| ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ | |
| ຫວຽດນາມ ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນການຊຸກຍູ້ລັດທິຫຼາຍຝ່າຍ |
ທ່ານນາງລັດຖະມົນຕີໃໝ່ ເລີມທິເຟືອງແອງ ຢືນຢັນວ່າ ຈະປະຕິບັດງານດ້ວຍຈິດໃຈທຸ້ມເທ, ຮັບຟັງຄວາມຄິດເຫັນ, ເປັນແບບຢ່າງ ແລະ ເດັດຂາດ, ພ້ອມກັບຄະນະຜູ້ນຳ, ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ ຮ່ວມກັນສ້າງສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ, ໂປ່ງໃສ, ເສີມຂະຫຍາຍຄວາມຮັບຜິດຊອບ ແລະ ປະສິດທິຜົນ ໃນການປະຕິບັດໜ້າທີ່...
![]() |
| ທ່ານນາງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລີມທິເຟືອງແອງ ແລະ ທ່ານ ຫງວຽນວັນຮຸ່ງ, ອະດີດລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ. |
ໃນພິທີມອບ-ຮັບໜ້າທີ່, ທ່ານນາງລັດຖະມົນຕີ ກະຊວງວັດທະນະທຳ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ແບ່ງປັນວ່າ: "ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໃນວັນວານນີ້ (8 ເມສາ), ໄດ້ຮັບການມອບຂໍ້ຕົກລົງແຕ່ງຕັ້ງຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແລະ ໃນວັນນີ້ ກໍ່ມີຄວາມພາກພູມໃຈທີ່ໄດ້ຮັບໜ້າທີ່ອັນໜັກໜ່ວງ ໃນຕຳແໜ່ງ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ຂ້າພະເຈົ້າ ເຂົ້າໃຈດີວ່າ ສິ່ງທີ່ຕົນເອງກຳລັງໄດ້ຮັບນັ້ນ ບໍ່ພຽງແຕ່ແມ່ນຕຳແໜ່ງງານໜຶ່ງເທົ່ານັ້ນ, ແຕ່ແມ່ນການສືບທອດເສັ້ນທາງແຫ່ງຄວາມທຸ້ມເທທັງກາຍ ແລະ ໃຈ ພ້ອມດ້ວຍສະຕິປັນຍາ ຂອງບັນດາຮຸ່ນຄົນກ່ອນໜ້ານີ້", ສະຫາຍ ລຳ ທິ ຟືອງ ແທັງ ກ່າວດ້ວຍຄວາມຈິງໃຈ.
ສະຫາຍ ລັດຖະມົນຕີຜູ້ໃໝ່ ໃຫ້ຮູ້ຕື່ມວ່າ: ຜ່ານໄລຍະ 80 ປີ ແຫ່ງການສ້າງສາ ແລະ ພັດທະນາ, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມີການປະກອບສ່ວນທີ່ສຳຄັນ, ຍາວນານ ແລະ ເລິກເຊິ່ງ ເຂົ້າໃນພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ; ພ້ອມທັງໄດ້ສ້າງພື້ນຖານທາງດ້ານຈິດໃຈຂອງສັງຄົມຢ່າງຕໍ່ເນື່ອງ, ຫຼໍ່ຫຼອມນ້ຳໃຈຮັກຊາດ, ເຈດຈຳນົງແຫ່ງການເພິ່ງຕົນເອງ ກໍ່ຄືຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນ, ປະກອບສ່ວນຍົກສູງດ້ານສະມັດຖະພາບຮ່າງກາຍ, ລະດັບສະຕິປັນຍາ ແລະ ຄວາມກ້າຫານຂອງຄົນຫວຽດນາມ; ພັດທະນາການທ່ອງທ່ຽວໃຫ້ສົມກັບທ່າແຮງ ແລະ ຂໍ້ໄດ້ປຽບ, ໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ເຕັກໂນໂລຊີຫວຽດນາມ ອອກສູ່ເວທີສາກົນ.
