ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

00:54 | 13/05/2019

ຍສໝ - ແຕ່ວັນທີ 05-06/01/2019, ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນ ຊວນ ຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເຂົ້າຮ່ວມ ແລະ ປະທານຮ່ວມກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ ແລະ ລາວ ຄັ້ງທີ 41.

ສາຍພົວພັນ ຫວຽດນາມ - ລາວ ສືບຕໍ່ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ

ນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ

ສາຍພົວພັນຫວຽດນາມ - ລາວ ພັດທະນາຢ່າງດີງາມ

ຫຼາຍປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີອັນເປັນພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງດີງາມ, ຮັກສາກົນໄກການຮ່ວມມືສອງຝ່າຍ ແລະ ເພີ່ມທະວີການຮ່ວມມືດ້ານການຕ່າງປະເທດ. ການພົວພັນດ້ານການເມືອງ, ໄດ້ຮັບການສົ່ງເສີມຢ່າງແຮງກ້າ, ຕິດພັນກັບຄວາມໄວ້ວາງໃຈຫຼາຍຂຶ້ນ, ສອງຝ່າຍໄດ້ຮ່ວມມືກັນອັນເປັນຢ່າງດີເພື່ອຈັດຕັ້ງແລກປ່ຽນການຢ້ຽມຢາມ ແລະ ພົບປະລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງປະເທດ.

ສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງກິດຈະກໍາຕ່າງໆຢ່າງຟົດຟື້ນ, ທົ່ວເຖິງເພື່ອສະເຫຼີມສະຫຼອງ ປີ 2017 ແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ, ສະເຫຼີມສະຫຼອງຄົບຮອບ 55 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ (1962 – 2017) ແລະ ຄົບຮອບ 40 ປີ ວັນເຊັນສັນຍາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (1977 – 2017), ປະກອບສ່ວນເຂົ້າໃນການເຜີຍແຜ່ໂຄສະນາຢ່າງທົ່ວເຖິງກ່ຽວກັບຄວາມສາມັກຄີອັນເປັນພິເສດລະຫວ່າງ ຫວຽດນາມ ແລະ ລາວ.
ການຮ່ວມມືດ້ານຄວາມປອດໄພ, ປ້ອງກັນຊາດ ລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ປະຕິບັດໄດ້ດີໃນທຸກຂົງເຂດ, ໂດຍສະເພາະມແມ່ນດ້ານການຝຶກອົບຮົມ, ບໍາລຸງກໍ່ສ້າງ. ສອງຝ່າຍສືບຕໍ່ປະສານງານໃນການຈັດຕັ້ງປະຕິບັດສັນຍາການຮ່ວມມືດ້ານຄວາມປອດໄພທີ່ດີ, ປ້ອງກັນຊາດ, ການຮ່ວມມືຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງ, ມີປະສິດທິຜົນຢ່າງຕັ້ງໜ້າ, ຮັບປະກັນດ້ານການປ້ອງກັນຊາດ ແລະ ຄວາມປອດໄພຂອງແຕ່ລະປະເທດ.
ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງບັດດາທ້ອງຖິ່ນຂອງສອງປະເທດທີ່ມີເຂດຊາຍແດນຕິດກັນ, ໂດຍສະເພາະແມ່ນໃນດ້ານການກໍ່ສ້າງພື້ນໂຄງລ່າງ, ການປິ່ນປົວທາງການແພດ, ການພັດທະນາດ້ານຊັບພະຍາກອນມະນຸດ, ຮັກສາຄວາມປອດໄພ, ຄວາມລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງສອງປະເທດ.
ໃນປີ 2017, ສອງຝ່າຍໄດ້ສໍາເລັດໂຄງການປັບປຸງເພີ່ມຄວາມໜາ ແລະ ບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ; ເຊັນອະນຸສັນຍາກ່ຽວກັບຊາຍແດນ ແລະ ຫຼັກໝາຍຊາຍແດນ ຫວຽດນາມ - ລາວ; ກົດລະບຽບກ່ຽວກັບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ຫວຽດນາມ - ລາວ. 
ສອງຝ່າຍສືບຕໍ່ຍຸ້ແຮງການຈັດຕັ້ງປະຕິບັດສັນຍາລະຫວ່າງສອງລັດຖະບານກ່ຽວກັບການແກ້ໄຂບັນຫາປະຊາຊົນອົບພະຍົບຕາມລໍາພັງໃຈ ແລະ ການແຕ່ງດອງຜິດກົດໝາຍຢູ່ເຂດຊາຍແດນ ຫວຽດນາມ - ລາວ. ວຽກງານຄົ້ນຫາ ອັດຖິທະຫານເສຍສະຫຼະ, ທະຫານອາສາສະໝັກຫວຽດນາມໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ.
ທັງສອງຝ່າຍໄດ້ຄົ້ນຫາ ແລະ ເກັບກໍາໄດ້ຫຼາຍພັນອັດຖິທະຫານອາສາສະໝັດ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະໃນໄລຍະສົງຄາມຢູ່ລາວ.
ຕົ້ນປີ 2018, ກອງປະຊຸມ ຄັ້ງທີ່ 40 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະ ລາວ, ພາຍໃຕ້ການເປັນປະທານຮ່ວມຂອງນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ລາວ, ໄດ້ສືບຕໍ່ຢືນຢັນ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີອັນພິເສດລະຫວ່າງປະຊາຊົນສອງປະເທດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດອ້າຍນ້ອງ. ບັນດາກົນໄກການຮ່ວມມື, ການແລກປ່ຽນປະສົບການປະຈໍາປີລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນກໍ່ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນຂ່າວສານ, ປະສົບການ ແລະ ປະສານງານກັນເພື່ອແກ້ໄຂຂໍ້ຫຍຸ້ງຍາກ ແລະ ອຸປະສັກໃນການຈັດຕັ້ງປະຕິບັດສັນຍາການຮ່ວມມືລະຫວ່າງສອງປະເທດ.
