ນະຄອນ ດານັງ ໄດ້ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ແຂວງອັດຕະປືພັດທະນາຢ່າງດີຂຶ້ນ

23:47 | 30/09/2019

ຍສໝ - ວັນທີ 30 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ, ການນຳນະຄອນດານັງ ນຳໂດຍ ກຳມະການສູນກາງພັກ, ເລຂາຄະນະກຳມະການພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ທ່ານ ເຈືອງກວາງເຫງ໋ຍ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບການນຳຂອງຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງອັດຕະປືຄັ້ງທຳອິດ. ທ່ານ ເລດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງແຂວງອັດຕະປື ເປັນປະທານກອງປະຊຸມເຮັດວຽກ ແລະ ຮັບຕ້ອນຄະນະ.

ວັນທີ 30 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ, ການນຳນະຄອນດານັງ ນຳໂດຍ ກຳມະການສູນກາງພັກ, ເລຂາຄະນະກຳມະການພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ທ່ານ ເຈືອງກວາງເຫງ໋ຍ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບການນຳຂອງຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງອັດຕະປືຄັ້ງທຳອິດ. ທ່ານ ເລດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງແຂວງອັດຕະປື ເປັນປະທານກອງປະຊຸມເຮັດວຽກ ແລະ ຮັບຕ້ອນຄະນະ.

ໃນກອງປະຊຸມ, ທ່ານ ເລດ ໄຊຍະພອນ ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຮັກສາຮີດຄອງປະເພນີແຫ່ງຄວາມສາມັກຄີ, ໂດຍສະເພາະແມ່ນການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດເວົ້າລວມ, ລະຫວ່າງບັນດາທ້ອງຖິ່ນຂອງສອງແຂວງອັດຕະປື - ດານັງເວົ້ົ້າສະເພາະ.

ນະຄອນ ດານັງ ໄດ້ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ແຂວງອັດຕະປືພັດທະນາຢ່າງດີຂຶ້ນ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: baodanang.vn)

ທ່ານ ເຈືອງກວາງເຫງ໋ຍ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ, ພັກ ແລະ ປະຊາຊົນນະຄອນດານັງເວົ້າສະເພາະ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງຫວຽດນາມ ແລະ ລາວ, ໃນນັ້ນ ມີການພົວພັນລະຫວ່າງນະຄອນດານັງ ແລະ ອັດຕະປື. ທ່ານ ເຈືອງກວາງເຫງ໋ຍ ຢືນຢັນວ່າ, ນະຄອນດານັງຍາມໃດກໍ່ພ້ອມກັນແບ່ງປັນຄວາມຫຍຸ້ງຍາກກັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງອັດຕະປື ໃນການກໍ່ສ້າງ ແລະ ພັດທະນາ.

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ແຜນການສືບຕໍ່ ບັນດາໂຄງການຮ່ວມມືໃນໄລຍະຈະມາເຖິງ (ອີງຕາມບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມລະຫວ່າງສອງທ້ອງຖິ່ນ, ໄລຍະ 2018-2022), ໃນນັ້ນມີຫຼັກສູດທຶນການສຶກສາ (ແຕ່ລະປີສະໜັບສະໜູນທຶນການສຶກສາ 100% ສຳລັບ 3 ທຶນສຶກສາປະລິນຍາໂທ, 3 ທຶນມະຫາວິທະຍາໄລ ແລະ 4 ທຶນວິທະຍາໄລວິຊາຊີບ; ໃຫ້ທຶນການສຶກສາ 50% ສຳລັບ 4 ທຶນສຶກສາປະລິນຍາໂທ, 4 ທຶນສຶກສາມະຫາວິທະຍາໄລ ແລະ 2 ທຶນການສຶກສາຢ່າງຄົບຖ້ວນ ທີ່ມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລດານັງ ເພື່ອຝຶກອົບຮົມນາຍຄູໃຫ້ແກ່ເດັກນ້ອຍຂອງສະມາຄົມຫວຽດນາມແຂວງອັດຕະປື).

ນະຄອນ ດານັງ ໄດ້ຮ່ວມເດີນທາງ ແລະ ແບ່ງປັນຄວາມຫຍຸ້ງຍາກໃຫ້ແຂວງອັດຕະປືພັດທະນາຢ່າງດີຂຶ້ນ

ທ່ານ ເຈືອງກວາງເຫງ໋ຍ ແລະ ທ່ານ ເລດ ໄຊຍະພອນໃນພິທີຕັດແຖບຜ້າຂອງໂຮງຮຽນມັດທະຍົມ ມິດຕະພາບແຂວງອັດຕະປື. (ພາບ: baodanang.vn)

ທີ່ກອງປະຊຸມ, ຜູ້ນຳນະຄອນດານັງ ໄດ້ມອບເງິນໃຫ້ແຂວງອັດຕະປື 250 ລ້ານດົ່ງ ເພື່ອແກ້ໄຂຜົນເສຍຫາຍຈາກໄພນ້ຳຖ້ວມໃນຕົ້ນເດືອນກັນຍາ; ພ້ອມດຽວກັນນີ້ກໍ່ໄດ້ມອບສູນພາສາຫວຽດນາມ ທີ່ແຂວງອັດຕະປື 100 ລ້ານດົ່ງ ເພື່ອລົງທຶນໃສ່ອຸປະກອນການຮຽນ - ການສອນ. ໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນ ດານັງ ໄດ້ເຂົ້າຮ່ວມພິທີເປີດໂຮງຮຽນມັດທະຍົມ ມິດຕະພາບແຂວງອັດຕະປື. ນີ້ແມ່ນໂຮງຮຽນຂອງສະມາຄົມຊາວຫວຽດນາມແຂວງອັດຕະປື ທີ່ໄດ້ຮັບການກໍ່ສ້າງໃນຕົ້ນປີ 2019 ແລະ ໄດ້ກໍ່ສ້າງສຳເລັດ, ນຳໃຊ້ແຕ່ສົກຮຽນ 2019-2020. ມູນຄ່າການກໍ່ສ້າງໂຮງຮຽນແມ່ນ 9 ຕື້ດົງ (ເທົ່າກັບ 3 , 2 ຕື້ກີບ) ເປັນການສະໜັບສະໜູນ ໂດຍແຂວງ ດານັງ. ໂຮງຮຽນແຫ່ງນີ້ບໍ່ພຽງແຕ່ຮັບ ແລະ ສອນເດັກນ້ອຍຊາວຫວຽດນາມຢູ່ຕ່າງແຂວງເທົ່ານັ້ນ, ແຕ່ຍັງຕ້ອງການຂະຫຍາຍການຕ້ອນຮັບ ແລະ ການສິດສອນເດັກນ້ອຍຂອງ ປະເທດລາວ. ນີ້ແມ່ນໂຮງຮຽນອະນຸລັກຮັກສາ ແລະ ສົ່ງເສີມການ ນຳໃຊ້ພາສາຫວຽດ ແລະ ໂຄສະນາວັດທະນະທຳ ຫວຽດນາມຢູ່ແຂວງອັດຕະປື.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.