ອົງການອານາໄມໂລກ (WHO) ໄດ້ເປີດຕົວເວັບໄຊໃໝ່ເພື່ອເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບໄວຣັດ Corona ສາຍພັນໃໝ່ຢ່າງທັນການ

06:25 | 07/02/2020

ວັນທີ 6 ກຸມພາ, ອົງການອານາໄມໂລກ(WHO) ໄດ້ເປີດຕົວເວັບໄຊໃໝ່ເພື່ອເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບໄວຣັດ Corona ສາຍພັນໃໝ່ຢ່າງທັນການ.

ອົງການອານາໄມໂລກ (WHO) ໄດ້ເປີດຕົວເວັບໄຊໃໝ່ເພື່ອເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບໄວຣັດ Corona ສາຍພັນໃໝ່ຢ່າງທັນການ

ພາບປະກອບ


ເວັບໄຊໃໝ່ ຂອງ WHO ໄດ້ສະໜອງບັນດາຂໍ້ມູນຂ່າວສານທີ່ເປັນທາງການ, ປະຕິເສດບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງ ເຊິ່ງກໍ່ຄວາມແຕກຕື່ມຢ້ານເກີດເຫດຕໍ່ປະຊາຊົນ. ວັນທີ 29 ມັງກອນ, ອົງການອານາໄມໂລກ(WHO)ໄດ້ປະກາດວ່າ, ເລື່ອງ ເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ ນະຄອນ ອູຫັ່ນ (ປະເທດຈີນ) ທີ່ຕິດແປດ ລະຫວ່າງ ຄົນກັບຄົນ ຢູ່ 3 ປະເທດ ເຢຍລະມັນ, ຫວຽດນາມ, ຍີ່ປຸ່ນ ແມ່ນສິ່ງທີ່ໜ້າວິຕົກກັງວົນ ແລະ ວຽກນີ້ຈະໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານ ຂອງ WHO ເມື່ອຈັດກອງປະຊຸມກຸ່ມອີກຄັ້ງໜຶ່ງເພື່ອພິຈາລະນາວ່າ ຈະປະກາດ ສະພາບການສຸກເສີນທົ່ວໂລກຫຼືບໍ່? ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Geneva ພາຍຫຼັງການຢ້ຽມຢາມຈີນ ມາເປັນເວລາ 2 ວັນ, ເມື່ອໄດ້ຖາມກ່ຽວກັບເລື່ອງ ເຫັນດີເປັນເອກະພາບສົ່ງ ກຸ່ມນັກຊ່ຽວຊານສາກົນໄປຍັງຈີນ, ທ່ານ Tedros Adhanom Ghereyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າກຸ່ມນີ້ລວມມີພະນັກງານ ຂອງ WHO ແລະ ບັນດາປະເທດຕ້ອງ ຍົກມີ “ການປຶກສາຫາລືສອງຝ່າຍ” ເພື່ອສົ່ງນັກຊ່ຽວຊານຂອງຕົນ.

ອຳນາດການປົກຄອງແຂວງ ຮູເປີຍ, ປະເທດ ຈີນ ປະກາດໃນວັນທີ 03 ກຸມພາວ່າ ຈຳນວນຜູ້ເສຍຊີວິດຍ້ອນເຊື້ອພະຍາດອັກເສບປອດຂອງໄວຣັກ ໂກໂຣນາ ສາຍພັນໃໝ່ (2019 - nCOV) ຢູ່ແຂວງນີ້ໄດ້ເພີ່ມຂຶ້ນ 64 ກໍລະນີ, ຍົກຈຳນວນກໍລະນີເສຍຊີວິດຢູ່ ຈີນ ຂຶ້ນເຖິງ 425 ຄົນ. ອົງການສາທາລະນະສຸກແຂວງ ຮູເປີຍ ໄດ້ກວດພົບ 2.354 ກໍລະນີຕິດເຊື້ອຕື່ມອີກ, ເຮັດໃຫ້ຈຳນວນກໍລະນີຕິດເຊື້ອພະຍາດດັ່ງກ່າວຢູ່ແຂວງນີ້ ເພີ່ມຂຶ້ນ 13.522 ຄົນ. ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ໄດ້ປຶກສາຫາລືກ່ຽວກັບສະພາບການຂອງເຊື້ອພະຍາດອັກເສບປອດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຖືວ່າພັກກອມມູນິດ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ຖືບັນຫາສຸຂະພາບ, ຊີວິດອິນຊີຂອງປະຊາຊົນຂຶ້ນເປັນແຖວໜ້າ. ອຳນາດການປົກຄອງທຸກຂັ້ນກໍ່ຄືປະຊາຊົນ ຄວນປະຕິບັດບັນດາລັດຖະນະໂຍບາຍຂອງພັກໃຫ້ເປັນຢ່າງດີ, ສາມັກຄີ “ດັບສູນ” ເຊື້ຶ້ອພະຍາດ. ຄະນະປະຈຳກົມການເມືອງພັກກອມມູນິດ ຈີນ ຢືນຢັນວ່າ ຈີນ ມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອແກ້ໄຂວິກິດການດັ່ງກ່າວໄດ້ເປັນຢ່າງດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.