະ ຫວຽດນາມ ເພື່ອການກະທໍາອັນອັນສູງສົ່ງຂອງລາວ: ຕັດຫຍິບຜ້າອັດປາກດ້ວຍຕົນເອງ ແລະ ມອບຜ້າອັດປາກໂດຍບໍ່ເສຍຄ່າໃຫ້ແກ່ ພະນັກງານທັງໝົດຂອງກອງບັນຊາການ MINUSCA ແລະ ປະຊາຊົນ ຈຳນວນໜຶ່ງ ຢູ່ ນະຄອນຫຼວງ Bangui.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.