ການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ

12:15 | 21/10/2019

ຍສໝ - ວັນທີ 18 ຕຸລາ, ຢູ່ມະຫາວິທະຍາໄລສ້າງຄູເຫ້ວ, ນະຄອນເຫ້ວ, ກະຊວງສຶກສາ ແລະ ບຳລຸງສ້າງ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ.

ການແຂ່ງຂັນມີການເຂົ້າຮ່ວມໂດຍ 16 ທີມ ຈາກບັນດາມະຫາວິທະຍາໄລ, ວິທະຍາໄລ ໃນເຂດພາກກາງ ແລະ ໃຕ່ຫງວຽນ. ທີ່ການແຂ່ງຂັນນີ້, ບັນດານັກສຶກສາໄດ້ສະເໜີຄວາມຮູ້ ກ່ຽວກັບວັດທະນະທຳ, ປະຫວັດສາດ ແລະ ຄວາມສຳພັນ, ຄວາມສາມັກຄີພິເສດຫວຽດນາມ - ລາວ ດ້ວຍພາສາຫວຽດ.

ເມື່ອສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ ໃຫ້ນັກສຶກສາຂອງມະຫາວິທະຍາໄລສ້າງຄູເຕັກນິກ. ສອງທີມຈາກມະຫາວິທະຍາໄລແພດສາດເຫ້ວ , ມະຫາວິທະຍາໄລ ໂຫ່ງດຶກ ໄດ້ຮັບລາງວັນທີສອງ. ທີມນັກສຶກສາ ວິທະຍາໄລ ເທື່ອທຽນ - ເຫ້ວ, ມະຫາວິທະຍາໄລ ການແພດສາດ ວິງ, ມະຫາວິທະຍາໄລ ເສດຖະສາດ ເຫງອານ ໄດ້ຮັບລາງວັນທີສາມ.

ການແຂ່ງຂັນເບື້ອງຕົ້ນກ່ຽວກັບການບັນລະຍາຍດ້ວຍພາສາຫວຽດ ສຳລັບນັກຮຽນລາວເຂດທາງພາກກາງ

ຄະນະຈັດຕັ້ງໄດ້ມອບຂອງຂວັນທີ່ລະລຶກໃຫ້ແກ່ບັນດາທີມປະກວດ. (ພາບ: baotintuc.vn)

ອີງຕາມຂໍ້ມູນຂອງກະຊວງສຶກສາ ແລະ ບຳລຸງສ້າງ, ໃນແຕ່ລະປີ, ມະຫາວິທະຍາໄລ ແລະ ວິທະຍາໄລໃນທົ່ວປະເທດ, ລວມທັງເຂດພາກກາງ ແລະ ໃຕ່ຫງວຽນ ໄດ້ຮັບ ແລະ ຝຶກອົບຮົມນັກຮຽນລາວຫລາຍພັນຄົນ ໃນລະດັບມະຫາວິທະຍາໄລ ແລະ ລະດັບທີຫຼັງມະຫາວິທະຍາໄລ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນ ກ່ຽວກັບພາສາ ແລະ ການປ່ຽນແປງໃນຊີວິດການເປັນຢູ່, ວິທີການສຶກສາ ແລະ ຄົ້ນຄ້ວາ, ແຕ່ດ້ວຍການສະໜັບສະໜູນຢ່າງຈິງຈັງ ຈາກຄູສອນ, ອາຈານ ແລະ ນັກສຶກສາຫວຽດນາມ, ບັນດານັກສຶກສາປະເທດລາວ ໄດ້ສຳເລັດຫຼັກສູດການຮຽນຢ່າງດີ, ກາຍເປັນຂົວຕໍ່ຄວາມມິດຕະພາບລະຫວ່າງສອງປະເທດ.

ການເສັງຮອບຄັດເລືອກໄດ້ຈັດຕັ້ງຢູ່ 3 ພາກ ໃນເດືອນຕຸລານີ້, ພາກເໜືອ (ຢູ່ຮ່າໂນ້ຍ ແມ່ນວັນທີ 11 ຕຸລາ ຢູ່ ມະຫາວິທະຍາໄລຊົນລະປະທານ), ພາກກາງ ແມ່ນວັນທີ 18 ຕຸລາ ຢູ່ ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລເຫ້ວ, ພາກໃຕ້ ແມ່ນໃນວັນທີ 25 ຕຸລາ ຢູ່ ມະຫາວິທະນາໄລສ້າງຄູນະຄອນໂຮ່ຈີມິນ. ການເສັງຮອບຊີງຊະນະເລີດຈະໄດ້ດຳເນີນໃນວັນທີ 8 ພະຈິກຢູ່ມະຫາວິທະຍາໄລ ທ້າຍງວຽນ.

(ຄຳຮຸ່ງ)