ການຮ່ວມມືຢ່າງມີປະສິດທິຜົນໃນຫລາຍໆດ້ານ
ຮອດເດືອນ ຕຸລາ ປີ 2018, ຫວຽດນາມແມ່ນຫນຶ່ງໃນສາມປະເທດທີ່ມີການລົງທຶນໃຫຍ່ຫຼວງທີ່ໄດ້ຈັດຢູ່ອັນດັບທີສາມໃນລາວ. ນັກລົງທຶນຫວຽດນາມທັງຫມົດທີ່ລົງທຶນຢູ່ລາວໄດ້ລົງທະບຽນ 409 ໂຄງການດ້ວຍທຶນຈົດທະບຽນທັງຫມົດບັນລຸ 4.1 ຕື້ ໂດລາສະຫະລັດ.
ໂຄງການລົງທຶນຈໍານວນຫຼາຍແມ່ນມີປະສິດຕິຜົນ, ວິສາກະກິດດໍາເນີນທຸລະກິດຜະລິດແມ່ນມີກໍາໄລ, ປະກອບສ່ວນຢ່າງຕັ້ງຫນ້າຕໍ່ການພັດທະນາຂອງສອງປະເທດ, ສ້າງວຽກເຮັດງານທໍາ, ສະຫວັດດີການສັງຄົມ...ຊ່ວຍໃຫ້ ສປປ ລາວໃນການປະຕິບັດນະໂຍບາຍການລົບລ້າງຄວາມທຸກຍາກເປັນຢ່າງດີ ຄື: ກຸ່ມບໍລິສັດອຸສາຫະກໍາ ແລະ ໂທລະຄົມການທະຫານຢູນີເທວ, ກຸ່ມບໍລິສັດ KN – ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນ ແລະ ທຸລະກິດກອບລອງແທ່ງ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ - BIDV, ກຸ່ມບໍລິສັດຢ່າງພາລາຫວຽດນາມ, ກຸ່ມບໍລິສັດນໍ້າມັນເຊື້ອໄຟຫວຽດນາມ - Petrolimex, ບໍລິສັດໃຫຍ່ກາຊວນຫວຽດນາມ - PVOil, ກຸ່ມບໍລິສັດຫວຽດເຟືອງ...
ບັນດາໂຄງການສະຫນັບສະຫນູນດ້ານການສຶກສາ, ສາທາລະນະສຸກ ແມ່ນກໍາລັງໄດ້ສອງຝ່າຍຮ່ວມມືຢ່າງແໜ້ນແຟ້ນຈັດຕັ້ງປະຕິບັດຕາມແຜນການວາງອອກ. ໃນນັ້ນ, ໂຄງການໂຮງຮຽນມັດທະຍົມຕອນຕົ້ນ - ຕອນປາຍຢູ່ແຂວງບໍລິຄໍາໄຊໄດ້ສໍາເລັດການກໍ່ສ້າງ ແລະ ໄດ້ມອບຮັບໃນເດືອນ ພະຈິກ ປີ 2018, ໂຄງການໂຮງຮຽນມັດທະຍົມຕອນປາຍຢູ່ແຂວງເຊກອງທີ່ໄດ້ເລີ່ມຕົ້ນການກໍ່ສ້າງໃນເດືອນກໍລະກົດ ປີ 2018 - ຄາດຄະເນສໍາເລັດການກໍ່ສ້າງໃນປີ 2020, ໂຄງການໂຮງຮຽນມັດທະຍົມຕອນປາຍຢູ່ແຂວງຜົ້ງສາລີ ແລະ ໂດຍສະເພາະແມ່ນໂຄງການສະພາແຫ່ງຊາດໃຫມ່ທີ່ກໍາລັງຈັດຕັ້ງປະຕິບັດເປັນຢ່າງຕັ້ງໜ້າຕາມແຜນການວາງອອກ.
ປີ 2017, ສອງຝ່າຍໄດ້ເຊັນສັນຍາການຄ້າໃຫມ່ ແລະ ສັນຍາການຄ້າຊາຍແດນ; ຈັດຕັ້ງກິດຈະກໍາຕ່າງໆເປັນປົກກະຕິເພື່ອສົ່ງເສີມການຄ້າ, ງານວາງສະແດງສິນຄ້າເພື່ອແນະນໍາຜະລິດຕະພັນສູ່ອອກຕະຫຼາດສອງປະເທດ...
ມູນຄ່າການຄ້າຂອງສອງປະເທດສືບຕໍ່ຂະຫຍາຍຕົວ, ໃນປີ 2017 ບັນລຸ 936,8 ລ້ານໂດລາສະຫະລັດ, 10 ເດືອນທໍາອິດຂອງ ປີ 2018,  ໄດ້ບັນລຸ 830,5 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 15,2% ທຽບໃສ່ໄລຍະດຽວກັນໃນ ປີ 2017). ໃນນັ້ນ, ຫວຽດນາມສົ່ງອອກໄປປະເທດລາວບັນລຸປະມານ 484,3 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 13,6%) ແລະ ນໍາເຂົ້າຈາກປະເທດລາວບັນລຸ 346,1 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 17,6%).