![]() |
| ທ່ານນາງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລີມທິເຟືອງແອງ ມອບຊໍ່ດອກໄມ້ອວຍພອນ ສະຫາຍ ຫງວຽນ ວັນ ຮຸ່ງ, ອະດີດລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. |
“ຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາສະຫາຍການນຳພັກ, ລັດ, ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ລັດຖະບານ, ສະພາແຫ່ງຊາດ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ມອບໝາຍໜ້າທີ່ໃຫ້; ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາສະຫາຍການນຳຮຸ່ນກ່ອນ ແລະ ການປະກອບສ່ວນຂອງບັນດາຜູ້ທີ່ເຮັດວຽກງານວັດທະນະທຳ, ຂໍ້ມູນຂ່າວສານ, ກິລາ ແລະ ທ່ອງທ່ຽວ ໃນແຕ່ລະສະໄໝ ທີ່ໄດ້ຮ່ວມກັນສ້າງພື້ນຖານອັນລ້ຳຄ່າຂອງຂະແໜງການ. ໂດຍສະເພາະ, ຂໍສະແດງຄວາມເຄົາລົບຮັກ ແລະ ຄຳຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ລັດຖະມົນຕີ ຫງວຽນ ວັນ ຮຸ່ງ, ລັດຖະມົນຕີຜູ້ກ່ອນໜ້າຂ້າພະເຈົ້າ ແລະ ທັງແມ່ນອ້າຍ, ແມ່ນເພື່ອນທີ່ຮັກແພງມາເປັນເວລາຫຼາຍປີ...”, ສະຫາຍ ລັດຖະມົນຕີຜູ້ໃໝ່ ກ່າວດ້ວຍຄວາມຕື້ນຕັນໃຈ.
ຕາມທ່ານນາງເລີມທິເຟືອງແອງແລ້ວ, ເຖິງວ່າຈະຜ່ານສະໄໝກອງປະຊຸມທີ່ມີຄວາມຫຍຸ້ງຍາກຫຼາຍປະການ ແຕ່ກໍ່ມີຂີດໝາຍທີ່ສຳຄັນຫຼາຍຢ່າງ, ຂະແໜງວັດທະນະທຳ, ຂໍ້ມູນຂ່າວສານ, ກິລາ ແລະ ທ່ອງທ່ຽວ ບັນລຸໄດ້ຜົນສຳເລັດຢ່າງຮອບດ້ານ ແລະ ມີຫຼາຍຈຸດບຸກທະລຸໃໝ່. ຈຸດທີ່ພົ້ນເດັ່ນແມ່ນການເປັນເສນາທິການໃນການປັບປຸງສະຖາບັນ ແລະ ນະໂຍບາຍ ດ້ວຍເອກະສານນິຕິກຳຈຳນວນຫຼວງຫຼາຍ ແລະ ການເປັນເສນາທິການປະກາດໃຊ້ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະປີ 2025 - 2035, ມະຕິເລກທີ 80 ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ; ໄດ້ຈັດຕັ້ງບັນດາງານກິດຈະກຳທາງດ້ານການເມືອງ ແລະ ວັດທະນະທຳຂະໜາດໃຫຍ່ຂອງປະເທດຢ່າງສຳເລັດຜົນ, ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ, ວັດທະນະທຳຕ່າງປະເທດ, ໂຄສະນາພາບພົດຂອງຊາດ, ຈັດວາງບູລະນະກົງຈັກການຈັດຕັ້ງ, ປຸກລະດົມ ແລະ ນຳໃຊ້ແຫຼ່ງທຶນເພື່ອການພັດທະນາຢ່າງມີປະສິດທິຜົນກວ່າເກົ່າ.
ພາຍໃຕ້ການຊີ້ນຳນຳພາຂອງ ສະຫາຍ ຫງວຽນ ວັນ ຮຸ່ງ, ອະດີດລັດຖະມົນຕີ ໄດ້ມີບາດກ້າວຫັນປ່ຽນທີ່ສຳຄັນຫຼາຍຢ່າງທາງດ້ານຄວາມຮັບຮູ້ ແລະ ສະຖາບັນ ເພື່ອພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນສະໄໝທີ່ຜ່ານມາ. ພ້ອມດຽວກັນນັ້ນ ກໍ່ໄດ້ຖອດຖອນບົດຮຽນອັນລ້ຳຄ່າ ກ່ຽວກັບຈິນຕະນາການ, ວິທີການເຮັດວຽກ, ຄວາມກ້າຫານ, ຄວາມທຸ້ມເທ ແລະ ຄວາມຮັບຜິດຊອບຕໍ່ຂະແໜງການ ຂອງສະຫາຍ ຫງວຽນ ວັນ ຮຸ່ງ ໃຫ້ແກ່ພວກເຮົາ.
