ຫວຽດນາມສະແດງຄວາມລຳບາກໃຈ ຕໍ່ສະພາບການສົງຄາມຢູ່ເຢແມນ ໃນສະພາບການລະບາດຂອງ ພະຍາດ Covid-19

17:10 | 19/04/2020

ຍສໝ - ໃນວັນທີ 17 ເມສານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍຖ່າຍທອດສົດ ເພື່ອປຶກສາຫາລື ກ່ຽວກັບສະຖານະການສົງຄາມ ຢູ່ເຢແມນ ໃນເດືອນທີ່ຜ່ານມາ, ພ້ອມທັງຄວາມສ່ຽງຂອງພະຍາດ Covid-19 ໃນເຢແມນ ຫລັງຈາກກໍລະນີທຳອິດຕິດເຊື້ອ ພະຍາດ Covid-19 ຖືກກວດພົບໃນປະເທດເຢແມນ .

ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19 ສະຖານທູດຫວຽດນາມ ປະຈຳ ການາດາເຕືອນປະຊາຊົນໃຫ້ລະວັງສໍາລັບການບິນທີ່ບໍ່ໄດ້ຮັບອະນຸຍາດຈາກລັດຖະບານ
ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19 ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງດ້ານ​ສະ​ບຽງ​ອ​າ​ຫານ​ໃນໄລ​ຍະ​ເກ​ີດ​ໂລກ​ລະ​ບາດ Covid – 19

ທີ່ກອງປະຊຸມ, ອົງການສະຫະປະຊາຊາດ ໄດ້ປະເມີນສະຖານະການໃນເຢເມນ ເຊິ່ງເປັນສະພາບການຫຍຸ້ງຍາກ ຍ້ອນການສູ້ຮົບກັນຍັງເກີດຂຶ້ນຕໍ່ໃນປະເທດນີ້, ແລະ ຄວາມສ່ຽງຂອງການລະບາດຂອງ ພະຍາດ Covid-19 ຈະກາຍເປັນສິ່ງທີ່ບໍ່ສາມາດ ຄວບຄຸມໄດ້ ຫຼັງຈາກການກວດພົບກໍລະນີທຳອິດຖືກກວດພົບ ຕິດເຊື້ອພະຍາດ Covid-19 ໃນປະເທດເຢເມນ.

ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19
ເດັກນ້ອຍເຢເມນ ຢູ່ໃນຕູບນ້ອຍພັກເຊົາຊົ່ວຄາວ ທີ່ແຂວງ Hajjah, ເຢເມນ, ໃນວັນທີ 7 ເມສາ 2020. (ພາບ: TTXVN)

ໃນຂະນະນັ້ນ, ລະບົບສາທາລະນະສຸກຂອງເຢແມນ ຍັງຂາດເຂີນຢ່າງຮ້າຍແຮງ, ເສດຖະກິດມະຫາພາກ ບໍ່ສະຖຽນລະພາບ ຍ້ອນຜົນກະທົບຈາກຫລາຍປັດໃຈເຊັ່ນ: ສົງຄາມ, ການຄ້າຫຼຸດລົງ, ການຫຼຸດສະກຸນເງິນຕາໃນປະເທດ, ແລະ ການຫຼຸດລົງຂອງລາຄານ້ຳມັນໃນໂລກ.

ບັນດາບັນຫາມະນຸດສະທຳ, ລວມທັງການປົກປ້ອງພົນລະເມືອງ, ການເຄື່ອນໄຫວກິດຈະກຳມະນຸດສະທຳ ແລະ ການເຂົ້າເຖິງແຫຼ່ງທຶນການເງິນ ແມ່ນມີຄວາມຫຍຸ້ງຍາກຫລາຍຢ່າງ.

ທີ່ກອງປະຊຸມ, ທ່ານ ດັ້ງດິງກວຍ, ເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ກ່າວວ່າ: ຫວຽດນາມ ສືບຕໍ່ສະແດງຄວາມລຳບາກໃຈ ຕໍ່ບັນດາບັນຫາ ທີ່ມີຄວາມກົດດັນໃນໄລຍະເວລາເມື່ອບໍ່ດົນມານີ້ ແລະ ສະພາບການມະນຸດສະທຳ ຢູ່ປະເທດເຢແມນ. ຫວຽດນາມ ໄດ້ສະໜັບສະໜູນການຮຽກຮ້ອງ ຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຢຸດຍິງ ໃນເຂດຂໍ້ຂັດແຍ່ງ, ໃນສະພາບການທີ່ທົ່ວໂລກກຳລັງຕ້ອງການສຸມໃສ່ເພື່ອປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດ Covid-19.

ທ່ານ ເອກອັກຄະລັດຖະທູດ ກໍ່ເນັັ້ນໜັກວ່າ ຕ້ອງການສຸມໃສ່ວຽກງານປົກປ້ອງປະຊາຊົນ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງສືບຕໍ່ໂອ້ລົມສົນທະນານຳກັນ ແລະ ມຸ່ງໄປເຖິງວິທີການແກ້ໄຂທາງການເມືອງຮອບດ້ານ ກັບບົດບາດເປັນໃຈກາງຂອງສະຫະປະຊາຊາດ.

ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19 ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.

ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19 ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ຫວຽດນາມສະແດງຄວາມລຳບາກໃຈ ຕ ສະພາບການສ ງຄາມຢ ເຢແມນ ໃນສະພາບການລະບາດຂອງ ພະຍາດ covid 19 ຫວຽດນາມ ນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ

ຍສໝ - ບໍ່ພຽງແຕ່ຮັບມືກັບ ໂລກລະບາດ COVID-19 ຢ່າງມີປະສິດທິຜົນ, ເຖິງວ່າຊັບພະຍາກອນມີ ຈຳກັດ, ແຕ່ຫວຽດນາມໄດ້ສະແດງຄວາມເອື້ອເຟື້ອເພື່ອແຜ່ຕໍ່ປະຊາຄົມໂລກ. ຍ້ອນເຫດນັ້ນ, ຫວຽດນາມນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາການ ນຳໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.