ກອງບັນຊາການ ປກສ ແຂວງຄໍາມ່ວນ ອວຍພອນປີໃໝ່ກອງບັນຊາການຕໍາຫຼວດແຂວງຮ່າຕິງ

11:47 | 10/01/2020

ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ ໄດ້ມາອວຍພອນບຸນເຕັດຕໍໍາຫຼວດແຂວງຮ່າຕິງ ສສ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2020.

ກອງບັນຊາການ ປກສ ແຂວງຄໍາມ່ວນ ອວຍພອນປີໃໝ່ກອງບັນຊາການຕໍາຫຼວດແຂວງຮ່າຕິງ

ກອງບັນຊາການ ປກສ ແຂວງຄໍາມ່ວນ ອວຍພອນປີໃໝ່ກອງບັນຊາການຕໍາຫຼວດແຂວງຮ່າຕິງ.(ພາບ: baohatinh)

ທີ່ການຕ້ອນຮັບ, ທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຝາກຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບກອງບັນຊາການຕໍາຫຼວດແຂວງຮ່າຕິງ. ພ້ອມທັງປາດຖະໜາຢາກໃຫ້ກໍາລັງຕໍາຫຼວດສອງປະເທດສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສາມັກຄີ, ມິດຕະພາບ, ສະໜິດແໜ້ນ, ບໍລິສຸດຜຸດຜ່ອງ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານກໍ່ຄືວຽກງານຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາ, ປະກອບສ່ວນຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນຫວຽດນາມ-ລາວ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ສ່ວນ ທ່ານພັນເອກພິເສດ ຫງວຽນຕ໋ຽນນາມ, ຮອງຫົວໜ້າກອງບັນຊາການຕໍາຫຼວດແຂວງຮ່າຕິງ ມີຄວາມມຸ່ງຫວັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງກົມກອງສືບຕໍ່ສົມທົບກັນໃນວຽກງານກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານກໍ່ຄືວຽກງານຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນທ້ອງຖິ່ນຢ່າງແໜ້ນແຟ້ນກວ່າອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.