ຊາວຫວຽດນາມ ຢູ່ 2 ເຂດເກີດໂລກລະບາດຂອງ ສ.ເກົາຫຼີ ແມ່ນນະຄອນ Daegu ແລະ ແຂວງ Gyeongbuk, ຍັງສືບຕໍ່ເຮັດວຽກເປັນປົກກະຕິ

19:06 | 29/02/2020

ຍສໝ - ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.

ຊາວຫວຽດນາມ ຢູ່ 2 ເຂດເກີດໂລກລະບາດຂອງ ສ.ເກົາຫຼີ ແມ່ນນະຄອນ Daegu ແລະ ແຂວງ Gyeongbuk, ຍັງສືບຕໍ່ເຮັດວຽກເປັນປົກກະຕິ

ພາບປະກອບ

ຢູ່ສ.ເກົາຫຼີ, ຕອນເຊົ້າວັນທີ 29 ກຸມພາ, ອົງການສາທາລະນະສຸກສ.ເກົາຫຼີ ໄດ້ແຈ້ງວ່າ, ມີ 594 ກໍລະນີຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້, ຍົກຈຳນວນຜູ້ຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້ຂຶ້ນເປັນ 2.931 ກໍລະນີ. ກ່ຽວຂ້ອງເຖິງສະພາບການໂລກລະບາດ Covid-19, ອົງການຄຸ້ມຄອງ ແລະ ປ້ອງກັນ, ຄວບຄຸມໂລກລະບາດ ສ.ເກົາຫຼີ ໄດ້ຢັ້ງຢືນກັບສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ວ່າ ໃນກໍລະນີມີຊາວຫວຽດນາມ ຢູ່ນະຄອນ Daegu ຕິດເຊື້ອພະຍາດ SARS-CoV-2. ຕາມລະບຽບການສາທາລະນະສຸກສາກົນ (IHR) ແລ້ວ, ອົງການນີ້ຕ້ອງໄດ້ສົ່ງຂໍ້ມູນຂອງກໍລະນີດັ່ງກ່າວໃຫ້ກະຊວງສາທາລະນະສຸກຫວຽດນາມ.

ຕາມແຈ້ງການອັບເດັດໃນຕອນເຊົ້າວັນທີ 29 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 28 ກຸມພາ, ມີ 39.000 ກໍລະນີຕິດເຊື້ອໄວຣັດ Covid-19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ, ມີອີກ 427 ກໍລະນີຕິດເຊື້ອພະຍາດ ແລະ 47 ຄົນເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19. ສະນັ້ນ, ປະເທດນີ້ໄດ້ຢັ້ງຢືນວ່າ ກໍລະນີຕິດເຊື້ອພະຍາດຢູ່ຈີນ ແມ່ນ 79.251 ກໍລະນີ ແລະ 2.835 ກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19. ວັນທີ 28 ກຸມພາ, ອົງການອະນາໄມໂລກ ໄດ້ຍົກລະດັບກ່າວເຕືອນທົ່ວໂລກກ່ຽວກັບໂລກລະບາດ Covid-19 ຂື້ນສູ່ລະດັບ “ສູງທີ່ສຸດ”.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.