| ໂທລະເລກ, ຈົດໝາຍ ແລະ ສານອວຍພອນບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ | |
| ໜ້າທີ່ສຳຄັນແຖວໜ້າຂອງລັດຖະບານຊຸດໃໝ່ແມ່ນສ້າງສະພາບແວດລ້ອມພັດທະນາ |
![]() |
| ຮູບປະກອບ. |
ໂດຍສືບຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນບ່າຍວັນທີ 09 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2025; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2026.
ບົດລາຍງານສະແດງໃຫ້ເຫັນວ່າ ປີ 2025, ສາມາດບັນລຸ ແລະ ລື່ນກາຍ 15/15 ຄາດໝາຍເສດຖະກິດ, ສັງຄົມຕົ້ນຕໍ. ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ. ຂອບຂະໜາດພື້ນຖານເສດຖະກິດບັນລຸ 514 ຕື້ USD, ຢືນອັນດັບທີ 32 ໃນໂລກ… ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນຊຸມເດືອນທີ່ຍັງເຫຼືອຂອງປີ 2026, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຊີ້ແຈ້ງວ່າ:
“ເປັນເອກະພາບແນວຄິດຈິນຕະນາການ, ຄວາມຮັບຮູ້, ຄວາມຄາດຫວັງ ແລະ ການກະທຳ ເພື່ອປະຕິບັດເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດ 2 ຕົວເລກ. ຊຸກຍູ້ການການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ. ກ່ຽວກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ແມ່ນຕ້ອງຮັບປະກັບບັນດາຄວາມດຸ່ງດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຕິດຕາມສະພາບການຢູ່ພາຍໃນປະເທດ, ສາກົນຢ່າງໃກ້ຊິດ, ເປັນເຈົ້າການໃນການຄາດຄະເນ ແລະ ມີປະຕິກິລິຍາດ້ານນະໂຍບາຍຢ່າງມີໄຫວພິບ, ທັນການ. ເດັດດ່ຽວບໍ່ປະໃຫ້ເກີດຄວາມຂາດສະຖຽນລະພາບມະຫາພາກ, ວິກິດການເສດຖະກິດໃນທຸກສະພາບການ”.
ແລະກໍ່ໃນຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນຫາເສດຖະກິດ, ສັງຄົມ, ໃນນັ້ນມີແຜນການພັດທະນາເສດຖະກິດ - ສັງຄົມ5 ປີໄລຍະ 2026 – 2030.
| ຮັດແໜ້ນນ້ຳໃຈມິດຕະພາບໂດຍຜ່ານການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ລາວ ແລະ ກຳປູເຈຍ ຍສໝ - ໃນວັນທີ 8 ເມສາ, ຄະນະກໍາມະການປະຊາຊົນແຂວງ ດົ່ງນາຍ ໄດ້ຈັດຕັ້ງການໂຮມຊຸມນຸມສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ແລະ ງານບຸນວັດທະນະທໍາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ... |
| ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ແກ່ນັກສຶກສາ ລາວ ຢ່າງດູດດື່ມ ຍສໝ - ນັກສຶກສາລາວເກືອບ 300 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລສຶກສາ-ນະຄອນ ດານັງ ໄດ້ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ດ້ວຍພິທີກຳຕາມປະເພນີອັນເຕັມທີ່ດ້ວຍບັນຍາກາດອັນອົບອຸ່ນ ແລະ ເບີກບານມ່ວນຊື່ນ. |
