ສະມາຊິກສະພາສູງ Tom Cotton, ອາເມລິກາ: ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຈາກບັນດາໝູ່ເພື່ອນ ຢູ່ ປະເທດຫວຽດນາມ ຢ່າງຕະຫຼອດໄປ

13:50 | 19/04/2020

ຍສໝ - ທ່ານ Tom Cotton ສະມາຊິກສະພາສູງລັດ Arkansas ຂອງສະຫະລັດອາເມລິກາ ໄດ້ສືບຕໍ່ສະແດງຄວາມຂອບອົກຂອບໃຈ ຕໍ່ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອສະຫະລັດອາເມລິກາໃນໄລຍະການແຜ່ລະບາດຂອງ ໂລກພະຍາດ COVID - 19.

ສະມາຊ ກສະພາສ ງ tom cotton ອາເມລ ກາ ສະແດງຄວາມຮ ບ ນຄ ນຕ ການຊ ວຍເຫ ອຈາກບ ນດາໝ ເພ ອນ ຢ ປະເທດຫວຽດນາມ ຢ າງຕະຫ ອດໄປ

ໃນວັນທີ 17 ເດືອນເມສາ, ທ່ານ Tom Cotton ສະມາຊິກສະພາສູງ ໄດ້ສະແດງຄວາມຂອບອົກຂອບໃຈ ເຊິ່ງໄດ້ຂຽນລົງໃນໜ້າ Twitter.

ປະຈຸບັນສະຫະລັດອາເມລິກາ ແມ່ນປະເທດທີ່ມີຜູ້ຕິດເຊື້ອທີ່ຮຸນແຮງທີ່ສຸດ, ເຊິ່ງມີຜູ້ຕິດເຊື້ອຫຼາຍກວ່າ 677.500 ຄົນ ແລະ ມີຜູ້ເສຍຊີວິດ 34.600 ຄົນ.

ເພື່ອສະໜັບສະໜູນສະຫະລັດອາເມລິກາ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19, ຫວຽດນາມ ໄດ້ມອບຜ້າອັດປາກການແພດ 250.000 ອັນ ໃຫ້ແກ່ສະຫະລັດອາເມລິກາ ເພື່ອ ປ້ອງກັນ ແລະ ຄວບຄຸມ ໂລກລະບາດ ໂຄວິດ - 19, ໃນວັນທີ 17 ເດືອນເມສາ, ທ່ານ Tom Cotton ສະມາຊິກສະພາສູງ ໄດ້ສະແດງຄວາມຂອບອົກຂອບໃຈ ເຊິ່ງໄດ້ຂຽນລົງໃນໜ້າ Twitter.

“ພວກຂ້າພະເຈົ້າ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຈາກບັນດາໝູ່ເພື່ອນ ຢູ່ ປະເທດຫວຽດນາມ ຢ່າງຕະຫຼອດໄປ. ຂໍຂອບໃຈ!" - ທ່ານ Tom Cotton ສະມາຊິກສະພາສູງ ໄດ້ຂຽນລົງໃນໜ້າ Twitter.

ພ້ອມກັບການປະກາດຂອງທ່ານ Tom Cotton ກໍ່ແມ່ນລີ້ງບົດຄວາມຂອງ ສຳນັກຂ່າວ Bloomberg ໂດຍມີເນື້ອໃນວ່າ: "ຫວຽດນາມ ມອບຜ້າອັດປາກການແພດ 250.000 ອັນ ໃຫ້ແກ່ສະຫະລັດອາເມລິກາ".

ຈໍານວນໜ້າອັດປາກ 50.000 ອັນ ໄດ້ສົ່ງໄປຫ້ອງການຂອງທໍານຽບຂາວ ເຊິ່ງມີມູນຄ່າຢ່າງໜ້ອຍ 100.000 ໂດລາສະຫະລັດ. ນອກຈາກນັ້ນ, ຫວຽດນາມ ກໍ່ຍັງໄດ້ມອບຜ້າອັດປາກ ແລະ ອຸປະກອນການແພດ ທີ່ໄດ້ຜະລິດໂດຍ ຫວຽດນາມ ໃຫ້ແກ່ຍີ່ປຸ່ນ ເຊິ່ງມີມູນຄ່າ 100.000 ໂດລາສະຫະລັດ.

