ຫວຽດນາມ ນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ

15:07 | 18/04/2020

ຍສໝ - ບໍ່ພຽງແຕ່ຮັບມືກັບ ໂລກລະບາດ COVID-19 ຢ່າງມີປະສິດທິຜົນ, ເຖິງວ່າຊັບພະຍາກອນມີ ຈຳກັດ, ແຕ່ຫວຽດນາມໄດ້ສະແດງຄວາມເອື້ອເຟື້ອເພື່ອແຜ່ຕໍ່ປະຊາຄົມໂລກ. ຍ້ອນເຫດນັ້ນ, ຫວຽດນາມນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາການ ນຳໂລກ.

ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19
ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ ຫວຽດນາມ - ອົດສະຕາລີ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19
ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ

ຫວຽດນາມນັບມື້ນັບໄດ້ຮັບຄວາມຊົມເຊີຍຈາກສາກົນ.(ພາບປະກອບ:ຕ໋ວນມາກ)

ທ່ານ John MacArthur ຜູ້ອໍ່ນວຍການຫ້ອງການສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດອາເມລິກາ (CDC) ປະຈໍາ ປະເທດໄທ ໃຫ້ຮູ້ວ່າ, ຫວຽດນາມໄດ້ຮັບຜົນ ສຳ ເລັດດັ່ງກ່າວເນື່ອງຈາກປະສົບການຂອງຕົນໃນການຮັບມືກັບບັນດາພະຍາດແຜ່ລະບາດກ່ອນໜ້ານີ້, ຄວາມຕັດສິນໃຈຢ່າງເດັດຂາດໃນການປະຕິບັດແຍກຫ່າງໃນສັງຄົມ, ຄວາມຕັດສິນໃຈຢ່າງແຮງຂອງບັນດາຜູ້ນຳ.

ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ອາຊຽນ, ທ່ານເອກອັກຄະລັດຖະທູດ ເຕິງສີຈວຽນ ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ຈີນ ໄດ້ຕິດຕາມບັນດາຄວາມມານະພະຍາຍາມຂອງ ອາຊຽນ ພາຍໃຕ້ການນຳພາຂອງ ຫວຽດນາມຢ່າງໃກ້ຊິດ ໃນການຊຸກຍູ້ການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19. ເລື່ອງອອກຖະແຫຼງການປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ແລະ ຮຽກໂຮມ ປະຊຸມ ແລະ ຈັດກອງປະຊຸມທາງອອນລາຍສຳຄັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ອາຊຽນ+3, ໃນນັ້ນ ມີກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ໄດ້ສະແດງໃຫ້ເຫັນຄວາມສາມາດນຳພາຢ່າງແຮງຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານ ອາຊຽນ+3.

ສື່ມວນຊົນສາກົນກໍ່ໄດ້ຢ້ຳຄືນ ຫຼາຍຄັ້ງກ່ຽວກັບຄຳຂວັນທີ່ວ່າ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຍົກອອກມາຄືດັ່ງເປັນການພິສູດໃຫ້ເຫັນຈິດໃຈເດັດດ່ຽວຕ້ານໂລກລະບາດຢູ່ຫວຽດນາມ. ໜັງສືພິມ Financial Times, ອັງກິດ ເອີ້ນນີ້ວ່າແມ່ນ “ການບຸກໂຈມຕີຂະໜາດໃຫຍ່” ຕ້ານໂລກລະບາດໂຄວິດ-19 ເຊິ່ງຫວຽດນາມ ໄດ້ປຸກລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມດ້ວຍການຮ່ວມມືຂອງຖັນແຖວແພດໝໍ ແລະ ກອງທັບ, ພ້ອມກັນນັ້ນຍັງມີການສະໜັບສະໜູນຂອງປະຊາຊົນ.

ທ່ານ Jose Tarares ຫົວໜ້າກົມຮ່ວມມື ອາຊຽນ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ຄັ້ງນີ້ ມີຄວາມໝາຍສຳຄັນພິເສດ ແລະ ຮີບດ່ວນ. ເຖິງວ່າແຕ່ລະປະເທດສະມາຊິກ ອາຊຽນ ໄດ້ໝູນໃຊ້ບັນດານະໂຍບາຍສະເພາະ ເພື່ອປ້ອງກັນ, ສະກັດກັ້ນໂຄວິດ-19 ຄື: ປິດລ້ອມ ຫຼື ແຍກຫ່າງໃນສັງຄົມ, ເຖິງຢ່າງໃດກໍ່ຕາມ ພວກເຮົາຄວນປະຕິບັດແມ່ນສ້າງມາດຕະການສັງລວມ ແລະ ເລິກເຊິ່ງກ້ວາງຂວາງກ່ວາອີກ. ບົດບາດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດຄັ້ງນີ້ແມ່ນສຳຄັນທີ່ສຸດ.

ວັນທີ 17 ເມສາ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 21 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ຄົນເຈັບເຫຼົ່ານັ້ນລ້ວນແຕ່ຖືສັນຊາດຫວຽດນາມ. ບັນດາກໍລະນີດັ່ງກ່າວຈະສືບຕໍ່ໄດ້ແຍກຕົວ ແລະ ຕິດຕາມອາການສຸຂະພາບເປັນເວລາ 4 ວັນຕື່ມອີກ. ສະນັ້ນ, ຮອດເວລານີ້ຢູ່ຫວຽດນາມ ໄດ້ມີ 198 ໃນຈຳນວນ 268 ຄົນຕິດໂລກລະບາດໂຄວິດ- 19 ໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ. 70 ຄົນທີ່ຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດ. ຄົນເຈັບເຫຼົ່ານັ້ນສ່ວນຫຼາຍລ້ວນແຕ່ມີອາການສຸຂະພາບດີຂຶ້ນ.

ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍ ຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ, ປະຊາຊົນຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ ນ ບມ ນ ບໄດ ຮ ບຄວາມຊ ມເຊ ຍຈາກສາກ ນ ກອງບັນຊາການທະຫານເຂດ 5 ມອບວັດຖຸອຸປະກອນການແພດໃຫ້ແກ່ ກໍາລັງປະກອບອາວຸດຂອງລາວ ແລະ ກໍາປູເຈຍ

ຍສໝ - ເຄື່ອງຊ່ວຍເຫຼືອດັ່ງກ່າວລວມມີ: ເຄື່ອງວັດແທກອຸນຫະພູມຮ່າງກາຍຈໍານວນ 295 ອັນ, ຊຸດປ້ອງກັນພະຍາດໂຄວິດ-19 ກວ່າ 5.800 ຊຸດ, ຈັກສີດຢາຂ້າເຊື້ອເກືອບ 150 ອັນ, ຜ້າອັດປາກ-ອັດດັງ, ຖົງມືການແພດ ແລະອາຫານແຫ້ງ, ທັນຍາຫານນັບຮ້ອຍກິໂລກຼາມ ລວມມູນຄ່າທັງໝົດແມ່ນກວ່າ 4,6 ຕື້ດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.