![]() |
| ທ່ານນາງລັດຖະມົນຕີໃໝ່ ເລີມທິເຟືອງແອງ ກ່າວຄຳປາໄສທີ່ພິທີ. |
“ຕະຫຼອດຂະບວນວິວັດການເຄື່ອນໄຫວວຽກງານ, ສະຫາຍ ຫງວຽນວັນຮຸ່ງ ຍາມໃດກໍ່ແມ່ນຜູ້ທີ່ທຸ້ມເທ, ເດັດຂາດ, ກົງໄປກົງມາ, ມີຈິນຕະນາການແຫ່ງການປ່ຽນແປງໃໝ່ ແລະ ມີການປະກອບສ່ວນທີ່ສຳຄັນຫຼາຍຢ່າງຢູ່ບັນດາອົງການ, ທ້ອງຖິ່ນ ບ່ອນທີ່ສະຫາຍໄດ້ປະຕິບັດງານ. ໃນຮູບເງົາສາລະຄະດີທີ່ພວກເຮົາຫາກໍ່ເບິ່ງນັ້ນ, ໄດ້ສະແດງໃຫ້ເຫັນບັນດາຈຸດພົ້ນເດັ່ນ ແລະ ຂີດໝາຍທີ່ສຳຄັນຍິ່ງ ໃນຖານະທີ່ເປັນລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງສະຫາຍ”, ສະຫາຍ ລຳ ທິ ຟືອງ ແທັງ ແບ່ງປັນ.
ທ່ານນາງ ລັດຖະມົນຕີຜູ້ໃໝ່ ຍັງໄດ້ສະແດງຄວາມເປັນກຽດ ແລະ ພາກພູມໃຈ ທີ່ໄດ້ປະກອບສ່ວນໂດຍກົງເຂົ້າໃນບັນດາຂົງເຂດທີ່ສຳຄັນ, ປັບປຸງຊີວິດການເປັນຢູ່, ບັນດາຄຸນຄ່າແກນກາງຂອງມະນຸດ, ສັງຄົມ ແລະ ປະເທດຊາດ; ໄດ້ປົກປັກຮັກສາ "ຈິດວິນຍານ" ຂອງຊາດ, ເຊິ່ງແມ່ນມໍລະດົກອັນລ້ຳຄ່າທີ່ໄດ້ຮັບການຫຼໍ່ຫຼອມມາຈາກປະຫວັດສາດແຫ່ງວັດທະນະທຳ ແລະ ວິລະຊົນຫຼາຍພັນປີ. ບັນດາຂົງເຂດທີ່ພັກເຮົາໄດ້ກຳນົດວ່າແມ່ນພື້ນຖານ, ແມ່ນເສົາຄ້ຳທີ່ສຳຄັນເພື່ອສ້າງເປັນກຳລັງແຮງອ່ອນ (Soft Power) ຂອງຊາດ, ສ້າງເປັນກຳລັງແຮງພາຍໃນ, ຄວາມເຊື່ອໝັ້ນ ແລະ ແຮງຊຸກດັນໃຫ້ປະເທດຊາດພັດທະນາຢ່າງໄວວາ ແລະ ຍືນຍົງ, ວາງອອກບັນດາພາລະກິດອັນສູງສົ່ງ ພ້ອມກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່ ໃນສະພາບການໃໝ່.
“ການຮັບໜ້າທີ່ໃນສະພາບການດັ່ງກ່າວ, ສຳລັບຂ້າພະເຈົ້າແລ້ວ, ຄຽງຄູ່ກັບຄວາມເປັນກຽດ ກໍ່ແມ່ນຄວາມວິຕົກກັງວົນກ່ຽວກັບຄວາມຮັບຜິດຊອບອັນໜັກໜ່ວງຂອງຜູ້ນຳໜ້າ, ຕໍ່ໜ້າວຽກງານຫຼາຍຢ່າງທີ່ຕ້ອງເຮັດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການທີ່ຕ້ອງຜ່ານຜ່າ, ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມສ້າງສັນຢ່າງບໍ່ຢຸດຢັ້ງ, ມີການບຸກທະລຸຢ່າງຕໍ່ເນື່ອງ, ກ້າວຂ້າມວິທີການແບບທຳມະດາ, ຂ້າມຂີດຈຳກັດຂອງຕົນເອງ ເພື່ອໃຫ້ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ, ມີລັກສະນະເລິກເຊິ່ງ, ສ້າງໄດ້ບັນດາຄຸນຄ່າໃໝ່, ແຫຼ່ງພະລັງໃໝ່ ແລະ ການເຕີບໂຕໃໝ່”, ສະຫາຍ ລຳ ທິ ຟືອງ ແທັງ ກ່າວ.