ນີ້ບໍ່ແມ່ນຄັ້ງທຳອິດເຊິ່ງ ທ່ານ Tom Cotton ສະມາຊິກສະພາສູງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ຫວຽດນາມ. ກ່ອນໜ້ານັ້ນ, ທ່ານໄດ້ຂຽນລົງໃນ Twitter ໃນມື້ດຽວກັນ ເຊິ່ງທ່ານປະທານາທິບໍດີ Trump ກໍ່ໄດ້ຂຽນລົງໃນໜ້າ Twitter ຂອງເພິ່ນ ກ່ຽວກັບການສະແດງຄວາມຂອບອົກຂອບໃຈ ຕໍ່ຫວຽດນາມ ໄດ້ມອບຊຸດປ້ອງກັນພະຍາດໂຄວິດ-19 ດ້ວຍ ຈຳນວນ 450.000 ຊຸດ ໃຫ້ແກ່ລັດ Texas, ສະຫະລັດອາເມລິກາ .

ອີງຕາມເວບໄຊ worldometers.info, ໄລ່ຮອດເວລາ 6 ໂມງ ຂອງວັນທີ 19 ເມສາ (ຕາມເວລາຫວຽດນາມ), ຈຳນວນກໍລະນີຕິດພະຍາດ COVID-19 ຢູ່ສະຫະລັດອາເມລິກາແມ່ນ 735.311 ຄົນ (ເພີ່ມຂື້ນ 25.576 ກໍລະນີ) ແລະ ຈຳນວນຜູ້ເສຍຊີວິດແມ່ນ 38.794 (ເພີ່ມຂື້ນ 1,640 ກໍລະນີ). ຕົວເລກທັງສອງນີ້ແມ່ນຕົວເລກສູງສຸດຂອງສະຫະລັດໃນໂລກ.

ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ ຂອງວັນທີ 18 ເມສາ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ ຫວຽດນາມຍັງແມ່ນ 268 ຄົນຄືເກົ່າ. ນີ້ແມ່ນຄັ້ງທຳອິດເຊິ່ງນັບແຕ່ວັນທີ 7 ມີນາ(ວັນທີກວດພົບຜູ້ຕິດເຊື້ອພະຍາດ Covid – 19ຄົນ ທີ 17) ມາຮອດປັດຈຸບັນ, ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກໃນຮອບເວລາ 48 ໂມງລຽນຕິດ.

ສະມາຊ ກສະພາສ ງ tom cotton ອາເມລ ກາ ສະແດງຄວາມຮ ບ ນຄ ນຕ ການຊ ວຍເຫ ອຈາກບ ນດາໝ ເພ ອນ ຢ ປະເທດຫວຽດນາມ ຢ າງຕະຫ ອດໄປ ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ສະມາຊ ກສະພາສ ງ tom cotton ອາເມລ ກາ ສະແດງຄວາມຮ ບ ນຄ ນຕ ການຊ ວຍເຫ ອຈາກບ ນດາໝ ເພ ອນ ຢ ປະເທດຫວຽດນາມ ຢ າງຕະຫ ອດໄປ ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບ ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19

ຍສໝ - ຫຼາຍພັກການເມືອງກ້າວໜ້າຢູ່ ອາເມລິກາລາຕິນ ໄດ້ມີບັນດາສານທີ່ສະແດງເຖິງຄວາມສາມັກຄີ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19.

ສະມາຊ ກສະພາສ ງ tom cotton ອາເມລ ກາ ສະແດງຄວາມຮ ບ ນຄ ນຕ ການຊ ວຍເຫ ອຈາກບ ນດາໝ ເພ ອນ ຢ ປະເທດຫວຽດນາມ ຢ າງຕະຫ ອດໄປ ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມລາຍການສົນທະນາທາງອອນລາຍລະຫວ່າງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໂຄວິດ-19 ແລະ ບັນດາມາດຕະການໜູນຊ່ວຍພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.

ໄຊພອນ

ເຫດການ
302 Found

Found

The document has moved here.