ລາວ: ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມອີກ 1 ຄົນ

06:30 | 06/04/2020

ຍສໝ - ໃນຕອນແລງວັນທີ 5 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid -19, ຜູ້ຕາງໜ້າ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ມາຮອດມື້ນີ້ ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເປັນກໍລະນີທີ 11 ແລ້ວ.

ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19
ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ ເວັບໄຊຂອງເວທີປາໄສເສດຖະກິດໂລກ: ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ກໍລະນີທີ 11 ຖືກຕິດເຊື້ອ Covid-19 ໃນປະເທດລາວ ເປັນຊາວຕ່າງປະເທດ ທີ່ກຳລັງເຮັດວຽກ ຢູ່ບໍລິສັດ ພູເບ້ຍ ມາຍນິງ ຢູ່ ສປປ.ລາວ, ອາຍຸ 55 ປີ. ຊາວຕ່າງປະເທດດັ່ງກ່າວ ເປັນໄຂ້, ໄອ ແລະ ເປັນຫວັດ. ຫຼັງຈາກນັ້ນ ໄດ້ມາກວດວິເຄາະ ຢູ່ໂຮງໝໍມິດຕະພາບ ແລະ ໄດ້ຮັບການຢັ້ງຢືນຖືກຕິດເຊື້ອ Covid -19.

ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ
ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມຂຶ້ນ 1 ຄົນ, ເປັນຊາວຕ່າງປະເທດ. (ພາບ: Laopost)

ກ່ອນນັ້ນ, ຊາວຕ່າງປະເທດດັ່ງກ່າວ ໄດ້ເດີນທາງມາຈາກປະເທດ Papua New Guinea, ຜ່ານປະເທດ ສິງກະໂປ ໃນວັນທີ 22 ມີນາ. ຫຼັງຈາກນັ້ນ ໄດ້ຂຶ້ນລົດຕູ້ມີຜູ້ໂດຍສານ 11 ຄົນ ອອກໄປສະໜາມ ຢູ່ ພູເບ້ຍ. ສະນັ້ນ, ກະຊວງສາທາລະນະສຸກ ໄດ້ຄາດຄະເນວ່າ ກໍລະນີທີ 11 ຈະພົບກັບປະມານ 100 ຄົນໃນປະຫວັດເດີນທາງ. ປະຈຸບັນ, ຄະນະສະເພາະກິດ ໄດ້ກໍາລັງຕິດຕາມ ແລະ ຊັກຖາມລະອຽດການເດີນທາງໄປບ່ອນຕ່າງໆຂອງຊາວຕ່າງປະເທດດັ່ງກ່າວ.

ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ ໜັງສືພິມຕ່າງປະເທດໄດ້ຍ້ອງຍໍຫວຽດນາມທີ່ປະສົບຜົນສຳເລັດໃນການສະກັດກັ້ນການລະບາດຂອງໂລກລະບາດ Covid-19

ຍສໝ - ໃນຊ່ວງເວລາເກີດການລະບາດຂອງໂລກລະບາດ Covid-19, ອັດຕາການຕິດເຊື້ອໃນຫວຽດນາມແມ່ນຕໍ່າກວ່າປະເທດອື່ນໆໃນພາກພື້ນຍົກເວັ້ນມຽນມາ ແລະ ລາວ.

ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ລາວ ໄດ ກວດພ ບຜ ຕ ດເຊ ອ covid 19 ເພ ມອ ກ 1 ຄ ນ ບັນດາທ່ານຜູ້ຟັງ ປະເທດຈີນ: ຫວຽດນາມເອີຍ, ສູ້ໆ!

ຍສໝ - ນີ້ແມ່ນຄວາມຮູ້ສຶກຂອງບັນດາທ່ານຜູ້ຟັງຂອງ VOV ຢູ່ປະເທດຈີນ ເຊິ່ງສະຫງວນໃຫ້ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.