ກໍ່ຕາມທ່ານນາງ ລັດຖະມົນຕີ ເລີມທິເຟືອງແອງ, ບັນທັດຖານວັດແທກສູງສຸດຂອງການພັດທະນາວັດທະນະທຳ ກໍ່ຄືຄຸນນະພາບຂອງມະນຸດ ແລະ ລະດັບການຊຶມຊັບບັນດາຄຸນຄ່າອັນດີງາມຂອງຊີວິດສັງຄົມ ແລະ ໃນແຕ່ລະຄອບຄົວ, ແມ່ນຄວາມຍຸຕິທຳໃນການສ້າງສັນ ແລະ ການຊົມໃຊ້ບັນດາຄຸນຄ່າ ແລະ ໝາກຜົນອັນດີງາມດັ່ງກ່າວ. ວັດທະນະທຳຍິ່ງພັດທະນາ ແລະ ມີພະລັງແຜ່ກະຈາຍແຂງແຮງຂຶ້ນ ເມື່ອມະນຸດນັບມື້ນັບດຳລົງຊີວິດດີຂຶ້ນ, ຈົບງາມຂຶ້ນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ.
ກິລາ ບໍ່ພຽງແຕ່ແມ່ນສຸຂະພາບ, ແມ່ນສະມັດຖະພາບທາງຮ່າງກາຍເທົ່ານັ້ນ ແຕ່ຍັງແມ່ນສະຕິປັນຍາ, ເຈດຈຳນົງ, ຄວາມກ້າຫານ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ລະບຽບວິໄນ, ຄວາມຊື່ສັດ, ຈິດໃຈລວມໝູ່, ຄວາມເຊື່ອໝັ້ນ, ຄວາມເຂັ້ມແຂງ ແລະ ຄວາມເອກອ້າງທະນົງໃຈໃນຊາດ. ສະເໜ່ຂອງການທ່ອງທ່ຽວ ບໍ່ພຽງແຕ່ແມ່ນທັດສະນີຍະພາບທີ່ສວຍງາມເທົ່ານັ້ນ, ແຕ່ຕ້ອງຖືເອົາບັນດາຜະລິດຕະພັນທີ່ເປັນເອກະລັກ, ອຸດົມສົມບູນດ້ວຍລັກສະນະສະເພາະ, ສ້າງປະສົບການທີ່ເລິກເຊິ່ງທາງດ້ານວັດທະນະທຳ ເພື່ອເຂົ້າເຖິງຫົວໃຈຂອງນັກທ່ອງທ່ຽວ. ສຳລັບບາງຂະແໜງອຸດສາຫະກຳວັດທະນະທຳທີ່ມີທ່າແຮງ ຕ້ອງແມ່ນບັນດາຂະແໜງເສດຖະກິດສ້າງສັນ ທີ່ໄດ້ຮັບການສະແດງອອກດ້ວຍພາສາທີ່ທັນສະໄໝຂອງວິທະຍາສາດເຕັກໂນໂລຊີ, ຂອງການຫັນເປັນດີຈີຕອນ, ສາມາດ "ໃສ່ຈິດວິນຍານ" ໃຫ້ແກ່ມໍລະດົກທີ່ມີອາຍຸຫຼາຍພັນປີ ກາຍເປັນສິ່ງທີ່ມີຊີວິດຊີວາ, ໃໝ່ອ່ຽມ ແລະ ມີແຮງດຶງດູດ, ນຳມາເຊິ່ງການປະກອບສ່ວນຕົວຈິງໃຫ້ແກ່ປະເທດຊາດ.
