ກະຊວງການຕ່າງປະເທດສະຫະລັດອາເມລິກາ: ຈີນຄວນຢຸດ “ການຂົ່ມຂູ່” ຢູ່ ທະເລຕາເວັນອອກ

16:30 | 19/04/2020

ຍສໝ​ - ໃນວັນທີ 18 ເມສາ, ສະຫະລັດອາເມລິກາໄດ້ຮຽກຮ້ອງໃຫ້ຈີນຢຸດ “ການຂົ່ມຂູ່” ຢູ່ທະເລຕາເວັນອອກ ແລະ ການກະທຳເກາະຜິດ ໃນການເຄື່ອນໄຫວຂຸດຄົ້ນນ້ຳມັນ ແລະ ອາຍແກັສ ຢູ່ ທະເລ.

ຖະແຫຼງການດັ່ງກ່າວຂອງກະຊວງການຕ່າງປະເທດສະຫະລັດອາເມລິກາມີຂື້ນຫລັງຈາກມີຂ່າວວ່າ ກໍາປັ່ນສຳ ຫຼວດທໍລະນີສາດ Haiyang 8 ຝູງໜຶ່ງຂອງຈີນ ກຳລັງຕິດຕາມ ກຳປັ່ນຂຸດຂົ້ນນ້ຳມັນ West Capella ຂອງປະເທດມາເລເຊຍ ເຊິ່ງກໍາລັງດໍາເນີນງານ ຢູ່ ໃນເຂດນໍ້າແດນດິນຂອງປະເທດນີ້.

ກະຊວງການຕ າງປະເທດສະຫະລ ດອາເມລ ກາ ຈ ນຄວນຢ ດ ການຂ ມຂ ຢ ທະເລຕາເວ ນອອກ
ກຳປັ່ນສຳຫຼວດ Haiyang 8 ຂອງປະເທດຈີນ. (ພາບ: Xinhuashe)

ກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວວ່າ: “ສະຫະລັດອາເມລິກາ ມີຄວາມວິຕົກກັງວົນຕໍ່ຂ່າວທີ່ວ່າປະເທດຈີນ ໄດ້ມີການກະທຳເກາະຜິດ ຢ່າງ ຊ້ຳໄປຊ້ຳມາ ທີ່ບັນດາບໍ່ນ້ຳມັນ ແລະ ອາຍແກດ ຂອງບັນດາປະເທດທີ່ກ່ຽວຂ້ອງ ເຊິ່ງໄດ້ມີການຖະແຫຼງການກ່ຽວກັບສິດອະທິປະໄຕ ຢູ່ ທະເລຕາເວນອອກ . ໃນກໍລະນີນີ້, ຈີນຄວນຢຸດ “ການຂົ່ມຂູ່” ຢູ່ ທະເລຕາເວັນອອກ ແລະ ຕ້ອງຫຼີກຫຼ້ຽງການກໍ່ຄວາມບໍ່ສະຫງົບ ຢຸ່ ທະເລຕາເວນອອກ.”

ນອກຈາກນັ້ນ, ກະຊວງການຕ່າງປະເທດສະຫະລັດອາເມລິກາ ກໍ່ໄດ້ກ່າວວ່າການກະທຳ ຂອງຈີນເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນ ຄົງດ້ານພະລັງງານໃນພາກພື້ນ ແລະສ້າງຄວາມເສຍຫາຍໃຫ້ແກ່ຕະຫຼາດພະລັງງານເສລີ ແລະ ເປີດກວ້າງໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ກ່ອນໜ້ານັ້ນ, ສຳນັກຂ່າວ Reuters ໃນວັນທີ 14 ເມສາ ໄດ້ໃຫ້ຮູ້ວ່າ ກຳປັ່ນສຳຫຼວດທໍລະນີສາດ Haiyang 8 ໄດ້ເດີນທະເລເຂົ້າເຂດເສດຖະກິດພິເສດຂອງຫວຽດນາມ (EEZ). ມີໂຄສົກກະຊວງການຕ່າງປະເທດຈີນ ຜູ້ໜຶ່ງ ໄດ້ມີການຖະແຫຼງການວ່າ ກຳປັ່ນສຳຫຼວດທໍລະນີສາດ ຫາຍເຢືອງ 8 ຂອງຈີນ ໄດ້ດຳເນີນງານຢ່າງບໍ່ຜິດກົດໝາຍ ແລະກ່າວຫາເຈົ້າໜ້າທີ່ຂອງ ສະຫະລັດອາເມລິກາ ເຊິ່ງໄດ້ໃສ່ຮ້າຍປ້າຍສີປັກກິ່ງ.

ກະຊວງການຕ າງປະເທດສະຫະລ ດອາເມລ ກາ ຈ ນຄວນຢ ດ ການຂ ມຂ ຢ ທະເລຕາເວ ນອອກ ສະມາຊິກສະພາສູງ Tom Cotton, ອາເມລິກາ: ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຈາກບັນດາໝູ່ເພື່ອນ ຢູ່ ປະເທດຫວຽດນາມ ຢ່າງຕະຫຼອດໄປ

ຍສໝ - ທ່ານ Tom Cotton ສະມາຊິກສະພາສູງລັດ Arkansas ຂອງສະຫະລັດອາເມລິກາ ໄດ້ສືບຕໍ່ສະແດງຄວາມຂອບອົກຂອບໃຈ ຕໍ່ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຫະລັດອາເມລິກາໃນໄລຍະການແຜ່ລະບາດຂອງ ໂລກພະຍາດ COVID - 19.

ກະຊວງການຕ າງປະເທດສະຫະລ ດອາເມລ ກາ ຈ ນຄວນຢ ດ ການຂ ມຂ ຢ ທະເລຕາເວ ນອອກ ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ກະຊວງການຕ າງປະເທດສະຫະລ ດອາເມລ ກາ ຈ ນຄວນຢ ດ ການຂ ມຂ ຢ ທະເລຕາເວ ນອອກ ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບ ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19

ຍສໝ - ຫຼາຍພັກການເມືອງກ້າວໜ້າຢູ່ ອາເມລິກາລາຕິນ ໄດ້ມີບັນດາສານທີ່ສະແດງເຖິງຄວາມສາມັກຄີ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.