10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1 ແລະ ບ້ານທົ່ງແປ

10:14 | 22/05/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ຕາແສງເຊີນກິມ 1 (ເຮືອງເຊີນ-ຫວຽດນາມ), ກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ໄດ້ຈັດກອງປະຊຸມປະເມີນຜົນ 10 ປີ ແຫ່ງການແຮກສ່ຽວ (2009-2019) ລະຫວ່າງຕາແສງເຊີນກິມ 1 ກັບ ບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ລາວ).

10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າການນໍາທຸກຂັ້ນ, ຂະແໜງການ ແລະ ປະຊາຊົນສອງທ້ອງຖິ່ນເປັນຈຳນວນຫຼວງຫຼາຍ. (ພາບ:baohatinh.vn)

ພາຍຫຼັງ 10 ປີ ແຫ່ງການແຮກສ່ຽວ, ທັງສອງທ້ອງຖິ່ນໄດ້ດຳເນີນການໂຄສະນາກ່ຽວກັບແຜນນະໂຍບາຍ, ແນວທາງນະໂຍບາຍ, ກົດໝາຍຂອງແຕ່ລະປະເທດເປັນປົກກະຕິ, ໂດຍສະເພາະແມ່ນກ່ຽວກັບ ສິດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຊາຍແດນແຫ່ງຊາດ, ສັນຍາ, ກົດລະບຽບຊາຍແດນ. ແຕ່ລະປີ, ສອງຝ່າຍເອົາໃຈໃສ່ໃນການເພີ່ມເຕີມແຜນການດໍາເນີນງານ, ຈັດກອງປະຊຸມສ່ອງແສງ, ຕີລາຄາສະພາບການເພື່ອ ແນໃສ່ຍົກສູງປະສິດທິຜົນຂອງການສົມທົບ, ຮັດແໜ້ນນໍ້າໃຈສາມັກຄີເປັນປະຈໍາ.

10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ

ພິທີມອບໃບຍ້ອງຍໍໃຫ້ບັນດາສ່ວນບຸກຄົນມີຜົນງານຫຼາຍຢ່າງປະກອບສ່ວນເຂົ້າໃນການສ້າງນໍ້າໃຈສາມັກຄີລະຫວ່າງບັນດາຊຸມຊົນຢູ່ເຂດຊາຍແດນ.(ພາບ:baohatinh.vn)

ປະຊາຊົນສອງທ້ອງຖິ່ນກໍ່ໄດ້ປະສານສົມທົບຮ່ວມກັບທະຫານປ້ອງກັນຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດໃນການປະຕິບັດການກວດກາລາດຕະເວນ, ອານະໄມເສັ້ນທາງຊາຍແດນ, ປົກປັກຮັກສາຫຼັກໝາຍຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນແຫ່ງຊາດໃນຂອບເຂດ.

10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ

ລາຍການສະແດງສິລະປະມະຫາຊົນຂອງບ້ານທົ່ງແປ ເພື່ອສັນລະເສີນນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.(ພາບ:baohatinh.vn)

ທັງສອງຝ່າຍກໍ່ໄດ້ຊ່ວຍກັນໃນການກໍ່ສ້າງອຳນາດການປົກຄອງ ແລະ ຮາກຖານ ໃຫ້ເຂັ້ມແຂງຮອບດ້ານ, ຍົກສູງຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງຮາກຖານ; ປະຕິບັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ-ກາຍຍະກຳ, ການຢ້ຽມຢາມ, ການອວຍພອນປີໃໝ່...

10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ

ປະຊາຊົນສອງທ້ອງຖິ່ນກໍ່ໄດ້ປະສານສົມທົບພ້ອມກັບທະຫານປ້ອງກັນຊາຍແດນ, ບັນດາກໍາລັງປ້ອງກັນຊາຍແດນຂອງສອງປະເທດໃນການປະຕິບັດການລາດຕະເວນ, ປົກປັກຮັກສາຫຼັກໝາຍຊາຍແດນ ແລະ ລະບົບຫຼັກໝາຍຊາຍແດນແຫ່ງຊາດ. (ພາບ:baohatinh.vn)

10 ປີ ແຫ່ງການແຮກສ່ຽວ ລະຫວ່າງ ບ້ານເຊີນກິມ 1  ແລະ ບ້ານທົ່ງແປ

ຕາງໜ້າບ້ານທົ່ງແປ ໄດ້ມອບຂອງຂວັນໃຫ້ພະນັກງານ ແລະ ປະຊາຊົນ ເຊີນກິມ 1. (ພາບ:baohatinh.vn)

ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ໃນຕໍ່ໜ້າທັງສອງທ້ອງຖິ່ນຈະອີງໃສ່ສະພາບການຕົວຈິງ ເພື່ອສືບຕໍ່ປະຕິບັດບັນດາລາຍການ, ມາດຕະການ, ແຜນການດໍາເນີນງານ ຢ່າງລະອຽດ, ເພື່ອແນໃສ່ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ ສອງຝ່າຍ ແລະ ປະກອບສ່ວນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.