ທ່ານນາງ ເລີມທິເຟືອງແອງ ເນັ້ນໜັກວ່າ, ພວກເຮົາບໍ່ພຽງແຕ່ສືບຕໍ່ພັດທະນາ ແຕ່ຕ້ອງບຸກທະລຸ, ກ້າວຂຶ້ນ, ບໍ່ພຽງແຕ່ເຕີບໂຕ ແຕ່ຕ້ອງພັດທະນາຢ່າງໄວວາ, ຍືນຍົງ ແລະ ກວມລວມ, ຍົກສູງຄວາມຮັບຜິດຊອບຕໍ່ຊີວິດ ແລະ ຄວາມສຸກຂອງປະຊາຊົນ. ສື່ມວນຊົນ ຕ້ອງຮັກສາບົດບາດກຳນົດທິດ, ຊີ້ນຳນຳພາ, ສ້າງມາດຕະຖານ ແລະ ສະພາບແວດລ້ອມຂໍ້ມູນຂ່າວສານທີ່ໜ້າເຊື່ອຖື, ປອດໄສ ແລະ ຊື່ສັດ, ພ້ອມທັງຕ້ອງມີຈິດໃຈແຫ່ງການສ້າງສາ ແລະ ມີລັກສະນະຕໍ່ສູ້ສູງ, ທັນການໃນການຕໍ່ສູ້ປະຕິເສດບັນດາຂໍ້ມູນທີ່ຜິດພາດ ແລະ ຫຍໍ້ທໍ້.
“ພວກເຮົາຕ້ອງຮີບຮ້ອນປັບປຸງສະຖາບັນ, ພັດທະນາວັດທະນະທຳ, ຂໍ້ມູນຂ່າວສານ, ກິລາ, ທ່ອງທ່ຽວ ຢ່າງເປັນລະບົບຄົບຊຸດ, ມີວິໄສທັດ ເພື່ອ 'ເປີດທາງ ແລະ ສ້ອມແປງທາງ' ຄືດັ່ງທີ່ສະຫາຍ ເລຂາທິການໃຫຍ່ ໄດ້ກ່າວໃນວາລະໄຂກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ XVI. ເຮັດແນວໃດໃຫ້ແຕ່ລະນະໂຍບາຍ, ແຕ່ລະການຕັດສິນຂອງຂະແໜງການ ຕ້ອງເລີ່ມມາຈາກຊີວິດຕົວຈິງ, ຕ້ອງແກ້ໄຂບັນດາຂໍ້ຄົງຄ້າງຢ່າງທັນການ, ປົດປ່ອຍບັນດາຈຸດຕັນ, ຂຸດຄົ້ນທຸກແຫຼ່ງພະລັງເພື່ອຊຸກຍູ້ການພັດທະນາ. ພ້ອມດຽວກັນນັ້ນ, ຄວາມຕ້ອງການທີ່ສຳຄັນ ແລະ ສະເໝີຕົ້ນສະເໝີປາຍ ແມ່ນຕ້ອງຮີບຮ້ອນຫັນປ່ຽນຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ, ສ້າງເງື່ອນໄຂໃຫ້ແກ່ນັກສິນລະປິນ, ວິສາຫະກິດ ແລະ ຊຸມຊົນ ເຂົ້າຮ່ວມພັດທະນາວັດທະນະທຳ; ເພີ່ມທະວີການກຳນົດທິດ, ຫຼຸດຜ່ອນຂັ້ນຕອນບໍລິຫານທີ່ບໍ່ຈຳເປັນ; ເພີ່ມທະວີການມອບສິດ ແລະ ແບ່ງຂັ້ນຄຸ້ມຄອງ ຕິດພັນກັບການກວດກາ, ຕິດຕາມ ເພື່ອຍົກສູງປະສິດທິຜົນການຄຸ້ມຄອງລັດ. ຂ້າພະເຈົ້າ ບໍ່ໄດ້ຄາດຫວັງວ່າພວກເຮົາຈະສາມາດເຮັດສິ່ງທີ່ຍິ່ງໃຫຍ່ໄດ້ໃນທັນທີ, ແຕ່ສ່ວນຕົວຂ້າພະເຈົ້າ ຈະເຮັດວຽກດ້ວຍຄວາມທຸ້ມເທ, ຮັບຟັງ, ເປັນແບບຢ່າງ, ຮັບຜິດຊອບ ແລະ ເດັດຂາດ ພ້ອມກັບຄະນະຜູ້ນຳ, ພະນັກງານ, ສະມາຊິກພັກ ແລະ ຜູ້ອອກແຮງງານຂອງກະຊວງ, ມານະພະຍາຍາມສ້າງສະພາບແວດລ້ອມການເຮັດວຽກທີ່ເປັນມືອາຊີບ, ໂປ່ງໃສ, ເຊິ່ງແຕ່ລະຄົນລ້ວນແຕ່ຮັບຮູ້ແຈ້ງຄວາມຮັບຜິດຊອບ ແລະ ຄວາມໝາຍຂອງວຽກງານຕົນເອງ ເພື່ອປະຕິບັດໜ້າທີ່ໃຫ້ມີປະສິດທິຜົນສູງສຸດ”, ທ່ານນາງ ເລີມທິເຟືອງແອງ ເນັ້ນໜັກ.