ສອງຝ່າຍໄດ້ເພີ່ມທະວີການຈັດຕັ້ງປະຕິບັດບັນດາໂຄງການເຊື່ອມຕໍ່ດ້ານການຂົນສົ່ງໃນຂອບເຂດການຮ່ວມມືສອງຝ່າຍ ແລະ ເຂດລຸ່ມແມ່ນໍ້າຂອງ, ສືບຕໍ່ການສະຫຼຸບ, ຄົ້ນຄວ້າ ແລະ ແຜ່ຂະຫຍາຍຮູບຈໍາລອງການກວດກາ “ປະຕູ້ດຽວ, ຢຸດເທື່ອດຽວ” ຄືຢູ່ດ່ານຊາຍແດນລາວບາວ (ຫວຽດນາມ) - ແດນສະຫວັນ (ລາວ) ໄປຢູ່ດ່ານອື່ນໆ. ປະຈຸບັນ, ທັງສອງຝ່າຍກໍາລັງຄົ້ນຄວ້າ, ພັດທະນາບັນດາໂຄງການມີຄວາມສໍາຄັນເພື່ອເຊື່ອມຕໍ່ສອງປະເທດຢ່າງກວ້າງຂວາງ, ຈາກສູນກາງລົງຮອດທ້ອງຖິ່ນ.
ຫວຽດນາມຍັງສືບຕໍ່ສະຫນັບສະຫນູນການຝຶກອົບຮົມນັກສຶກສາລາວຈໍານວນຫຼາຍ, ນັກສຶກສາລາວແຕ່ລະປີຢູ່ທຸກລະດັບສຶກສາຄື: ວິທະຍາໄລ, ມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ...ປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ລາວ ຢ່າງມີປະສິດທິຜົນກ່ຽວກັບການປັບປຸງ, ຍົກສູງດ້ານຄຸນນະພາບຂອງການຮ່ວມມືດ້ານການສຶກສາ ແລະ ການບໍາລຸງການກໍ່ສ້າງ. ປະຈຸບັນ, ມີຫຼາຍກ່ວາ 14.000 ນັກນັກສຶກສາລາວກໍາລັງສຶກສາຢູ່ຫວຽດນາມ. ແຕ່ລະປີ, ຫວຽດນາມຊ່ວຍເຫຼືອໃຫ້ລາວດ້ານການບໍາລຸງກໍ່ສ້າງພະນັກງານ ແລະ ນັກຮຽນ ປະມານ 1300 ຄົນ. ປະຈຸບັນ, 
ກະຊວງສຶກສາ ແລະ ກິລາ ຫວຽດນາມກໍາລັງຈັດຕັ້ງກິດຈະກໍາຕ່າງໆເພື່ອດຶງດູດນັກຮຽນ, ນັກສຶກສາລາວມາຮຽນຢູ່ຫວຽດນາມດ້ວຍທຶນຕົນເອງ.
ດ້ານວັດທະນະທໍາ - ການທ່ອງທ່ຽວ, ຈໍານວນນັກທ່ອງທ່ຽວລາວເຂົ້າປະເທດຫວຽດນາມ ແລະ ນັກທ່ອງທ່ຽວຫວຽດນາມເຂົ້າປະເທດລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ຈໍານວນນັກທ່ອງທ່ຽວຫວຽດນາມ ແລະ ລາວ ບັນລຸປະມານ 1,4 ລ້ານເທື່ອຄົນຕໍ່ປີ. ການຮ່ວມມືດ້ານສາທາລະນະສຸກຍັງສືບຕໍ່ພັດທະນາ, ໂດຍສະເພາະແມ່ນບັນດາແຂວງທີ່ມີເຂດຊາຍແດນຕິດກັນຂອງສອງປະເທດ. 
ສອງຝ່າຍໄດ້ຮ່ວມມືກັນຈັດກອງປະຊຸມຫຼາຍໆຄັ້ງ, ແລກປ່ຽນປະສົບການເພື່ອຍົກສູງດ້ານວິຊາສະເພາະ ແລະ ທັກສະດ້ານວິຊາຊີບ. 
ດ້ວຍຄວາມໄວ້ວາງໃຈ, ສອງຝ່າຍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ສະຫນັບສະຫນູນເຊິ່ງກັນ ແລະ ກັນໃນບັນດາເວທີການຮ່ວມມືໃນພາກພື້ນ ແລະ ສາກົນ ຄື: ສະຫະປະຊາຊາດ, ການເຄື່ອນໄຫວໂດຍບໍ່ມີການສະມາຄົມ, ກອງປະຊຸມສຸດຍອດອາຊີ -  ເອີຣົບ (ASEM); ສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມມືກັບບັນດາປະເທດສະມາຊິກອາຊຽນໃນການພັດທະນາປະຊາຄົມອາຊຽນ ແລະ ຮັກສາຄວາມສາມັກຄີ, ການຕົກລົງເຫັນດີເປັນເອກະພາບຂອງອາຊຽນກ່ຽວກັບບັນດາບັນຫາຍຸດທະສາດໃນພາກພື້ນ; ການຮ່ວມມືຢ່າງແໜ້ນແຟ້ນໃນກົນໄກການຮ່ວມມືອາຊີຕາເວັນອອກສຽງໃຕ້. 
ນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ຢ້ຽມຢາມ ສສ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 41 ໃນເທື່ອນີ້, ກໍ່ແມ່ນສືບຕໍ່ຢືນຢັນວ່າສອງຝ່າຍໃຫ້ຄວາມບູລິມະສິດດ້ານການຕ່າງປະເທດຂອງສອງປະເທດແມ່ນເພື່ອພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ບໍ່ຢຸດຢັ້ງ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ; ເພີ່ມທະວີຄວາມໄວ້ວາງໃຈທາງດ້ານການເມືອງລະຫວ່າງສອງປະເທດ; ສ້າງຊ່ອງທາງດຽວເພື່ອຊີ້ນໍາການຈັດຕັ້ງປະຕິບັດສັນຍາລະດັບສູງ; ຊຸກຍຸ້ການຮ່ວມມືລະຫວ່າງສອງປະເທດໃນເວລາຕໍ່ໜ້າ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.