ເປີດຊຸດການຝືກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ພະນັກງານແນວລາວສ້າງຊາດ

11:28 | 16/10/2019

ຍສໝ - ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນ ຫ້າລອງ, ແຂວງ ກ໋ວາງນິງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີເປີດຊຸດການຝຶກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ແກ່ພະນັກງານແນວລາວສ້າງຊາດ ໃນປີ 2019.

ເຂົ້າຮ່ວມພິທີເປີດ ມີ ທ່ານປະລິນຍາເອກ ຫງວຽນ ຫິຍຢູ໋ງ, ຮອງປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດ ຫວຽດນາມ; ທ່ານ ຄຳລາ ລິນາສອນ - ຮອງປະທານສູນກາງແນວລາວສ້າງຊາດ.

ເຂົ້າຮ່ວມຊຸດຝຶກອົບຮົມທີ່ເລີ່ມຕົ້ົ້ນແຕ່ວັນທີ 15 ຫາ 31 ຕຸລາ, ພະນັກງານຈຳນວນ 15 ຄົນຂອງຄະນະ ກຳມະການແນວລາວສ້າງຊາດ ຈະໄດ້ບັນດາຜູ້ນຳຂັ້ນສູງ ແລະ ຜູ້ຊ່ຽວຊານຫວຽດນາມ ປະກາດໃນ 8 ຫົວຂໍ້ກ່ຽວກັບວຽກງານແນວລາວສ້າງຊາດ ແລະ ເຂົ້າຮ່ວມກິດຈະກຳຄົ້ນຄວ້າຕົວຈິງ, ຢ້ຽມຢາມຊົມທັດສະນີຍະພາບມີຊື່ສຽງ ຂອງແຂວງກວາງນິງ.

ເປີດຊຸດການຝືກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ພະນັກງານແນວລາວສ້າງຊາດ

ທັດສະນີຍະພາບ ພິທີເປີດຊຸດການຝຶກອົບຮົມ ແລະ ບຳລຸງສ້າງ. (ພາບ: đaioanket.vn)

ກ່າວຄຳເຫັນທີ່ພິທີເປີດ, ຮອງປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດ ຫວຽດນາມ ທ່ານ ຫງວຽນ ຫິຍຢູ໋ງ ໄດ້ເນັ້ນໜັກວ່າ: ຊຸດອົບຮົມທີ່ຟົດຟື້ນແມ່ນສ່ວນໜຶ່ງ ຂອງໂຄງການຮ່ວມມືທີ່ໄດ້ຕົກລົງເຫັນດີ ລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄລຍະ 2017-2020. ການຝືກອົບຮົມ ແລະ ສົ່ງເສີມເພື່ອແນໃສ່ແລກປ່ຽນຄວາມຮູ້ ແລະ ປະສົບການດ້ານວິຊາຊີບລະຫວ່າງສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສາຍພົວພັນສາມັກຄີທີ່ຍິ່ງໃຫຍ່ໃນແຕ່ລະປະເທດ, ຮັດແໜ້ນຄວາມມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ.

ເປີດຊຸດການຝືກອົບຮົມ ແລະ ບຳລຸງສ້າງໄລຍະສັ້ນ ໃຫ້ພະນັກງານແນວລາວສ້າງຊາດ

ທ່ານ ຄຳລາ ລິນາສອນ - ຮອງປະທານສູນກາງແນວລາວສ້າງຊາດ ກ່າວຄຳເຫັນທີ່ພິທີເປີດ. (ພາບ: đaioanket.vn)

ທ່ານ ຄຳລາ ລິນາສອນ - ຮອງປະທານສູນກາງແນວລາວສ້າງຊາດ ສະແດງຄວາມຂອບໃຈການສະໜັບສະໜູນ ຂອງແນວໂຮມປະເທດຊາດ ຫວຽດນາມ; ພ້ອມດຽວກັນນີ້, ທ່ານ ຄຳລາ ລິນາສອນ ຍັງໄດ້ຢືນຢັນວ່າ ການຝືກອົບຮົມ ແລະ ບຳລຸງສ້າງຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ແລະ ມີປະໂຫຍດຫຼາຍສຳລັບພະນັກງານແນວລາວສ້າງຊາດ ລາວ. ທ່ານ ຄຳລາ ລິນາສອນ ສະເໜີ ພະນັກງານຕ້ອງການສຶກສາຮ່ຳຮຽນຢ່າງຈິງຈັງ, ໄດ້ຮັບປະສົບການດ້ານທິດສະດີ ແລະ ປະຕິບັດຕົວຈິງ, ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດ ໃນປະເທດຂອງພວກເຂົາ, ແລະ ສືບຕໍ່ສ້າງສາຍພົວພັນລະຫວ່າງສອງອົງການແນວໂຮມສ້າງຊາດເວົ້າສະເພາະ ແລະ ສອງປະເທດຫວຽດນາມ - ລາວເວົ້າລວມ.

ຊຸດຝຶກອົບຮົມທີ່ຈະເລີ່ມຕົ້ົ້ນແຕ່ວັນທີ 15 ຫາ 31 ຕຸລາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.