![]() |
| ທ່ານນາງ ລັດຖະມົນຕີ ເລີມທິເຟືອງແອງ ຖ່າຍຮູບຮ່ວມກັບ ອະດີດລັດຖະມົນຕີ ຫງວຽນ ວັນ ຮຸ່ງ ແລະ ບັນດາສະຫາຍ ຊ່ວຍລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. |
ກຳລັງແຮງທີ່ແທ້ຈິງຂອງກະຊວງ ກໍ່ຄືຂອງຂະແໜງການ ແມ່ນຂຶ້ນກັບຄວາມເປັນຈິດໜຶ່ງໃຈດຽວ, ຄວາມສາມັກຄີ, ຈິດໃຈກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ຢ່າງສ້າງສັນ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ ແລະ ຄວາມພາກພຽນພະຍາຍາມ ເພື່ອຜັນຂະຫຍາຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ໃຫ້ກາຍເປັນແຮງຊຸກດັນ. ສະຫາຍ ລັດຖະມົນຕີຜູ້ໃໝ່ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນ, ການຮ່ວມມື, ການແບ່ງປັນ ແລະ ການຊ່ວຍເຫຼືອ ຈາກຄະນະຜູ້ນຳກະຊວງ, ບັນດາສະຫາຍຜູ້ນຳກົມກອງ, ພ້ອມດ້ວຍບັນດາສະຫາຍພະນັກງານ, ສະມາຊິກພັກ, ລັດຖະກອນ, ພະນັກງານລັດ ແລະ ຜູ້ອອກແຮງງານທົ່ວທັງກະຊວງ ເພື່ອໃຫ້ສະຫາຍສາມາດເຮັດສຳເລັດໜ້າທີ່ຂອງຕົນຢ່າງຈົບງາມ.
ທ່ານນາງ ລັດຖະມົນຕີ ເລີມທິເຟືອງແອງ ເຊື່ອໝັ້ນຢ່າງເລິກເຊິ່ງວ່າ, ດ້ວຍມູນເຊື້ອອັນສະຫງ່າລາສີ 80 ປີ ຂອງຂະແໜງການ ພ້ອມກັບພື້ນຖານອັນໜັກແໜ້ນທີ່ໄດ້ຮັບການສ້າງສາຂຶ້ນມາ ພາຍໃຕ້ຄວາມເອົາໃຈໃສ່ຊີ້ນຳນຳພາ ຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ການປະສານສົມທົບຢ່າງແໜ້ນແຟ້ນ ຂອງບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ການຮ່ວມເດີນທາງຂອງຖັນແຖວປັນຍາຊົນ, ເຫຼົ່າສິນລະປິນ, ຄູຝຶກ, ນັກກິລາ, ພະນັກງານນຳທ່ຽວ, ບັນດາວິສາຫະກິດ, ອົງການສື່ມວນຊົນ ແລະ ພະນັກງານ, ລັດຖະກອນທົ່ວຂະແໜງການ... ແນ່ນອນວ່າຈະເຮັດສຳເລັດພາລະກິດອັນສູງສົ່ງ, ນຳພາພາລະກິດວັດທະນະທຳ, ຂໍ້ມູນຂ່າວສານ, ກິລາ ແລະ ທ່ອງທ່ຽວ ໃຫ້ພັດທະນານັບມື້ນັບແຂງແຮງ ແລະ ຮອບດ້ານກວ່າເກົ່າ, ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດແຫ່ງການພັດທະນາປະເທດຊາດຢ່າງໄວວາ ແລະ ຍືນຍົງ ໃນສກະລາດໃໝ່.
ມີງດຶກ



