ເລ​ຂາ​ທິ​ການ​ໃຫຍ່ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້ທົ່ວ​ໂລກສົ​ມ​ທົບ​ກັນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດ Covid– 19

22:17 | 21/03/2020

ຍສໝ - ທ່ານ Antonio Guterres ເລຂາທິການໃຫຍ່ສປຊ ໄດ້ກ່າວເຕືອນວ່າຖ້າຫາກວ່າບໍ່ມີການຄວບຄຸມຢ່າງທັນການ, ອາດຈະມີປະຊາຊົນຫຼາຍລ້ານຄົນຢູ່ບັນດາປະເທດທຸກຍາກເສຍຊີວິດຍ້ອນເຊື້ອໄວຣັດ SARS –CoV– 2.

ເລ​ຂາ​ທິ​ການ​ໃຫຍ່ສ​ປ​ຊ​ ຮຽກ​ຮ້ອງ​ໃຫ້ທົ່ວ​ໂລກສົ​ມ​ທົບ​ກັນ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດ Covid– 19

ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ (ພາບ: tapchimoitruong.vn)

ຕາມທ່ານ Antonio Guterresແລ້ວ, ບັນດາປະເທດຄວນຢຸດຕິການນຳໃຊ້ຍຸດທະສາດການແພດສະເພາະ, ແທນທີ່ນັ້ນແມ່ນຕ້ອງມີຄວາມໂປ່ງໃສ, ທົ່ວໂລກສົມທົບກັນເພື່ອຊ່ວຍເຫຼືອບັນດາປະເທດທີ່ຍັງບໍ່ທັນກຽມພ້ອມໃຫ້ແກ່ວິກິດການດັ່ງກ່າວ. ທ່ານ Antonio Guterres ຖືວ່າໂລກຕ້ອງສຸມໃສ່ຊ່ວຍເຫຼືອບັນດາກຸ່ມທີ່ມີຄວາມສ່ຽງສູງກ່ວາໝູ່, ໃນນັ້ນມີ: ຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ວິສາຫະກິດຂະໜາດນ້ອຍແລະກາງ.

ໄລ່ຮອດ 8 ໂມງ 30 ນາທີ່ຂອງວັນທີ 21 ມີນາ (ຕາມເວລາ ຫວຽດນາມ), ປັດຈຸບັນໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 275.741 ຄົນແລະ ມີຜູ້ເສຍຊີວິດ ຍ້ອນ Covid – 19 ແມ່ນ 11.397 ຄົນ. ຈຳນວນ ຄົນເຈັບທີ່ໄດ້ຮັບການຟື້ນຟູແມ່ນ 91.912 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 163 ປະເທດ ແລະ ເຂດແຄ້ວນ.

ອີຕາລີສືບຕໍ່ແມ່ນປະເທດມີຈຳນວນຜູ້ເສີຍຊີວິດຍ້ອນໂລກລະບາດ Covid – 19 ຫຼາຍກວ່າໝູ່ ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຖັດຈາກນັ້ນແມ່ນ ແອັດສະປາຍ (235 ຄົນ) ແລະ ອີຣານ (149 ຄົນ). ຢູ່ອູຫັ້ນ (ປະເທດຈີນ), 3 ວັນລຽນຕິດແມ່ນບໍ່ກວດພົບກໍລະນີຕິດເຊື້ອພະຍາດ Covid – 19 ລາຍໃໝ່. ໄລ່ຮອດວັນທີ 20 ມີນາ, ຢູ່ຈີນມີ ຜູ້ຕິດເຊື້ອພະຍາດ Covid – 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 71.740 ຄົນ ແລະ ມີຜູ້ເສຍຊີວິດ 3.255 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.